ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການມີກໍລະນີໄວຣັສໜ້ອຍ ໃນປະເທດທີ່ທຸກຍາກ ອາດແມ່ນຍ້ອນ ຂາດການກວດໂຣກ


ເຮືອລຳນຶ່ງກຳລັງແລ່ນຜ່ານວັດໃນ ບາງກອກ. ໄທ ກໍແມ່ນນຶ່ງໃນບັນດາປະເທດທີ່ມີກໍລະນີ ໂຄວິດ 19 ຕໍ່າ, ເຊິ່ງມີຄວາມເປັນໄປໄດ້ວ່າ ຍ້ອນມີການກວດໂຣກຕໍ່າ. (VOA News)
ເຮືອລຳນຶ່ງກຳລັງແລ່ນຜ່ານວັດໃນ ບາງກອກ. ໄທ ກໍແມ່ນນຶ່ງໃນບັນດາປະເທດທີ່ມີກໍລະນີ ໂຄວິດ 19 ຕໍ່າ, ເຊິ່ງມີຄວາມເປັນໄປໄດ້ວ່າ ຍ້ອນມີການກວດໂຣກຕໍ່າ. (VOA News)

ຕົວເລກຂອງກໍລະນີໄວຣັສໂຄໂຣນາທີ່ໄດ້ຮັບການຢືນຢັນ ໃນບັນດາປະເທດທີ່ກຳລັງພັດທະນາໃນ ເອເຊຍ ແມ່ນຂ້ອນຂ້າງຕໍ່າ ເມື່ອທຽບໃສ່ ພາກພື້ນອື່ນໆ, ແຕ່ນັ້ນອາດເປັນໄປບໍ່ໄດ້ວ່າຈະແມ່ນຂ່າວດີ ຫຼື ຄວາມຫວັງໃນແງ່ບວກ. ທະນາຄານພັດທະນາເອເຊຍ ຫຼື ADB ໄດ້ດຳເນີນການວິເຄາະຂໍ້ມູນທີ່ສະເໜີວ່າ ຕົວເລກຕໍ່າແມ່ນຍ້ອນມີການກວດໂຣກໜ້ອຍ ເຊິ່ງໝາຍຄວາມວ່າມັນມີອັນຕະ ລາຍທີ່ການຕິດຕໍ່ໂຣກອາດຂະຫຍາຍອອກ ໃນຂະນະທີ່ກໍລະນີຕ່າງໆຖືກກວດ ບໍ່ພົບ.

ທີ່ປຶກສາຂອງ ADB ທ່ານ ທິ່ນ ລອງ ແລະ ທ່ານ ປີເຕີ ມໍແກນ ໄດ້ເບິ່ງຕົວເລກຂອງການກວດໂຣກ ແລະ ການຕິດເຊື້ອໃນບັນດາປະເທດເອເຊຍ, ແລະ ຕໍ່ມາໄດ້ປຽບທຽບມັນກັບລາຍໄດ້ຕໍ່ຫົວຄົນໃນປະເທດທີ່ວ່ານັ້ນ. ການສຶກສາຂອງເຂົາເຈົ້າໄດ້ສະແດງໃຫ້ເຫັນ “ສາຍພົວພັນທີ່ຊັດເຈນຢ່າງແຮງ” ເຊິ່ງ ໃນບັນດາປະເທດທີ່ຮັ່ງມີຈະມີ “ໂຄງການທົດລອງທີ່ເດັດດ່ຽວກວ່າ,” ໃນຂະນະທີ່ບັນ ດາປະເທດທີ່ທຸກຍາກກວ່າ ໄດ້ທຳການກວດໂຣກຕໍ່ຫົວຄົນໜ້ອຍກວ່າຫຼາຍ, ອີງຕາມການກ່າວຂອງເຂົາເຈົ້າ.

ທ່ານ ລອງ ແລະ ທ່ານ ມໍແກນ ໄດ້ກ່າວໃນບົດວິເຄາະສຳລັບສະຖາບັນ ADB ທີ່ຖືກແລກປ່ຽນທາງອີເມລໃນວັນສຸກທີ່ຜ່ານມາວ່າ “ຄວາມແຜ່ຫຼາຍຂອງໄວຣັສ ໃນບັນດາປະເທດທີ່ມີເສດຖະກິດກຳ ລັງພັດທະນາຂອງເອເຊຍແມ່ນໄດ້ຫຼຸດໜ້ອຍລົງຢ່າງໜ້າປະຫຼາດໃຈໂດຍທົ່ວໄປໃນປັດຈຸບັນນີ້. ເຂົາເຈົ້າໄດ້ກ່າວຕື່ມວ່າ “ມັນມີສອງຄວາມໝາຍທີ່ອາດເປັນໄປໄດ້ ເຊິ່ງປະຊາຊົນໃນບັນດາປະ ເທດທີ່ມີລາຍໄດ້ຕໍ່າມີພູມຕ້ານທ່ານສູງກວ່າ, ຫຼື ປະເທດທີ່ວ່ານັ້ນ ມີການກວດໂຣກໜ້ອຍ ກວ່າ.”

ມັນບໍ່ມີຫຼັກຖານທີ່ສະເໜີໃຫ້ເຫັນວ່າ ລາຍໄດ້ຂອງປະຊາຊົນໄດ້ມີຫຍັງກ່ຽວຂ້ອງ ກັບພູມຕ້ານທານຕໍ່ໄວຣັສຂອງເຂົາເຈົ້າ. ຫຼາຍປະເທດທີ່ກຳລັງພັດທະນາທີ່ຢູ່ໃນ ການວິເຄາະນັ້ນກໍຍັງຕັ້ງຢູ່ໃນພື້ນທີ່ໆມີອາກາດຮ້ອນລວມມີ ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ປາກິສຖານ, ຟີລິບປິນ ແລະ ໄທ. ປະຊາຊົນໄດ້ເວົ້າວ່າ COVID-19 ຢູ່ໃນອາກາດທີ່ຮ້ອນບໍ່ໄດ້. ແຕ່ແນວໃດກໍຕາມ, ອົງການອະນາໄມໂລກໄດ້ເວົ້າວ່າ ນີ້ບໍ່ແມ່ນຄວາມຈິງ.

ອົງການອະນາໄມໂລກເວົ້າວ່າ “ໄວຣັສ COVID-19 ສາມາດຖືກສົ່ງຕໍ່ໃນເຂດ ທີ່ມີອາກາດຮ້ອນ ແລະ ອົບເອົ້າ. ເຈົ້າສາມາດຕິດ COVID-19, ບໍ່ວ່າມັນຈະມີ ແດດ ຫຼື ອາກາດຮ້ອນຫຼາຍຊໍ່າໃດກໍຕາມ.”

ໃນການບໍ່ສາມາດກວດໂຣກນັ້ນ, ປະຊາຊົນໄດ້ໃຊ້ສິ່ງອື່ນເພື່ອລົງຄວາມເຫັນວ່າ ອັດຕາການຕິດໂຣກ ຫຼື ການຕາຍທີ່ເຊື່ອມໂຍງກັບໄວຣັສນັ້ນ ອາດສູງກວ່າທີ່ຖືກລາຍງານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG