ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ​ແລະ ຊາ​ອຸ​ດີ ອາ​ເຣເບຍ ​ຕົກລົງຢຸດ ການໂຈມຕີຊົ່ວຄາວ ໃນ ເຢເມັນ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ທີ່ສອງຈາກຊ້າຍ) ແລະບັນດາ ລັດຖະມົນຕີຕ່າງປະເທດ ຂອງກຸ່ມປະເທດ ສະພາຮ່ວມມືເຂດອ່າວເປີເຊຍ.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry (ທີ່ສອງຈາກຊ້າຍ) ແລະບັນດາ ລັດຖະມົນຕີຕ່າງປະເທດ ຂອງກຸ່ມປະເທດ ສະພາຮ່ວມມືເຂດອ່າວເປີເຊຍ.

ສະຫະລັດ ​ແລະ ຊາ​ອຸ​ດີ ອາ​ເຣ​ເບຍ ​ໄດ້​ປະກາດເອົາວັນ​ທີ 12 ​
ເດືອນ​ພຶດສະພານີ້ ​ເປັນ​ວັນ​ເລີ້​ມຕົ້ນ ຢຸດ​ທຳ​ການ​ໂຈມ​ຕີ ​ເປັນ
​ເວລາຫ້າ​ມື້​ເພື່ອ​ມະນຸດສະທຳ​ ຢູ່​ໃນ​ເຢ​ເມັນ ບ່ອນ​ທີ່ ຊາ​ອຸ​ດີ ​
ໄດ້​ນຳພາ​ກຳລັງ​ປະສົມ ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ ຕ້ານຢັນ
ພວກ​ກະບົດ Houthi ນັ້ນ.

ການ​ສູ້​ລົບ​ກັນໄດ້​ເຮັດ​ໃຫ້ ຫລາຍ​ພັນ​ຄົນ​ຢູ່​ໃນ​ເຢ​ເມັນ ມີຄວາມ
ຕ້ອງການສິ່ງ​ຂອງ​ທີ່​ຈຳ​ເປັນຕ່າງໆ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ແລະ
ລັດຖະມົນຕີ ຕ່າງປະ​ເທດຊາ​ອຸ​ດີ ທ່ານ Adel Al Jubeir ​ໄດ້​ປະ
ກາດ​ແຜນ​ການ​ດັ່ງກ່າວ ໃນ​ວັນ​ສຸກ​ວານ​ນີ້ ຢູ່​ກອງປະ​ຊຸມຖະ​ແຫລ​ງ​ຂ່າວ ທີ່​ນະຄອນຫລວງ
ປາຣີ. ການ​ຢຸດເຊົາ​ໂຈມ​ຕີເພື່ອ​ມະນຸດ​ສະ​ທຳ ຈະ​ເລີ້ມ​ມີ​ຜົນບັງຄັບ​ໃຊ້​ໃນ​ເວລາ 11 ໂມງ ກາງຄືນ ຕາ​ມ​ເວລາ​ໃນເຢ​ເມັນ ​ໃນ​ວັນ​ອັງຄານ ອາທິດ​ໜ້າ​.

ທ່ານ Kerry ​ໄດ້​ຮຽກຮ້ອງ​ບັນດາ​ພັກ​ຝ່າຍ​ທີ່ໃຫ້ກາ​ນສະໜັບສະໜູນພວກ Houthi ​ເກ້​ຍ
ກ່ອມ​ໃຫ້​ພວກ​ກະບົດ ຈົ່ງ​ຮັບ​ເອົາ​ການ​ຢຸດ​ເຊົາ​ໂຈມ​ຕີ​ຊົ່ວຄາວ​ນີ້. ພວກ​ກະບົດ Houthi ທີ່
​ເປັນ​ຊາວ Shi’ite ແມ່ນເປັນ​ພັນທະ​ມິດ​ກັບ ອະ​ດີດ​ປະທານາທິບໍດີ Ali Abdullah Saleh
​ແລະ​ເປັນ​ທີ່​ເຊື່ອກັນ​ວ່າ ​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ ອີ​ຣ່ານ.

ທ່ານ Kerry ກ່າວ​ວ່າ ​ເງື່ອນ​ໄຂ​ຂອງການຢຸດ​ຍິງ ​ແມ່ນ​ເປັນ​ທີ່​ແຈ້ງ​ຂາວ.

ທ່ານ Kerry ກ່າວ​ວ່າ “ຢ່າ​ຍິງ ຢ່າ​ເຄື່ອນ​ຍ້າຍ ​ຫລືປ່ຽນ​ທີ່​ໝັ້ນ ​ແລະ​ສວາຍ​ປະ​ໂຫຍ​ດ ຈາກ
ໂອກາດ​ນີ້.” ທ່ານກ່າວ​ເພີ້​ມອີກ​ວ່າ “ນີ້​ແມ່ນ​ການ​ຢຸດ​ເຊົາ​ໂຈມ​ຕີ ​ເພື່ອ​ມະນຸດສະທຳ ​ແລະກໍ
​ຄວນ​ຈະ​ປະຕິບັດ​ຕາມ​ໃຫ້​ຖືກຕ້ອງຕາມ​ນັ້ນ.”

ທ່ານຍັງ​ໄດ້​ຊີ້ບອກອີກ​ວ່າ ຝ່າຍກຳລັງ​ປະສົມ ທີ່ຊາ​ອຸ​ດີ​ນຳພານັ້ນ​ ຈະ​ອະນຸ​ໂລມ​ໃຫ້ ມີ​ການ
​ປະ​ທະ​ກັນ​ຫາຍ​ເລັກໆ​ນ້ອຍ​ໆ ໃນ​ລະຍະ​ການ​ຢຸດ​ຍິງ​ນີ້.

ທ່ານ Kerry ກ່າວ​ວ່າ “​ເຂົາ​ເຈົ້າ​ຈະ​ບໍ່​ທັບ​ມ້າງ​ມັນ ຍ້ອນ​ຄວາມ​ຜິ​ດພາດ​ ຫລືສິ່ງ​ເລັກໆ
​ນ້ອຍໆ​ ​ໃດ​ໜຶ່ງ.”

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ກ່າວ​ເພີ້​ມ​ວ່າ ຄວາມພະຍາຍາມທີ່​ຈະ​ໂຈມ​ຕີ​ປະຊາຊົນ ​ຢ່າງ “​ໂຈ່ງ​
ແຈ້ງ ​ສຳຄັນ ​ແຂ້​ງຂາວ” ​ ​ແມ່ນຈະເປັນ​ທີ່ຮັບ​ເອົາ​ບໍ່​ໄດ້.

XS
SM
MD
LG