ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂັ້ນສູງ ທີ່ເມືອງດາໂວ ກຽມຮັບ ນະໂຍບາຍ ‘ອາເມຣິກາ ມາກ່ອນ’ ຂອງ ປ. ທຣຳ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂບກມືທັກທາຍ ໃນຂະນະທີ່ທ່ານ ເດີນທາງໄປຮອດ ນະຄອນຊູຣິກຈ໌ ສະວິດເຊີແລນ, ວັນທີ 25 ມັງກອນ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂບກມືທັກທາຍ ໃນຂະນະທີ່ທ່ານ ເດີນທາງໄປຮອດ ນະຄອນຊູຣິກຈ໌ ສະວິດເຊີແລນ, ວັນທີ 25 ມັງກອນ 2018.

ທ່ານດໍໂນລ ທຣຳ ໄດ້ເດີນທາງໄປຮອດ ສະຖານທີ່ຕາກອາກາດ ທຳມະຊາດເຂດພູດອຍ
ໃນເມືອງດາໂວ ປະເທດສະວິດເຊີແລນ ເພື່ອເຂົ້າຮ່ວມກອງປະຊຸມເສດຖະກິດໂລກ ໃນ
ວັນພະຫັດມື້ນີ້ ເຊິ່ງເປັນປະທານາທິບໍດີສະຫະລັດ ທີ່ດຳລົງຕຳແໜ່ງຄົນທຳອິດ ທີ່ຈະເຂົ້າ
ຮ່ວມກອງປະຊຸມດັ່ງກ່າວ ນັບຕັ້ງແຕ່ທ່ານບີລ ຄລິນຕັນ ທີ່ໄດ້ເຂົ້າຮ່ວມ ໃນປີ 2000.

ບັນດານັກວິເຄາະ ກ່າວວ່າ ຄະນະຜູ້ແທນຫຼາຍກຸ່ມ ກຳລັງກະກຽມທີ່ຈະປະທະກັນ ເພື່ອ
ຊິງດີຊິງເດັ່ນ ໃນເລື່ອງຂອງວິໄສທັດ ສຳລັບເສດຖະກິດຂອງໂລກ.

Davos Elite Brace for Trump’s ‘America First’ Agenda
please wait

No media source currently available

0:00 0:02:39 0:00

ຄາດວ່າ ປະທານາທິບໍດີທຣຳ ຈະນຳສະເໜີນະໂຍບາຍ “ອາເມຣິກາມາກ່ອນ ຫຼື
America First”
ຂອງທ່ານ ເຊິ່ງໄດ້ພົບເຫັນວ່າ ສະຫະລັດ ໄດ້ເກັບພາສີສິນຄ້ານຳເຂົ້າ
ບາງສ່ວນ ແລະ ຮຽກຮ້ອງໃຫ້ປັບໂຄງສ້າງຂອງ ສັນຍາການຄ້າໂລກ ຈຳນວນນຶ່ງ. ສ່ວນ
ພວກມະຫາອຳນາດອື່ນໆຂອງໂລກ ທີ່ປະກອບດ້ວຍ ຢູໂຣບ ຈີນ ແລະ ຍີ່ປຸ່ນ ແມ່ນຮຽກ
ຮ້ອງໃຫ້ຟື້ນຟູ ຄຳໝັ້ນໝາຍກ່ຽວກັບ ການຄ້າເສລີຢູ່ໃນທົ່ວໂລກ.

ພວກຈັດກອງປະຊຸມ ຫວັງວ່າ ກອງປະຊຸມສຸດຍອດດັ່ງກ່າວ ຈະຊ່ອຍເຮັດໃຫ້ວິໄສທັດ
ທີ່ຂັດແຍ້ງກັນ ປັບໂຕເຂົ້າກັນໄດ້.

ທ່ານບອຣຈ໌ ເບຣນດ໌ (Borge Brende) ປະທານຂອງກອງປະຊຸມເສດຖະກິດໂລກ
ໄດ້ກ່າວວ່າ “ພວກເຮົາເຊື່ອໝັ້ນຢ່າງແຂງຂັນ ໃນການສົນທະນາຫາລືກັນ ແລະ ຂ້າ
ພະເຈົ້າ ຄິດວ່າ ຄວາມເປັນຈິງທີ່ປະທານາທິບໍດີ ສະຫະລັດ ມາຢູ່ນະແຫ່ງນີ້ ກໍຍັງ
ເປັນການເປີດກວ້າງ ໃຫ້ມີການປຶກສາຫາລືກັນ ກ່ຽວກັບ ການຫັນປ່ຽນໃຫ້ເປັນ
ໂລກາພິວັດ ທີ່ເປັນທຳຫຼາຍຂຶ້ນ.”

ແຕ່ວ່າ ມັນແມ່ທັດສະນະຄະຕິ ຕໍ່ໂລກາພິວັດ ຂອງທ່ານທຣຳ ແລະດ້ວຍການຂະຫຍາຍ
ການຄ້າເສລີອອກໄປ ອັນເປັນການກໍ່ໃຫ້ເກີດຄວາມເຄັ່ງຕຶງທີ່ເປັນຈິງ ກ່ອນໜ້າການກ່າວ
ຄຳປາໄສຂອງທ່ານທຣຳ ທີ່ຈະໄດ້ກ່າວໃນການປິດກອງປະ ຊຸມສຸດຍອດ ໃນວັນສຸກ
ມື້ອື່ນນີ້.

ທ່ານປະທານາທິບໍດີ ໄດ້ລົງນາມ ໃນດຳລັດສະບັບນຶ່ງ ໃນວັນອັງຄານຜ່ານມານີ້ ເພື່ອ
ເກັບພາສີນຳເຂົ້າຢ່າງໜັກ ຕໍ່ພວກຈັກຊັກເຄື່ອງ ແລະແຜ່ນພະລັງງານແສງຕາເວັນ ໂດຍ
ກ່າວຢ້ຳເຖິງການຢືນຢັນຂອງທ່ານ ທີ່ວ່າ ລະບົບການຄ້າໃນປັດຈຸບັນ ແມ່ນບໍ່ດີສຳລັບ
ອາເມຣິກາ.

ນາຍົກລັດຖະມົນຕີ ຂອງອິນເດຍ ທ່ານນາເຣນດຣາ ໂມດີ (Narendra Modi) ທັກທາຍບັນດາຜູ້ຊົມ ກ່ອນຈະກ່າວຄຳປາໄສ ເປີດກອງປະຊຸມເສດຖະກິດໂລກ ຫຼື World Economic Forum ໃນເມືອງດາໂວ ຂອງປະເທດສະວິດເຊີແລນ, ວັນທີ 23 ມັງກອນ 2018.
ນາຍົກລັດຖະມົນຕີ ຂອງອິນເດຍ ທ່ານນາເຣນດຣາ ໂມດີ (Narendra Modi) ທັກທາຍບັນດາຜູ້ຊົມ ກ່ອນຈະກ່າວຄຳປາໄສ ເປີດກອງປະຊຸມເສດຖະກິດໂລກ ຫຼື World Economic Forum ໃນເມືອງດາໂວ ຂອງປະເທດສະວິດເຊີແລນ, ວັນທີ 23 ມັງກອນ 2018.


ທ່ານທຣຳໄດ້ບອກບັນດານັກຂ່າວຢູ່ທີ່ທຳນຽບຂາວ ວ່າ “ມາດຕະການຂອງຝ່າຍບໍລິ
ຫານເຫຼົ່ານີ້ ແມ່ນພິທັກກົດລະບຽບຂອງການຄ້າທີ່ເປັນທຳ ແລະສະແດງໃຫ້ໂລກ ເຫັນ
ວ່າ ສະຫະລັດ ຈະບໍ່ຍອມຖືກເອົາລັດເອົາປຽບອີກຕໍ່ໄປ.”

ນາຍົກລັດຖະມົນຕີຂອງອິນເດຍ ທ່ານ ນາເຣນດຣາ ໂມດີ ໄດ້ກ່າວຄຳປາໄສເປີດກອງ
ປະຊຸມ ດັ່ງກ່າວ. ຂໍ້ຄວາມໃນຄຳປາໄສ ຂອງທ່ານໂມດີ ຈະແຕກຕ່າງຢ່າງໃຫຍ່ຈາກອັນ
ທີ່ທ່ານທຣຳ ມີທ່າທາງວ່າ ຈະກ່າວປິດກອງປະຊຸມ ນັ້ນ.

Trump Davos
please wait
Embed

No media source currently available

0:00 0:00:36 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG