ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ບໍ່ຄາດວ່າ ຈະມີຜູ້ລອດຊີວິດ ໃນຫ້າງຊັບພະສິນຄ້າ ທີ່ຖືກໄຟໄໝ້ ໃນ ຟີລິບປິນ


ຄວັນໄຟປິວຂຶ້ນທ້ອງຟ້າ ຈາກຫ້າງຊັບພະສິນຄ້າທີ່ຖືກໄຟໄໝ້
ໃນເມືອງ ດາວາວ, ປະເທດ ຟີລິບປິນ. 23 ທັນວາ, 2017.
(Yas D. Ocampo/via Reuters)
ຄວັນໄຟປິວຂຶ້ນທ້ອງຟ້າ ຈາກຫ້າງຊັບພະສິນຄ້າທີ່ຖືກໄຟໄໝ້ ໃນເມືອງ ດາວາວ, ປະເທດ ຟີລິບປິນ. 23 ທັນວາ, 2017. (Yas D. Ocampo/via Reuters)

ເຈົ້າເມືອງ ດາວາວ ຂອງ ຟີລິບປິນ ກ່າວວ່າ ນັບດັບເພີງໄດ້ກອບກູ້ສົບຂອງຄົນຜູ້ນຶ່ງ
ຈາກໄຟໄໝ້ຫ້າງຊັບພະສິນຄ້າແຫ່ງນຶ່ງ ໃນວັນອາທິດມື້ນີ້ ແລະ ໄດ້ຍັງໄດ້ພິຈາລະນາ
ວ່າ ມັນບໍ່ມີໂອກາດສຳລັບອີກ 36 ຄົນທີ່ຕິດຄ້າງຢູ່ໃນສູນໂທລະສັບ ຕັ້ງຢູ່ຊັ້ນທີ 4
ຂອງຕຶກໄດ້ລອດຊີວິດຈາກໄຟ.

ເຈົ້າເມືອງ ທ່ານນາງ ຊາຣາ ດູເຕີເຕ ຄາປຽວ ໄດ້ກ່າວວ່າ ບັນດາພີ່ນ້ອງຂອງພະນັກ
ງານທີ່ຍັງຫາຍສາບສູນຢູ່ ໄດ້ຖືກແຈ້ງໄດ້ຊາບວ່າ “ໂອກາດທີ່ຈະລອດຊີວິດຂອງຄົນ
ຮັກຂອງເຂົາເຈົ້າແມ່ນບໍ່ມີເລີຍ.”

ໄຟໄດ້ລຸກຂຶ້ນໃນວັນເສົາວານນີ້ ແລະ ຮອດວັນອາທິດມື້ນີ້ຈຶ່ງສາມາດຄວບຄຸມໄດ້, ແຕ່
ຄວັນຍັງສືບຕໍ່ປິວຂຶ້ນຈາກຕຶກຢູ່.

ເຈົ້າໜ້າທີ່ດັບເພີງເມືອງ ດາວາວ ທ່ານ ຮັນນີຟຣິດສ໌ ອາລາກາໂນ ໄດ້ກ່າວຕໍ່ອົງການ
ຂ່າວ ຝຣັ່ງ ວ່າ ແປວໄຟອາດໄດ້ເລີ່ມຂຶ້ນຈາກຮ້ານຂາຍເຄື່ອງເຟີນິເຈີຢູ່ຊັ້ນທີສາມ.

ໃນຕອນແລງວັນເສົາວານນີ້, ເຈົ້າເມືອງເຊິ່ງແມ່ນລູກສາວຂອງປະທານາທິບໍດີ ທ່ານ
ໂຣດຣິໂກ ດູເຕີເຕ ພ້ອມກັບພໍ່ຂອງລາວ ແລະ ບັນດາເຈົ້າໜ້າທີ່ສາສະໜາໂຣມັນກາ
ໂຕລິກ ໄດ້ໄປຫ້າງຊັບພະສິນຄ້າ ເພື່ອປອບໃຈບັນດາພີ່ນ້ອງຂອງພະນັກງານສູນໂທ
ລະສັບ ທີ່ຕິດຄັ້ງຢູ່ໃນນັ້ນ.

ໃນບ່ອນອື່ນທາງພາກໃຕ້ຂອງປະເທດ, ຈຳນວນຜູ້ເສຍຊີວິດສູງສຸດຈາກພະຍຸເຂດ
ຮ້ອນ ເຕັມບິນ ເຊິ່ງໄດ້ຂະຫຍາຍຕົວເປັນພາຍຸໄຕ້ຝຸ່ນໃນວັນອາທິດມື້ນີ້, ແມ່ນໄດ້
ເພີ່ມຂຶ້ນເປັນ 200 ຄົນແລ້ວ.

ພະຍຸໄດ້ກໍ່ໃຫ້ເກີດດິນເຈື່ອນ ແລະ ນໍ້າຖ້ວມກະທັນຫັນ ເຊິ່ງໄດ້ພັດເອົາຄົນ ແລະ ເຮືອ
ໄປ, ແລະ ໃນບາງກໍລະນີ ມັນໄດ້ພັດເອົາທັງໝົດໝູ່ບ້ານໄປເລີຍ.

ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງໄດ້ກ່າວ ກ່ຽວກັບ ເມືອງ ຕູບົດ ໃນເກາະ ມິນດານາວ ວ່າ
“ນໍ້າໃນແມ່ນໍ້າໄດ້ເພີ່ມສູງຂຶ້ນ ແລະ ເຮືອນສ່ວນຫຼາຍແມ່ນໄດ້ຖືກພັດໄປ. ໝູ່ບ້ານແມ່ນ
ບໍ່ໄດ້ຢູ່ທີ່ນັ້ນອີກແລ້ວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG