ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍລິສັດທີ່ຖືກໄຟໄໝ້ໃນ ຟີລິບປິນ ຢືນຢັນວ່າມີ ຜູ້ເສຍຊີວິດ 37 ຄົນ


ຄວັນໄຟປິວຂຶ້ນທ້ອງຟ້າ ຈາກຫ້າງຊັບພະສິນຄ້າທີ່ຖືກໄຟໄໝ້ ໃນເມືອງ ດາວາວ, ປະເທດ ຟີລິບປິນ. 23 ທັນວາ, 2017. (Yas D. Ocampo/via Reuters)
ຄວັນໄຟປິວຂຶ້ນທ້ອງຟ້າ ຈາກຫ້າງຊັບພະສິນຄ້າທີ່ຖືກໄຟໄໝ້ ໃນເມືອງ ດາວາວ, ປະເທດ ຟີລິບປິນ. 23 ທັນວາ, 2017. (Yas D. Ocampo/via Reuters)

ບໍລິສັດຄົ້ນຄວ້າທີ່ມີຫ້ອງການຕັ້ງຢູ່ ສະຫະລັດ ເຊິ່ງຖືກໄຟໄໝ້ໃນເມືອງ ດາວາວ ປະ
ເທດ ຟີລິບປິນ ໃນວັນເສົາທີ່ຜ່ານມານັ້ນ ຕອນນີ້ໄດ້ຢືນຢັນວ່າ ພະນັກງານຂອງເຂົາ
ເຈົ້າ 37 ຄົນ “ໄດ້ເສຍຊີວິດ” ໃນເຫດໄຟໄໝ້ດັ່ງກ່າວ.

ໃນບົດຖະແຫຼງຂ່າວສະບັບນຶ່ງ, ບໍລິສັດ ຣີເສີຈ໌ ນາວ SSI "Research Now SSI"
ກ່າວວ່າ ເຂົາເຈົ້າໄດ້ຈ້າງພະນັກງານ 500 ຄົນໃນສູນຮັບແຈ້ງໃນທ້ອງຖິ່ນ ຂອງເຂົາ
ເຈົ້າ, ແລະ ໄດ້ສະໜອງການໃຫ້ຄຳປຶກສາ, ສະແດງຄວາມເສຍໃຈ ແລະ ສູດມົນພາ
ວະນາໃຫ້ແກ່ບັນດາຄອບຄົວຜູ້ເສຍຊີວິດ.

ເຈົ້າເມືອງຂອງເມືອງທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ຟີລິບປິນນັ້ນກ່າວວ່າ ບັນດານັກ
ດັບເພີງໄດ້ກອບກູ້ສົບຂອງຄົນຜູ້ນຶ່ງຈາກໄຟໄໝ້ທີ່ຫ້າງ ຊັບພະສິນຄ້າໃນວັນອາທິດ
ວານນີ້ ແລະ ຍັງໄດ້ພິສູດວ່າ ບໍ່ມີໂອກາດທີ່ 36 ຄົນທີ່ຕິດຄ້າງໃນສູນຮັບແຈ້ງຢູ່ເທິງຊັ້ນ
4 ນັ້ນຈະມີຊີວິດລອດຈາກໄຟໄໝ້.

ເຈົ້າເມືອງທ່ານນາງ ຊາຣາ ດູເຕີເຕ ຄາປຽວ ກ່າວວ່າບັນດາພີ່ນ້ອງ ຂອງພະນັກງານທີ່
ຍັງຫາຍສາບສູນຢູ່ ໄດ້ຖືກແຈ້ງໃຫ້ຊາບວ່າ ໂອກາດລອດຊີວິດຂອງຄົນທີ່ເຂົາເຈົ້າຮັກ
ນັ້ນແມ່ນບໍ່ມີເລີຍ.”

ໄຟໄດ້ລຸກຂຶ້ນໃນວັນເສົາທີ່ຜ່ານມາ ແລະ ຮອດວັນອາທິດວານນີ້ມັນຈຶ່ງ ຖືກຄວບຄຸມ
ໄວ້ໄດ້, ແຕ່ຄວັນໄຟຍັງສືບຕໍ່ປິວຂຶ້ນຈາກຕຶກຢູ່.

ເຈົ້າໜ້າທີ່ດັບເພີງເມືອງ ດາວາວ ທ່ານ ຮັນນີຟຣິດສ໌ ອາລາກາໂນ ໄດ້ກ່າວຕໍ່ອົງການ
ຂ່າວ ຝຣັ່ງ ວ່າ ແປວໄຟອາດໄດ້ເລີ່ມຂຶ້ນຈາກຮ້ານ ຂາຍເຄື່ອງເຟີນິເຈີຢູ່ຊັ້ນທີສາມ.

ໃນຕອນແລງວັນເສົາທີ່ຜ່ານມາ, ເຈົ້າເມືອງ ເຊິ່ງແມ່ນລູກສາວຂອງປະ ທານາທິບໍດີ
ທ່ານ ໂຣດຣິໂກ ດູເຕີເຕ ພ້ອມກັບພໍ່ຂອງລາວ ແລະ ບັນດາເຈົ້າໜ້າທີ່ສາສະໜາໂຣມັນ
ກາໂຕລິກ ໄດ້ໄປຫ້າງຊັບພະສິນຄ້າ ເພື່ອປອບໃຈບັນດາພີ່ນ້ອງຂອງພະນັກງານສູນ
ຮັບແຈ້ງທີ່ຕິດຄ້າງຢູ່ໃນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG