ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຜູ້ເສຍຊີວິດ ເພີ້ມຂື້ນເປັນ 34 ຄົນ ໃນເຫດຕຶກພັງ ຢູ່ແທນຊາເນຍ (ວີດິໂອ)


ເຈົ້າ​ໜ້າ​ທີ່​ໃນ Tanzania ກ່າວ​​ວ່າ ຈໍານວນ​ຜູ້​ເສຍຊີວິດ​​ໃນ​ເຫດ
​ຕຶກພັງ ​​ໃນນະຄອນ Dar es Salaam ​ໄດ້​ເພີ້​ມຂື້ນ 34 ຄົນ​ແລ້ວ ​
ເຈົ້າ​ໜ້າ​ທີ່​ໃນ Tanzania ກ່າວ​​ວ່າ ຈໍານວນ​ຜູ້​ເສຍຊີວິດ​​ໃນ​ເຫດ ​ຕຶກພັງ ​​ໃນນະຄອນ Dar es Salaam ​ໄດ້​ເພີ້​ມຂື້ນ 34 ຄົນ​ແລ້ວ ​
ເຈົ້າ​ໜ້າ​ທີ່​ໃນ Tanzania ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ຈໍານວນ​ຜູ້​ເສຍ
ຊີວິດໃນ​ເຫດ​ຕຶກພັງ ໃນນະຄອນ Dar es Salaam ​ໄດ້​ເພີ້​ມຂື້ນ
ເປັນ 34 ຄົນ​ແລ້ວ ​ແລະມີລາຍ​ງານ​ວ່າ ມີ​ເດັກນ້ອຍ​ລວມຢູ່​ໃນ
​ນັ້ນ​ນໍາ.

ເຈົ້າ​ໜ້າ​ທີ່​ກ່າວອີກ​ວ່າ ຢ່າງ​ໜ້ອຍ 18 ຄົນ​ໄດ້​ຖືກ​ຊ່ອຍ​ຊີວິດ​ເອົາ
​ໄວ້ ​ ​ເວລາ​ຕຶກ 16 ຊັ້ນ ​ທີ່ກໍາລັງຢູ່​ໃນ​ຂັ້ນຕອນ​ສຸດ​ທ້າຍ​ຂອງ​ການ
​ກໍ່​ສ້າງ​ ​ໄດ້​ພັງ​ລົງ​ມາ ໃນ​ເຊົ້າ​ວັນ​ສຸກ​ອາທິດ​ແລ້ວ​ນີ້ ​ໃກ້​ກັບ​ເດີ່ນ
​ຫລີ້ນ​ຂອງ​ເດັກນ້ອຍ.

ບັນດາ​ຜູ້​ກູ້​ໄພພາກັນ​ໝົດ​ຄວາມ​ຫວັງ ​ໃນ​ການ​ຊອກ​ຫາ​ຜູ້​ທີ່​ລອດ​ຊີວິດ​ຕື່ມ​ອີກ​ ຢູ່​ໃນ​ຊາກ​ເພພັງນັ້ນ.

​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ທໍາ​ການ​ສືບ​ສວນ​ເຖິງ​ສາ​ເຫດ ການ​ພັງລົງ​ຂອງ​ຕຶກ ​ແລະ​ໄດ້​ຄວບ​ຄຸມ​ໂຕ​ ຢ່າງ​ໜ້ອຍ​ສີ່​ຄົນ​ໄວ້ ​ເພື່ອ​ສອບ​ປາກ​ຄໍາ.

​ເຫດການຕຶກ​ອາຄານ​ພັງ ມັກເກີດ​ຂື້ນ​ເປັນ​ປະ​ຈໍາ ໃນບາງ​ປະ​ເທດ​ໃນອາ​ຟຣິກາ ​ຊຶ່ງ​ສາ
ເຫດສ່ວນ​ໃຫຍ່ ​ແມ່ນ​ເປັນ​ຍ້ອນ​ມາດ​ຕະຖານການ​ກໍ່​ສ້າ​ງ​ຕໍ່າ.

Tanzania
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG