ນັກຂ່າວໂທລະພາບ ອັງກິດ ທີ່ມີຊື່ສຽງ ແລະນັກວິເຄາະຂ່າວ
ການເມືອງ ທ່ານ David Frost ຜູ້ທີ່ຄັ້ງນຶ່ງໄດ້ເຮັດໃຫ້ມີການ
ຂໍຂະມາໂທດ ກ່ຽວກັບຄະດີ ວໍເຕີເກດ ຈາກ ອະດີດ ປະທານາ
ທິບໍດີ Richard Nixon ນັ້ນ ໄດ້ເສຍຊີວິດແລ້ວຍ້ອນໂຣກຫົວ
ໃຈວາຍ. ທ່ານມີອາຍຸໄດ້ 74 ປີ.
ຄໍາຖະແຫລງຂອງຄອບຄົວ ກ່າວວ່າ ທ່ານ Frost ໄດ້ເສຍຊີວິດ
ໃນຕອນແລງວັນເສົາ ຢູ່ໃນກໍາປັ່ນທ່ອງທ່ຽວຫລູຫລາ Queen
Elizabeth ພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກໄດ້ອອກຈາກທ່າ
ເຮືອອັງກິດ ທີ່ Southampton. ທ່ານໄດ້ມີໝາຍກໍານົດທີ່ຈະ
ກ່າວຄໍາປາໄສໃນລະຍະ 10 ວັນຂອງການລ່ອງເຮືອຄັ້ງນີ້.
ໃນອາຊີບນັກຂ່າວໂທລະພາບ ເປັນເວລາຫ້າທົດສະວັດນັ້ນ ທ່ານ Frost ໄດ້ສໍາພາດ ບຸກ
ຄົນທີ່ມີອໍານາດຂອງໂລກ ແລະປະຊາຊົນທີ່ມີຊື່ສຽງ ຫລາຍໆທ່ານ ຮ່ວມທັງບັນດານາຍົກ
ລັດຖະມົນຕີ ອັງກິດ ປະທານາທິບໍດີ ສະຫະລັດ ແລະທ່ານ Nelson Mandela ຜູ້ຕໍ່ຕ້ານ
ການແບ່ງແຍກຜີວພັນ.
ຢູ່ໃນລະຍະໜ້າທີ່ການ ທ່ານ Frost ຍັງໄດ້ສໍາພາດ ຜູ້ນໍາໂຊຫວຽດ ທ່ານ Mikhail
Gorbachev, ປະທານາທິບໍດີຣັດເຊຍ ທ່ານ Vladimir Putin, ອະດີດປະທານາທິບໍດີ ອາຟຣິກາໃຕ້ ທ່ານ F.W de Klerk ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ,
ອະດີດປະທານາທິບໍດີຝຣັ່ງ ທ່ານ Jacques Chirac, ມື້ລາງນາບົກລັດຖະມົນຕີ Benazir Bhutto ແຫ່ງປາກິສຖານ ແລະມື້ລາງຜູ້ນໍາປາແລສຕາຍນ໌ ທ່ານ Yasser Arafat.