ສາຍການບິນຕ່າງໆໃນ ສະຫະລັດ ໄດ້ຍົກເລີກຖ້ຽວບິນຂອງເຂົາເຈົ້າຫຼາຍຖ້ຽວໃນຊ່ວງ
ໄລຍະວັນພັກທ້າຍປີນີ້, ຍ້ອນການແຜ່ລະບາດ ໂຄວິດ-19 ສາຍພັນໂອໄມຄຣອນ.
ການຍົກເລີກຖ້ຽວບິນທັງຫຼາຍໄດ້ເລີ່ມຕົ້ນກ່ອນການສະເຫຼີມສະຫຼອງ ບຸນຄຣິສມາສ ທີ່
ຜ່ານມາ ແລະ ໄດ້ສືບຕໍ່ມາເຖິງປັດຈຸບັນນີ້. ເຮັດໃຫ້ຜູ້ໂດຍສານຈຳນວນຫຼວງຫຼາຍບໍ່ສາ
ມາດໄປເຕົ້າໂຮມກັບຄອບຄົວຂອງເຂົາເຈົ້າ ແລະ ບໍ່ສາມາດເດີນທາງກັບບ້ານຂອງ
ຕົນເອງ.
ຍານາງ ດາຫວັນ ວົງຄຳຈັນ ຄົນລາວ ທີ່ອາໄສຢູ່ເມືອງ ອາມາຣິລໂລ (Amarillo) ລັດ
ເທັກຊັສ ຜູ້ທີ່ໄດ້ເດີນທາງໄປຢ້ຽມຢາມຍາດຕິພີ່ນ້ອງຂອງລາວຢູ່ ລັດເວີຈີເນຍ ບັດນີ້
ຍັງບໍ່ຮູ້ຢ່າງແນ່ນອນວ່າລາວຈະສາ ມາດເດີນທາງກັບບ້ານໄດ້ ຫຼືບໍ່ ເພາະວ່າບໍລິສັດ
ການບິນບໍ່ສາມາດບອກໃຫ້ຊາບລ່ວງໜ້າຊຶ່ງຍານາງ ດາຫວັນ ໄດ້ກ່າວສູ່ ວີໂອເອ
ຟັງດັ່ງນີ້:
ໂທລະພາບ CNN ໄດ້ລາຍງານໃນວັນອັງຄານວານນີ້ວ່າ ຖ້ຽວບິນຕ່າງໆໄດ້ຖືກຍົກ
ເລີກຫຼາຍກວ່າ 2,200 ຖ້ຽວ ແລະ ຖືກເລື່ອນເວລາ 11,000 ກວ່າຖ້ຽວ.
ພ້ອມກັນນັ້ນ ໂຄວິດ-19 ສາຍພັນໂອໄມຄຣອນ ຍັງເປັນໄພຂົ່ມຂູ່ທີ່ຈະເຮັດໃຫ້ສາຍບິນ
ຕ່າງໆຍົກເລີກຖ້ຽວບິນຈຳນວນຫຼາຍຂອງເຂົາເຈົ້າໄປຈົນຮອດປີໃໝ່.