ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເມືອງ Darfur ປ່ອນບັດລົງປະຊາມະຕິ ເພື່ອຮັກສາໄວ້ ລະບົບ 5 ລັດ


ເຈົ້າໜ້າທີ່ເລືອກຕັ້ງທ່ານໜຶ່ງ ສະແດງໃຫ້ເຫັນ ເຈ້ຍ
ບັດລົງປະຊາມະຕິ ຫຼັງຈາກໄດ້ຖືກລົງຄະແນນສຽງ ຢູ່ເມືອງ El Fasher ທາງພາກເໜືອຂອງ Darfur, ວັນທີ 14 ເມສາ 2016.
ເຈົ້າໜ້າທີ່ເລືອກຕັ້ງທ່ານໜຶ່ງ ສະແດງໃຫ້ເຫັນ ເຈ້ຍ ບັດລົງປະຊາມະຕິ ຫຼັງຈາກໄດ້ຖືກລົງຄະແນນສຽງ ຢູ່ເມືອງ El Fasher ທາງພາກເໜືອຂອງ Darfur, ວັນທີ 14 ເມສາ 2016.

ເກືອບ 98 ເປີເຊັນ ຂອງພວກມີສິດປ່ອນບັດ ຢູ່ໃນຂົງເຂດ Darfur ທາງພາກຕາເວັນຕົກ ຂອງ Sudan ໄດ້ອອກມາໃຊ້ສິດອອກສຽງ ເພື່ອຕໍ່ຕ້ານການເຕົ້າໂຮມເຂົ້າກັນຄືນ 5 ລັດ ທີ່ແບ່ງແຍກອອກຈາກກັນ ຍ້ອນສົງຄາມອັນຍາວນານຢູ່ໃນຂົງເຂດ ອີງຕາມ ຄະນະກຳ ມະການເລືອກຕັ້ງ ທີ່ກຳກັບເບິ່ງ ການລົງປະຊາມະຕິ.

ແມ່ຍິງຄົນໜຶ່ງ ຢືນຢູ່ຄຽງຂ້າງ ບ່ອນພັກຂອງລາວ ກຳລັງແນມເບິ່ງ ຫຼັງຈາກເດີນທາງໄປຮອດສູນ Zam Zam IDP ໃກ້ກັບ ເມືອງ Al Fashir ຢູ່ທາງພາກເໜືອຂອງເຂດ Darfur ປະເທດຊູດານ, ວັນທີ 9 ເມສາ 2015.
ແມ່ຍິງຄົນໜຶ່ງ ຢືນຢູ່ຄຽງຂ້າງ ບ່ອນພັກຂອງລາວ ກຳລັງແນມເບິ່ງ ຫຼັງຈາກເດີນທາງໄປຮອດສູນ Zam Zam IDP ໃກ້ກັບ ເມືອງ Al Fashir ຢູ່ທາງພາກເໜືອຂອງເຂດ Darfur ປະເທດຊູດານ, ວັນທີ 9 ເມສາ 2015.

ຫົວໜ້າ ຄະນະກຳມະການ ລົງປະຊາມະຕິ ຂອງ Darfur ທ່ານ Omar Ali Jamaa ໄດ້ ກ່າວໃນວັນເສົາວານນີ້ ວ່າ 3 ລ້ານ 2 ແສນຄົນ ຂອງຈຳນວນ 3 ລ້ານ 5 ແສນ ຄົນ ຜູ້ມີສິດ ອອກສຽງ ທີ່ໄດ້ລົງທະບຽນ ຢູ່ໃນເຂດ Darfur ແມ່ນໄດ້ປ່ອນບັດອອກສຽງ ອັນເປັນການ ປ່ອນບັດ ຊຶ່ງໄດ້ຖືກຕິດຕາມເບິ່ງ ໂດຍບັນດາຜູ້ສັງເກດການສາກົນ ທີ່ລວມທັງ ສັນນິບາດ ອາຣັບ ແລະ ສະຫະພາບອາຟຣິກາ.

ພວກກະບົດທີ່ສຳຄັນ ແລະ ກຸ່ມຝ່າຍຄ້ານຕ່າງໆ ຜູ້ທີ່ເຊື່ອວ່າ ການເຕົ້າໂຮມຂົງເຂດນັ້ນ ຈະເຮັດໃຫ້ປະຊາຊົນ ມີການປົກຄອງດ້ວຍຕົນເອງຫຼາຍຂຶ້ນນັ້ນ ໄດ້ປະຕິເສດບໍ່ເຂົ້າຮ່ວມ ໃນການປ່ອນບັດ ແລະ ໄດ້ກ່າວຫາ ລັດຖະບານ Khartoum ວ່າບິດເບືອນຜົນ ຂອງ ຄະແນນສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG