ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ອົບພະຍົບຊາວດາຟົວ ຢູ່ໃນ ຊາດ ຕ້ອງພົບກັບຄວາມລໍາບາກກ່ຽວກັບບ່ອນຢູ່ອາໄສ ໃນຂະນະທີ່ເລີ້ມເຂົ້າສູ່ລະດູຝົນ

ປະຊາຊົນຊາວຊາວຊູດານ ຜູ້ທີ່ລົບໜີຈາກຄວາມຂັດແຍ້ງຢູ່ໃນພູມິພາກດາຟົວ ຂອງຊູດານ, ນັ່ງຢູ່ໃນບ່ອນອາໄສຊົ່ວຄາວ ໃນລະຫວ່າງພາຍຸຝົນ ຢູ່ທີ່ສູນອົບພະຍົບ ໃນເມືອງອູຣັງ ຢູ່ຊານເມືອງຂອງ ອາເດຣ (Adre), ປະເທດຊາດ, ວັນທີ 3ົ0 ກໍລະກົດ, 2023.

ຜູ້ອົບພະຍົບຫຼາຍພັນຄົນ ພາກັນໜີອອກຈາກຂົງເຂດດາຟົວ (Darfur) ໄປປະເທດເພື່ອນບ້ານທີ່ຢູ່ໃກ້ຄຽງ ປະເທດຊາດ (Chad) ເພື່ອລົບໜີການຕໍ່ສູ້ ແລະ ເປັນເປົ້າໝາຍການໂຈມຕີໃສ່ຊົນເຜົ່າກຸ່ມນ້ອຍ ຢູ່ໃນພູມິພາກຕາເວັນຕົກຂອງຊູດານ ທີ່ຍັງຄົງພົບກັບຄວາມຫຍຸ້ງຍາກເພື່ອຊອກຫາບ່ອນພັກເຊົາຂັ້ນພື້ນຖານທີ່ປອດໄພ ແລະເຄື່ອງໃຊ້ທີ່ຈໍາເປັນຕ່າງໆ, ໃນຂະນະທີ່ລົມ ແລະຝົນທີ່ຕົກລົງມາຢ່າງແຮງ ໄດ້ກະໜໍ່າໃສ່ສູນທີ່ຢູ່ອາໄສຊົ່ວຄາວ, ອີງຕາມລາຍງານຂອງອົງການຂ່າວ Reuters.

ອົງການສະຫະປະຊາຊາດ ຄາດການວ່າ ມີປະຊາຊາຊົນຢ່າງໜ້ອຍ 300,000 ຄົນ ໜີອອກຈາກຂົງເຂດດາເຟີ ໄປ ປະເທດຊາດ (Chad) ນັບຕັ້ງແຕ່ວັນທີ 15 ເມສາເປັນຕົ້ນມາ ເມື່ອມີການຕໍ່ສູ້ລະຫວ່າງກອງທັບຊູດານ ແລະກອງກໍາລັງເຄື່ອນທີ່ຢ່າງວ່ອງໄວ ຫຼື RSF ລະເບີດຂຶ້ນຢູ່ໃນນະຄອນຫຼວງຄາຣ໌ທູມ.

ນາງອິສລາມ (Islam), ນຶ່ງໃນຈໍານວນຜູ້ອົບພະຍົບປະມານ 33,000 ຄົນທີ່ອາໄສຢູ່ໃນສູນ ອູຣັງ (Ourang) ຂອງປະເທດຊາດ, ໄດ້ຮ້ອງຂໍບ່ອນພັກອາໄສ ເນື່ອງຈາກຝົນທີ່ຕົກລົງມາແບບລຽນຕິດ ໃນຂະນະທີ່ນາງຢືນຢູ່ຕໍ່ໜ້າເຕັນທ໌ ທີ່ຖືກທໍາລາຍ.

ເດັກນ້ອຍຊາຍຊາວຊູດານຄົນນຶ່ງ ຜູ້ທີ່ໜີອອຈາກຄວາມຂັດແຍ້ງຢູ່ໃນພູມິພາກດາຟົວຂອງຊູດານ, ໃຊ້ຖົງຢາງກວບໂຕຂອງລາວເອງ ເພື່ອປ້ອງກັນນໍ້າຝົນ ໃນລະຫວ່າງພາຍຸຝົນ ຢູ່ທີ່ສູນອົບພະຍົບໃນເມືອງອູຣັງ ບໍລິເວນຊານເມືອງອາເດຣ (Adre), ຊາດ, ວັນທີ 30 ກໍລະກົດ 2023.

ນາງກ່າວໃນຂະນະທີ່ນໍາຕາຂອງນາງໄຫຼລົງອາບໜ້າວ່າ “ກະລຸນາຫາທີ່ຢູ່ອາໄສໃຫ້ພວກເຮົາໄວໆແດ່ທ້ອນ. ນີ້ມັນເປັນຕາໜ້າອັບອາຍແທ້ໆ. ທຸກໆຄົນຢູ່ທີ່ນີ້ ສູນເສຍຄອບຄົວ 3 ຫຼື 4 ຄົນ ແລະເດີນທາງມາທີ່ນີ້ໂດຍບໍ່ມີອາຫານ ຫຼື ນໍ້າດື່ມເລີຍ.”

ປັດຈຸບັນ, ບາງຄົນ ແມ່ນອາໄສຢູ່ໃນເຕັນທ໌ທີ່ເຮັດດ້ວຍຜ້າກັນຝົນບາງໆ ແລະຂາດລົງມາງ່າຍໆເມື່ອຝົນຕົກໃສ່, ບາງຄົນ ກໍຫໍ່ຕົນເອງດ້ວຍຜ້າຫົ່ມ ເພື່ອເຮັດໃຫ້ຮ່າງກາຍອົບອຸ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG