ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເງິນສົດ ຈຳນວນ 2 ລ້ານດອນລາ ປິວອອກ ຈາກລົດຕູ້ ໃນຖະໜົນສາຍນຶ່ງ ທີ່ຮົງກົງ


hongkongcash25december14
please wait

No media source currently available

0:00 0:00:56 0:00

ເບິ່ງວີດີໂອ ເລື້ອງເງິນປິວອອກຈາກລົດຕູ້ ທີ່ຮົງກົງ ວັນທີ 25 ທັນວາ 2014

ການ​ສັນຈອນ​ໄປມາ​ໄດ້​ຢຸດ​ສະ​ງັກລົງ​ໃນເຂດໃຈກາງ​ເມືອງ​ຮົງ​ກົງ​
ໃນ​ວັນ​ພຸດ​ວານ​ນີ້ ​ເວລາເງິນສົດ​ຫຼາຍ​ມັດ​ປິວ​ອອກ​ຈາກ​ລົດ​ຕູ້​ແກ່
​ເງິນ. ພວກ​ຄົນ​ຂັບ​ລົດ ແລະ​ພວກ​ຍ່າງ​ຕາມ​ຖະໜົນ​ຫົນທາງ​ກໍ​ບໍ່​
ໄດ້​ລັ່ງ​ເລ​ໃຈ ກ່ຽວ​ກັບ ການ​ສວຍໂອກາດ​ຫາໂຊກ​ທີ່​ລອຍ​ມາ​ຫາ​
ຢ່າງ​ບໍ່​ຄາດ​ຝັນ​ກ່ອນ​ວັນ ຄຣິສມັສ.

ລາຍງານຂ່າວຂອງ​ໂທລະພາບໃນ​ທ້ອງ​ຖິ່ນ ສະ​ແດງ​ໃຫ້​ເຫັນ
​ພວກ​ຜູ້​ຄົນ​ພາກັນ​ປະ​ລົດ​ລາ​ຂອງ​ເຂົາ​ເຈົ້າ​ໃນ​ຖະໜົນ ​ແລະ​ພາ
ກັນ​ຂຸ້ນຂ້ຽວ​ເກັບ​ເອົາ​ເອົາ​ເງິນ​ທີ່​ປິວ​ຊະຊາຍ​ຢູ່​ໃນ​ຖະໜົນ​ສາຍ​ນຶ່ງ
8 lanes ທີ່​ການ​ຈະລາຈອນ​ຄັບ​ຄັ່ງ​ທີ່​ສຸດ​ໃນ​ເມືອງ​ນັ້ນ. ​ເງິນ​ປິວ​
ອອກ​ຈາກ​ລົດ​ຕູ້​ຄັນ​ນີ້ ​ໄດ້​ເກີດ​ຂຶ້ນ​ໃນ​ຄຸ້ມ Wan Chai ​ຂອງ​ຮົງ​ກົງ
​ໃນ​ຍາມ​ຄົນ​ກິນ​ເຂົ້າທ່ຽງ.

ພວກ​ຕຳຫຼວດ​ທີ່​ປະກອບ​ອາວຸດ ໄປ​ຮອດ​ສະຖານ​ທີ່​ດັ່ງກ່າວ ​ແລະ​ອັດຖະ​ໜົນ Gloucester
ນັ້ນ​ໄວ້ ​ແຕ່​ກໍຊ້າ​ໄປ ​ເພາະ​ເງິນ​ຈຳນວນປະມານ 2 ລ້ານ​ດອນ​ລາ ໄດ້​ຫາຍ​ໄປ​ແລ້ວ.

ມີຄົນເຫັນ​ປະຊາຊົນ​ ພາກັນ​ຍ່າງ​ອອກ​ໜີ​ໄປ ດ້ວຍ​ເງິນ​ໃບ 500 ດອນ​ລາ​ຮົງ​ກົງ​ຫຼາຍ​ມັດ. ​ເງິນ​ຮົງ​ກົງ 500 ດອນ​ລາ​ ​ແລກ​ໄດ້​ປະມານ 65 ດອນ​ລາ​ສະຫະລັດ.

ບໍລິສັດ Global Security ທີ່​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຂົນ​ສົ່ງ​ເງິນສົດ ດັ່ງກ່າວ ​ເວົ້າ​ວ່າ ການ​ສືບ​ສວນ​ສອບ​ສວນ​ພາຍ​ໃນ ກຳລັງ​ດຳ​ເນີນ​ໄປ​ໃນເວລາ​ນີ້ ​ເພື່ອຢາກ​ຮູ້ຈັກ​ວ່າ ​ເງິນ​ນີ້​ປິວ​ອອກ​ຈາກ​ລົດ​ຕູ້​ໄດ້​ແນວ​ໃດ.

​ໃນ​ວັນ​ພະຫັດ​ມື້​ນີ້ ສື່​ມວນ​ຊົນໃນ​ທ້ອງ​ຖິ່ນ ​ແຈ້ງ​ໃຫ້​ຊາບ​ວ່າ ​ເງິນ​ຈຳນວນ​ປະມານ 460 ພັນ​ດອນ​ລາ ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ມາ​ໃຫ້​ຕຳຫຼວດ.

XS
SM
MD
LG