ຟັງບົດສໍາພາດໂດຍເຕັມ:
ເມື່ອໄດ້ຍິນຊື່ອົງການນາຊາ ຫລື National Aeronautics and Space Adminis-
tration ຂອງສະຫະລັດ ຜູ້ຄົນສ່ວນໃຫຍ່ແມ່ນຈະພາກັນຄິດເຖິງການສໍາຫລວດຄົ້ນຄ້ວາ
ອາວະກາດ ແຕ່ວ່າວຽກງານສ່ວນນຶ່ງຂອງນາຊາແມ່ນກ່ຽວກັບການບິນນໍາ ຕາມທີ່ບອກຢູ່
ໃນຊື່ພາສາລາວ ຄືອົງການການບິນແລະອາວະກາດແຫ່ງຊາດຂອງສະຫະລັດ ແລະວຽກ
ນຶ່ງທີ່ສໍາຄັນກໍຄືການຄົ້ນຄ້ວາເພື່ອຄຸ້ມຄອງການສັນຈອນທາງອາກາດຢູ່ໃນປະເທດນີ້ ເພື່ອ
ເຮັດໃຫ້ມີຄວາມປອດໄພຍິ່ງຂຶ້ນ. ເດວິດ ທິບພະວົງ ແມ່ນເປັນໜຸ່ມອາເມຣິກັນເຊື້ອສາຍ
ລາວຄົນດຽວ ທີ່ໄດ້ມີສ່ວນປະກອບໃນວຽກງານອັນສໍາຄັນນີ້ໃນຂະນະທີ່ສຶກສາເອົາປະລິນ
ຍາໂທໄປພ້ອມ ໂດຍທຶນຂອງອົງການນາຊາເອງ.
ເດວິດບອກກັບວີໂອເອວ່າ ນ່ານ
ຟ້າຂອງສະຫະລັດແມ່ນເປັນເຂດ
ນ່ານຟ້າທີ່ສັບສົນທີ່ສຸດ. ໃນມື້ນຶ່ງໆ ມີເຮືອບິນຂຶ້ນບິນຫລາຍເຖິງຫ້າໝື່ນຖ້ຽວ ແລະ ໃນຊ່ວງເວລານຶ່ງໆແມ່ນມີເຮືອບິນ ບິນຢູ່ເທິງຟ້າພ້ອມກັນເຖິງຫ້າພັນລໍາ ແລະໃນຊົ່ວໂມງນຶ່ງໆ ຈະມີຍົນຂຶ້ນບິນ 40-50 ລໍາ ຫລືເກືອບວ່າ ນາທີລະລໍາ ຢູ່ເດິ່ນບິນທີ່ໃຫຍ່ແລະເປັນສູນກາງການເດີນທາງໄປຕ່າງປະເທດ ເຊ່ນສະໜາມບິນ O’Hare ທີ່ນະຄອນ Chigaco ລັດ Illinois ເປັນຕົ້ນ. ສະນັ້ນ
ບັນດາເຈົ້າໜ້າທີ່ຄວບຄຸມການ
ບິນຢູ່ໃນແຕ່ລະສະໜາມບິນ
ຈຶ່ງມີພາລະໜັກທີ່ສຸດໃນການ
ປ້ອງກັນ ບໍ່ໃຫ້ເກີດອຸບັດຕິເຫດ
ເຮືອບິນຕໍາກັນ ຊຶ່ງເດວິດເວົ້າວ່າ ຜ່ານມາ ພວກຄວບຄຸມການບິນແມ່ນໄດ້ປະຕິບັດໜ້າທີ່ຂອງເຂົາເຈົ້າໄດ້ດີທີ່ສຸດ ເພາະວ່າຍັງບໍ່ເຄີຍມີອຸບັດຕິເຫດເຮືອບິນຕໍາກັນຢູ່ກາງອາກາດຈັກເທື່ອ. ແຕ່ກໍເປັນທີ່ຄາດຄະເນກັນວ່າ ໃນອີກ 20 ປີຂ້າງໜ້ານີ້ ຈໍານວນເຮືອບິນທີ່ສັນຈອນຢູ່ເທິງອາກາດແມ່ນຈະເພິ່ມຂຶ້ນເປັນສອງ ເທົ່າໂຕ ສະນັ້ນ ຈຶ່ງມີຄວາມຈໍາເປັນທີ່ສຸດທີ່ຈະຕ້ອງຫາທາງປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຂຶ້ນໄດ້. ແລະນັ້ນກໍເປົ້າໝາຍຂອງວຽກງານຄົ້ນຄວ້າຂອງລາວ ຊຶ່ງເດວິດອະທິບາຍຕື່ມວ່າ:
“ວຽກຫລັກຂອງຂ້ອຍແມ່ນການພັດທະນາ computer software ຫລືລາຍການ
ຄອມພິວເຕີ ທີ່ສາມາດບອກລ່ວງໜ້າໄດ້ວ່າ ເຮືອບິນຈະບິນຢູ່ໃນລະດັບໃດ ແລະ
ສາມາດສົ່ງສັນຍານອັດຕະໂນມັດ ເຕືອນໃຫ້ພວກເຈົ້າໜ້າທີ່ຄວບຄຸມການບິນຊາບ
ໃນກໍລະນີທີ່ມີເຮືອບິນໆຢູ່ໃກ້ກັນເກີນໄປ. ພວກຄວບຄູມການບິນຢູ່ສະໜາມບິນຈະ
ຕ້ອງຮັກສາໄລຍະຂອງເຮືອບິນ ໃຫ້ຢູ່ຫ່າງໄກກັນ ຢ່າງນ້ອຍ ຫ້າໄມລ໌ຫລືປະມານ
9 ຫລັກທາງລວງນອນ ແລະ 1000 ຟິດຫລືປະມານ 300 ແມັດທາງລວງສູງ.
ແຕ່ເຖິງແມ່ນ ໄລຍະຈະໄກກັນຂະໜາດນັ້ນກໍຕາມ ພວກຄວບຄຸມການບິນກໍຍັງຈະ
ມີບັນຫາໃນອານາຄົດ ເພາະວ່າຈໍານວນຂອງເຮືອບິນຈະ ມີເພີ້ມຂື້ນ. ຈຸດປະສົງ
ລາຍການຄອມພີວເຕີທີ່ວ່າ ນີ້ ກໍແມ່ນເພື່ອ ຊ່ວຍຜ່ອນເບົາວຽກຂອງພວກຄວບ
ຄຸມການບິນ ເພື່ອວ່າແຕ່ລະຄົນຈະສາມາດຕິດຕາມແລະຄຸ້ມຄອງເຮືອບິນໄດ້
ຫລາຍລໍາຂຶ້ນ ແລະຢ່າງປອດໄພຂຶ້ນ. ນັ້ນແຫລະຄື ວຽກທີ່ຂ້ອຍໄດ້ທໍາການຄົ້ນ
ຄ້ວາມາ.”
ແຕ່ເລື່ອງຄວາມປອດໄພບໍ່ແມ່ນ ເປົ້າໝາຍດຽວຂອງວຽກງານຄົ້ນຄ້ວາຂອງເດວິດ. ລາວອະ
ທິບາຍວ່າ ເຂດນ່ານຟ້າຂອງເມືອງນຶ່ງໆຈະແບ່ງອອກເປັນຫລາຍພາກສ່ວນ ຕາມທີ່ເຫັນຢູ່
ໃນຈໍເຣດາຣ໌ ແລະໃຫ້ຜູ້ຄວບຄຸມການບິນຄົນນຶ່ງຫລືສອງຄົນຄຸມຫລືຫລາຍກ່ວານັ້ນ ຖ້າຫາກ
ເປັນເມືອງໃຫຍ່ ມີການສັນຈອນທາງອາກາດຄັບຄັ່ງ ຊຶ່ງແຕ່ລະພາກສ່ວນອາດຈະຮັບຜິດ
ຊອບເຮືອບິນ ຮອດ 15 ຫາ 20 ລໍາກໍມີ. ແລະລະບົບການບິນໃນປັດຈຸບັນນີ້ ກໍຄືວ່າເວລາ
ເຮືອບິນແລ່ນຂຶ້ນຈາກເດິ່ນໄປຮອດລະດັບນຶ່ງແລ້ວ ຜູ້ຄວບຄຸມການບິນກໍຈະບອກໃຫ້ນັກ
ບິນບັງຄັບໃຫ້ຍົນບິນໄປຊື່ໆຊົ່ວໄລຍະນຶ່ງ ແລ້ວຈຶ່ງບິນສູງຂຶ້ນໄປຮອດລະດັບທີ່ເຂົາເຈົ້າຕ້ອງ
ການ ຊຶ່ງເປັນການສິ້ນເປືອງນໍ້າມັນຫລາຍ. ສະນັ້ນ ເລື່ອງການປະຍັດນໍ້າມັນປະຫຍັດຄ່າ
ໃຊ້ຈ່າຍ ກໍແມ່ນອີກເປົ້າໝາຍນື່ງຂອງວຽກງານຄົ້ນຄ້ວາຂອງເດວິດ ທີ່ຊີ້ແຈງຕື່ມວ່າ:
“ວຽກທີ່ຂ້ອຍກໍາລັງພະຍາຍາມເຮັດຢູ່ ກໍຄືຫາທາງພັດທະນາເຄື່ອງມືທາງຄອມ
ພິວເຕີ ທີ່ຈະເຮັດໃຫ້ພວກຄວບຄຸມການບິນໝັ້ນໃຈໄດ້ວ່າ ເຮືອບິນຈະສາມາດ
ບິນເຈີດຂຶ້ນໄປໄດ້ບາດດຽວຮອດລະດັບທີ່ນັກບິນຢາກບິນ ຈົນໄປຮອດຈຸດໝາຍ
ປາຍທາງຂອງເຂົາເຈົ້າ ໂດຍບໍ່ຕ້ອງໄດ້ຢຸດຢູ່ໃນລະດັບນຶ່ງແລ້ວ ຈຶ່ງບິນຂຶ້ນໄປ
ອີກ ຄືກັບໃນປັດຈຸບັນນີ້. ເວົ້າໃນອີກແງ່ນຶ່ງກໍຄືວ່າ ພວກເຮົາກໍາລັງເລ່ງໃສ່ພັດ
ທະນາການບິນສີຂຽວ ຫລື green aviation ນໍາ ຊຶ່ງກໍຄືລະບົບການບິນທີ່ເປັນ
ມິດຕໍ່ສິ່ງແວດລ້ອມ ເພາະວ່າການທີ່ຍົນສາມາດບິນຂຶ້ນໄປຮອດລະດັບທີ່ຕ້ອງ
ການໄດ້ບາດດຽວນັ້ນ ມັນກໍຈະປ່ອຍໄອເສຍຫລືມົນລະພິດໜ້ອຍລົງ ບໍ່ປ່ອຍ
ສຽງດັງຫລາຍ ແລະກໍຈະໃຊ້ນໍ້າມັນໜ້ອຍລົງ ຊຶ່ງມີຜົນການສຶກສາຄົ້ນຄ້ວາ
ສະແດງວ່າ ຖ້າຫາກຍົນບິນຂຶ້ນໄປຮອດລະດັບ ທີ່ຕ້ອງການໄດ້ບາດດຽວນັ້ນ
ເຮົາກໍຈະສາມາດປະຍັດນໍ້າມັນໄວ້ໄດ້ ຮອດ 188 ລ້ານແກລລອນໃນແຕ່ລະປີ.”
ນີ້ແຫລະຄື ເດວິດ ທິບພະວົງ ໜຸ່ມອາເມຣິກັນເຊື້ອສາຍລາວ ທີ່ມີອາຍຸພຽງ 26 ປີ ແຕ່ກໍໄດ້ເຮັດວຽກງານຄົ້ນຄ້ວາທີ່ສໍາຄັນໃຫ້ກັບ ສອງສະຖາບັນໃຫຍ່ໆຂອງປະເທດນີ້ ກໍຄືທະນາຄານແຫ່ງຊາດສະຫະລັດ ບ່ອນທີ່ລາວເຄີຍເຮັດມາກ່ອນ ແລະອົງການນາຊາ ບ່ອນທີ່ລາວກໍາລັງເຮັດຢູ່ໃນປັດຈຸ ບັນ ຊຶ່ງກໍຖືວ່າເປັນຄວາມສໍາເລັດຢ່າງສູງສົ່ງ ຍາກທີ່ຈະຫາຄົນອື່ນໃດເທົ່າທຽມໄດ້ໃນປະຊາຄົມລາວໃນສະຫະລັດນີ້. ຜົນງານການຄົ້ນຄ້ວາຂອງເດວິດໄດ້ປາກົດອອກ ໃນບົດຂຽນຫລາຍສະບັບ ທີ່ຖືກນໍາລົງພິມເຜີຍແຜ່ໃນວາລະສານຕ່າງໆ ກ່ຽວກັບການວິເຄາະເສດ ຖະກິດແລະການຄົ້ນຄ້ວາດ້ານ ການບິນ.
ເດວິດເປັນລູກຊາຍຂອງທ່ານພິຣິດ ແລະຍານາງວິພາ ທິບພະວົງ ທີ່ດໍາລົງຊີວິດຢູ່ທີ່ລັດຮາວາຍ. ທັງສອງແລະແມ່ຕູ້ຂອງເດວິດ ຄືຍາແມ່ຈັນໄຊ ພົມສຸວັນ ທີ່ເດວິດເອີ້ນວ່າອາມ້ານັ້ນ ໄດ້ເປັນພະລັງຊຸກຍູ້ໃຫ້ເດວິດ
ມຸມານະສູ້ຊົນມາ ຈົນຮອດຂັ້ນນີ້ ໂດຍສະເພາະຜູ້ເປັນມານດາ ຊຶ່ງເດວິດກ່າວວ່າ:
“ແມ່ຂອງຂອ້ຍເປັນພະລັງທີ່ດົນບັນດານໃຫ້ຂ້ອຍກ້າວມາໄກພຽງຮອດນີ້. ເພິ່ນ
ຮຽນຮອດແຕ່ຫ້ອງທີສີ່ເທົ່ານັ້ນ ແຕ່ເພິ່ນເປັນຄົນມີມານະອົດທົນ ສະຫລາດ ມີ
ຄວາມທະເຍີທະຍານ ແລະມັກຮຽນ ແລະເຖິງແມ່ນເພິ່ນ ໄດ້ມີໂອກາດຮຽນໜັງ
ສື ຮອດ ປ. 4 ເທົ່ານັ້ນ ເພິ່ນໄດ້ກໍຫັນໄປຮຽນອາຊີບຫຍິບເສື້ອ ແລະ ກໍເປັນ
ຊ່າງຫຍິບເສື້ອທີ່ເກ່ງ ມີຝີມື. ຫລັງຈາກບ້ານເມືອງແຕກ ເພິ່ນໄດ້ຫລົບໜີມາຢູ່
ສູນອົບພະຍົບໃນໄທ ແລະ ໄດ້ເຂົ້າມາຢູ່ ໃນສະຫະລັດ ທີ່ລັດຮາວາຍ ໂດຍ
ການອຸບປະຖໍາຂອງອ້າຍ ທ່ານຄໍາອຸ້ຍ ລູງຂອງຂ້ອຍ. ຫລັງຈາກນັ້ນ ແມ່ໄດ້
ໄປເຂົ້າໂຮງຮຽນອາຊີບ ແລະໃນທີສຸດກໍໄດ້ເປີດຮ້ານຂາຍເຄື່ອງເອ້ນ້ອຍໆ
ເປັນຂອງຕົນເອງ ທີ່ໄວກີກີ ເປັນເວລາ 25 ປີມາແລ້ວ ຊຶ່ງເພິ່ນເຮັດຜູ້ດຽວໝົດ.
ເພິ່ນເຮັດວຽກມື້ລ່ະ 12 ຊົ່ວໂມງ ຊຶ່ງເປັນໜ້າງຶດແທ້ໆ. ຂ້ອຍເອງເຮັດວຽກພຽງ
ແຕ່ 9 ຊົ່ວໂມງເທົ່ານັ້ນ. ພໍ່ຂ້ອຍເປັນນັກວິສະວະກອນ ເຮັດວຽກໃຫ້ລັດຖະບານ
ສະຫະລັດ ຢູ່ທີ່ລັດຮາວາຍ.”
ເດວິດກ່າວໃນທີ່ສຸດວ່າ ເວລານີ້ ລາວຍັງບໍ່ໄດ້ຄິດເລື່ອງການຮຽນຕໍ່ເອົາປະລິນຍາເອກເທື່ອ
ຄິດວ່າຈະພັກຜ່ອນຈາກການຮຽນຈັກປີສອງປີ ແລະຕັ້ງໃຈໃສ່ວຽກງານ ທີ່ສູນກາງຄົ້ນຄ້ວາ
Ames ຂອງອົງການ NASA ທີ່ລັດແຄລິຟໍເນຍນັ້ນ ແລະປະຕິບັດໜ້າທີ່ລູກທີ່ດີຂອງພໍ່ແມ່
ດູແລແລະສົ່ງເສຍໃຫ້ນ້ອງຊາຍໃຫ້ໄດ້ຮຽນຕໍ່ສູງໆ ຄືກັນກັບລາວ.
ຄລິກລິ້ງຄ໌ຂ້າງລຸ່ມ ເພື່ອ່ານບົດຂຽນບົດນຶ່ງຂອງເດວິດ ທິບພະວົງ
ຫລືຄອບປີ້ໄປເພສໃສ່ບຣາວເຊີຂອງທ່ານ:
http://www.aviationsystemsdivision.arc.nasa.gov/publications/2010/DThippha_ATIO2010_Final.pdf