ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຂໍ້​ມູນ ​​​ກ່ຽວ​ກັບ ຄວາມ​ຍາ​ຍາມ ຂອງ ສະ​ຫະ​ລັດ ໃນ​ອັ​ຟ​ກາ​ນິ​ສ​ຖານ ​ຖືກ​ເກັບໄວ້ ເປັນ​ຄວາມ​ລັບ


ພວກ​ທະຫານທີ່ພົວພັນ ຈາກກອງ​ພັນ​ສະ​ໜັບ​ສະ​ໜຸນ ນາໆ​ຊາດ ຂອງ​ກຳ​ລັງ​ຮັກ​ສາ​ດິນ​ແດນ​ລັດ​ໄອ​ໂອ​ວາ ໜ່ວຍ​ພູ​ຜາ​ທີ ໑໐ ແລະ​ກອງ​ພັນ ໒-໑໔ ພວມພາກັນຂຶ້ນ ເຮລິຄອບເຕີ ເພື່ອມຸ່ງໜ້າໄປຍັງອັຟການິສຖານ, 15 ມັງກອນ 2019.
ພວກ​ທະຫານທີ່ພົວພັນ ຈາກກອງ​ພັນ​ສະ​ໜັບ​ສະ​ໜຸນ ນາໆ​ຊາດ ຂອງ​ກຳ​ລັງ​ຮັກ​ສາ​ດິນ​ແດນ​ລັດ​ໄອ​ໂອ​ວາ ໜ່ວຍ​ພູ​ຜາ​ທີ ໑໐ ແລະ​ກອງ​ພັນ ໒-໑໔ ພວມພາກັນຂຶ້ນ ເຮລິຄອບເຕີ ເພື່ອມຸ່ງໜ້າໄປຍັງອັຟການິສຖານ, 15 ມັງກອນ 2019.

ການຊັ່ງ​ຊາທີ່​ມີ​ການ​ນຳ​ໃຊ້ ເພື່ອ​ວັດ​ແທກ​ຄວາມ​ກ້າວ​ໜ້າຂອງ​ສະ​ຫະ​ລັດ ໃນ​ອັ​ຟ​ກາ​
ນິ​ສ​ຖານ ​ຫວ່າງ​ມໍ່ໆ​ມາ​ນີ້ແມ່ນ​ໄດ້​ຖືກ​ປະ​ຖິ້ມ​ໂດຍພວກຜູ້​ບັນ​ຊາ​ການ​ທັງ​ຫຼາຍ, ແຕ່​ມັນ
​ກໍ​ຍັງ​ມີ​ການ​ເກັບ​ກຳ​ຢູ່ ແຕ່​ວ່າ​ສາ​ທາ​ລະ​ນະຊົນ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ອີກແລ້ວ.

ໃນ​ຕົ້ນ​ປີ​ນີ້ ​ກອງບັນ​ຊາ​ການ ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນຂອງ​ພັນ​ທະ​ມິດ​ ພາຍ​ໃຕ້​
ການນຳ​ພາ​ຂອງ​ສະ​ຫະ​ລັດໄດ້​ລະ​ບຸ​ວ່າ ຕົນ​ໄດ້​ຍຸ​ຕິ​ການ​ເກັບ​ກຳ​ຂໍ້​ມູ​ນ ໃນ​ອັນ​ທີ່​ເອີ້ນ​ວ່າ
​ການ​ຊັ່ງ​ຊາຄວາມ​ທ່ຽງ​ລະ​ດັບ, ​ຊຶ່ງວັດ​ແທກ​ເຂດ​ເມືອງ​ຕ່າງໆ ​ທີ່​ຢູ່​ພາຍ​ໃຕ້ການ​ຄວບ​ຄຸມ​
ຂອງ​ລັດ​ຖະ​ບານ ຫຼືອິດ​ທິ​ພົນຂອງ​ພວກ​ກະ​ບົດ ​ຍ້ອນ​ວ່າ​ຂໍ້​ມູນດັ່ງ​ກ່າວ ແມ່ນ “​ຄຸນ​ຄ່າ
​ສຳ​ລັບ​ເຮັດການ​ຕັດ​ສິນ​ໃຈ​ແບບ​ຈຳ​ກັດ.”

ແຕ່​ວ່າ​ ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງສະ​ຫະ​ລັດແມ່ນ​ຮູ້​ສຶກແຕກ​ຕ່າງໄປຈາກນັ້ນ, ​ໂດຍ​ໃຫ້
​ຄວາມ​ສຳ​ຄັນ​ສູງ​ສົມ​ຄວນ​ຕໍ່​ຂໍ້​ມູນ​ເຫຼົ່າ​ນີ້ ຊຶ່ງໃນ​ປັດ​ຈຸ​ບັນ​ໄດ້​ກາຍເປັນ​ຄວາມ​ລັບໄປ​ແລ້ວ.

“ປະ​ຊາ​ຄົມສືບ​ລັບ​ຂອງສະ​ຫະ​ລັດ ຍັງ​ສືບ​ຕໍ່​ຂຽນ​ຂໍ້​ມູນ​ການ​ຊັ່ງ​ຊາ​ກ່ຽວ​ກັບ​ການ​ຄວ​ບ​ຄຸມ​
ໃນ​ເຂດ​ເມືອງ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ນຶ່ງ​ໃນ​ນັ້ນກໍແມ່ນເພື່ອ​ນຳ​ສະ​ເໜີ ໃນ​ພາກ​ສະ​ຫລຸບ​
ການ​ສືບ​ລັບ​ຂອງ​ລາຍ​ງານນີ້,
” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຜູ້ກວດ​ກາ​ທົ່ວ​ໄປ ຂອງ​ກະ​ຊ​ວງປ້ອງ​ກັນ
ປະ​ເທດທີ່ໄດ້​ລະ​ບຸ​ໄວ້ ໃນ​ເດືອນ​ແລ້ວ​ນີ້.

ບັນ​ດາເຈົ້າໜ້າ​ທີ່​ທະຫານ ກ່າວ​ວ່າ ການຊັ່ງ​ຊາໂດຍ​ອົງ​ການສືບ​ລັບ​ຂອງສະ​ຫະ​ລັດ
ແມ່ນເກືອບ​ວ່າ​ຄື​ກັນ ​ກັບ​ທີ່​ໄດ້ນຳ​ສະ​ເໜີກ່ອນ​ໜ້ານີ້​ ໂດຍ​ກຳ​ລັງ​ພັນ​ທະ​ມິດ​ທີ່​ໃຫ້​ການ
ສະ​ໜັບ​ສະ​ໜຸນ, ແຕ່​ວ່າ ມີ​ລາຍ​ລະ​ອຽດ​ໃນ​ລະ​ດັບ​ສູງ​ສູງ​ຂຶ້ນທີ່​ບໍ່​ໄດ້ນຳ​ອອກ​ສູ່​ສາຍ​ຕາ
​ສາ​ທາ​ລະ​ນະ.

​ໂຄ​ສົກ​ຂອງ​ທຳ​ໜຽບຫ້າ​ແຈ ພົນ​ຈັດ​ຕະ​ວາ Rebecca Rebarich ໄດ້ບອກ​ກັບ ​ວີ​ໂອ​ເອ
​ວ່າ “ຂໍ້​ມູນອັນ​ກ່ອນ​ທີ່​ໄດ້​ລາຍ​ງານ​ກ່ອນ​ໜ້​ານີ້ ​ແມ່ນ​ໃຈ​ຄວາມ ​ຢູ່​ໃນ​ຮູບທີ່​ບໍ່​ເປັນ
​ຄວາມ​ລັບ.”
​ທ່ານ​ນາງກ່າວ​ຕື່ມ​ວ່າ “ກະ​ຊ​ວງປ້ອງ​ກັນປະ​ເທດ ຍັງ​ບໍ່​ໄດ້​ຮ້ອງ​ຂໍໃຫ້ອົງ​ການ​
ສືບ​ລັບ ສືບ​ຕໍ່​ເຮັດ​ການ​ຊັ່ງ​ຊາ​ກ່ຽວ​ກັບ​ເລື້ອງ​ນີ້ ແລະ​ໃຫ້​ເວ​ລາ​ແກ່​ອົງ​ການ​ເຫຼົ່າ​ນັ້ນ​ອະ​ທິ​
ບາຍ​ໃຫ້​ຟັງ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈຶ່ງ​ຍັງ​ເຮັດ​ຢູ່.”

ຜູ້ກວດ​ກາ​ທົ່ວ​ໄປ ກ່ຽວ​ກັບ​ການ​ບູ​ລະ​ນະ​ສ້າງ​ສາ​ອັ​ຟ​ກາ​ນິ​ສ​ຖານ ຫຼື (SIGAR) ທີ່​ໄດ້
​ລາຍ​ງານ​ເປັນ​ເທື່ອ​ທຳ​ອິດ​ກ່ຽວ​ກັບການ​ຕັດ​ສິນ​ໃຈ​ຂອງກອງ​ທັບ​ສະ​ຫະ​ລັດ ເພື່ອ​ຍຸ​ຕິ
​ການ​ໃຫ້​ຂໍ້​ມູນກ່ຽວ​ກັບ​ການ​ຊັ່ງ​ຊາ​ສະ​ຖຽນ​ລະ​ພາບ​ໃນ​ເຂດ​ເມືອງນັ້ນ ໄດ້​ສະ​ແດງ​ອອກ​
ຊຶ່ງ​ຄວາມ​ເປັນ​ຫ່ວງເພີ້ມ​ຂຶ້ນ ກ່ຽວ​ກັບຂໍ້​ມູນ ທີ່​ບໍ່​ໄດ້​ສືບ​ຕໍ່​ເກັບ​ກຳ ຫຼື​ບໍ່ ກໍ​ຖືກ​ເກັບ​ໄວ້
​ເປັນ​ຄວາມ​ລັບ​ທີ່​ບໍ່ຈຳ​ເປັນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG