ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກ​ສາວ​ຂອງ​ອາ​ຈານ​ສອນມະ​ຫາ​ວິ​ທະ​ຍ​າ​ໄລ ຊາວ ວີ​ເກີ ທີ່​ຖືກ​ຂັງ​ຄຸກ​ໃນ ​ຈີນ ຮ​ຽກ​ຮ້ອງ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ


ປະ​ຊາ​ຊົນ​ຍ່າງ​ກາຍ​ສະ​ຖາ​ນີ​ຕຳຫຼວດ​ໃນ​ນະ​ຄອນ ອູ​ຣຸມ​ຈີ, ເມືອງ​ເອກ​ຂອງ​ພາກ​ພື້ນ ຊິນ​ຈຽງ, 21 ເມ​ສາ 2021.
ປະ​ຊາ​ຊົນ​ຍ່າງ​ກາຍ​ສະ​ຖາ​ນີ​ຕຳຫຼວດ​ໃນ​ນະ​ຄອນ ອູ​ຣຸມ​ຈີ, ເມືອງ​ເອກ​ຂອງ​ພາກ​ພື້ນ ຊິນ​ຈຽງ, 21 ເມ​ສາ 2021.

ລູກ​ສາວ​ຂອງ​ອາ​ຈານ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ​ຊາວ ວີ​ເກີ ທີ່​ສຳ​ຄັນ​ຄົນ​ນຶ່ງ​ມີ​ລາຍ​ງານ​ວ່າ ​ຖືກ​ຂັງ​ຄຸກ​ຕະ ຫຼອດ​ຊີ​ວິດ​ໃນ ຈີນ ໃນ​ຂະ​ນະ​ທີ່​ໄດ້​ຮຽກ​ຮ້ອງ​ ​ຂໍການ​ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ນັກ​ວິ​ຊາ​ການ​ດ້ານ​ການ​ສຶກ​ສາໃນທົ່ວ​ໂລກ, ໂດຍ​ເວົ້າ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ສະ​ແດງ​ຄວາມ​ເມດ​ຕາ​ກັບ​ແມ່​ຂອງ​ລາ​ວ​ເລີຍ, ​ອົງ​ການ​ຂ່າວ AFP ໄດ້​ລາຍ​ງານ.

ກຸ່ມ​ສິດ​ທິ​ມະ​ນຸດ ດຸຍ ຮົວ (Dui Hua) ໄດ້​ກ່າວ​ໃນ​ເດືອນ​ແລ້ວນີ້​ວ່າ ຈີນ ໄດ້​ຕັດ​ສິນ​ຂັງ​ຄຸກ​ນາງ ຣາ​ຮີ​ລ ດາ​ວຸດ (Rahile Dawut) ສຳ​ລັບ​ການ “ສ້າງ​ອັນ​ຕະ​ລາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ລັດ,” ແນວ​ໃດ​ກໍ່​ຕາມ​ລັດ​ຖະ​ບານ​ແມ່ນ​ຍັງ​ຄົງ​ມິດ​ງຽບ ກ່ຽວ​ກັບ ຄະ​ດີ​ດັ່ງ​ກ່າວ.

ນັກ​ວິ​ຊາ​ການທີ່​ນຳ​ໜ້າ​ຄົນ​ນຶ່ງ​ຜູ້​ທີ່​ໄດ້​ຂຽນ ກ່ຽວ​ກັບ ນິ​ທານ​ພື້ນ​ເມືອງ​ ວີ​ເກີ ​ຢ່າງ​ແຜ່ຫຼາຍນັ້ນ, ​ທ່ານນາງ ດາ​ວຸດ ແມ່ນ​ນຶ່ງ​ໃນ​ຊາວ ວີ​ເກີ ຫຼາຍກວ່າ​ນຶ່ງ​ລ້ານ​ຄົນ ແລະ ​ຊົນ​ກຸ່ມ​ນ້ອຍ​ຊາວ ມຸ​ສ​ລິມ ອື່ນໆ​ທີ່​ຈະ​ຖືກກວາດ​ລ້າງ​ໃນ​ການ​ປາບ​ປາມ​ຢ່າງກວ້າງ​ຂວາງ​ໂດຍ​ລັດ​ຖະ​ບານ ຈີນ ໃນ​ພາກ​ພື້ນ ຊິນ​ຈຽງ ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເຂົາ​ເຈົ້າ.

ລູກ​ສາວ​ຂອງ​ລາວ, ນາງ ອາ​ເກ​ດາ ປູ​ລາ​ຕີ, ຜູ້​ທີ່​ອາ​ໄສ​ຢູ່​ໃນ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ​ ລາວ​ຫວັງ​ວ່າ​ເພື່ອ​ນນັກ​ວິ​ຊາ​ການ​ຂອງແມ່​ຂອງ​ລາວ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ທົ່ວ​ໂລກ​ຈະ​ຊ່ວຍ​ເຫຼືອ​ໃນ​ການ​ກົດ​ດັນ ປັກ​ກິ່ງ.

ນາງ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ມິດງຽບ​ຢູ່.”

ນາ​ງ​ໄດ້​ກ່າວ​ໃນ​ການ​ສຳ​ພາດ​ທາງ​ໂທ​ລະ​ສັບ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ໂລກ ແລະ ບັນ​ດາ​ອົງ​ການ​ມະ​ນຸດ​ສະ​ທຳ ບໍ່​ມີ​ວັນ​ລືມ ກ່ຽວ​ກັບ ປະ​ຊາ​ຊົນ ວີ​ເກີ, ເຂົາ​ເຈົ້າ​ຍັງ​ທຸກ​ທໍ​ລະ​ມານ​ຢູ່.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG