ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ຕຳຫຼວດ​​ເດັນ​ມາກ ຈັບ​ກຸມ​ຊາຍ 2 ຄົນ ທີ່​ສົງ​ໄສ​ວ່າ​ ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ມື​ປືນ


ປ້າຍຂຽນຂໍ້ຄວາມວ່າ "Not Afraid" ທີ່ມີຄວາມໝາຍວ່າ "ບໍ່ຢ້ານ" ໄດ້ຖືກວາງໄວ້ໃກ້ໆກັບບ່ອນຖືກໂຈມຕີ ມີຄົນໜຶ່ງ ເສຍຊີວິດ ໃນນະຄອນ Copenhagen, Denmark, ວັນທີ 15 ກຸມພາ, 2015.

ຕຳຫຼວດເດັນ​ມາກ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ຊາຍ 2 ຄົນ
ທີ່​ສົງ​ໄສ​ວ່າ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ມື​ປືນຄົນ​ນຶ່ງ ທີ່​ສັງຫານ 2 ຄົນ ​
ໃນ​ການ​ຍິງ​ໂຈມ​ຕີ​ສອງ​ບັ້ນ ​ໃນ​ນະຄອນຫລວງ Copenhagen ​
ເມື່ອວັນ​ເສົາຜ່ານ​ມານີ້.

ຕຳຫຼວດກ່າວໃນ​ວັນ​ຈັນ​ມື້​ນີ້ວ່າ ທາງ​ການ​ສົງ​ໄສວ່າ ຊາຍ 2 ຄົນນີ້
ໄດ້​ໃຫ້ການ​ຊ່ອຍ​ເຫຼືອ ແລະຍຸຍົງ​ສົ່ງ​ເສີມ ​ມື​ປືນ ​ໄວ 22 ປີ ​ໃຫ້ທຳ
​ການໂຈມ​ຕີ ​ຢູ່ໃນ​ງານ​ຊຸມນຸມ​ສົນທະນາ​ກັນ​ຢ່າງ​ເສລີ ຢູ່​ຮ້ານ​ອາ
ຫານ​ແຫ່ງ​ໜຶ່ງ ​ແລະ​ໂບດຊາວ​ຢິວ​ແຫ່ງສຳຄັນ ​ໃນ​ Copenhagen ນັ້ນ.

.

​ແຜນ​ທີ່ ນະຄອນ Copenhagen ສະ​ແດງໃຫ້​ເຫັນ​ເຖິງ​ຮ້ານອາຫານ Krudttonden ​ແລະ​ໂບດ​ຊາວ ຢິວ
​ແຜນ​ທີ່ ນະຄອນ Copenhagen ສະ​ແດງໃຫ້​ເຫັນ​ເຖິງ​ຮ້ານອາຫານ Krudttonden ​ແລະ​ໂບດ​ຊາວ ຢິວ

ນາຍົກລັດຖະມົນຕີເດັນ​ມາກ ທ່ານນາງ Helle Thorning-
Schmidt ​ເອີ້ນ​ການ​ຍິງ​ໂຈມ​ຕີ​ທັງ​ສອງ​ບັ້ນ​ນັ້ນ​ວ່າ “​ເປັນ​ການ​
ກໍ່​ການ​ຮ້າຍ ​ແບບ​ຢຽດ​ຍາມກຽດ​ຊັງ ຕ້ານ​ກັບ​ເດັນ​ມາກ
.”

ຕຳຫຼວດ​ໄດ້​ສັງຫານ​ມື​ ປືນຄົນ​ນັ້ນ ທີ່​ເກີດ​ຢູ່​ເດັນ​ມາກ ​ໃນ​ເຊົ້າ
​ວັນ​ອາທິດ​ວານ​ນີ້ ຫຼັງ​ຈາກ​ທີ່​ຜູ້ກ່ຽວ​ໄດ້ເປີດ​ສາກຍິງ ​ໃສ່​ພວກ
​ເຈົ້າ​ໜ້າ​ທີ່​ ຢູ່ໃກ້ໆ​ກັບ​ສະຖານ​ນີລົດ​ໄຟແຫ່ງ​ໜຶ່ງ.

ປະຫວັດ​ດ້ານ​ອາຍາ​ຂອງ​ຜູ້ກ່ຽວ​ກ່ອນ​ໜ້າ​ນີ້ ​ແມ່ນ​ມີຮວມທັງ ການ
​ກໍ່​ຄວາມ​ຮຸນ​ແຮງ ​ແລະ​ໃຊ້​ອາ​ວຸດ ອິງ​ຕາມ​ລາຍ​ງານ​ຂອງ​ຕຳຫຼວດ.

ຫົວໜ້າໜ່ວຍສືບ​ລັບ​ຂອງ​ເດັນ​ມາກ ທ່ານ Jens Madsen ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສືບສວນ ເຊື່ອ​ວ່າ ມື​ປືນ​ແມ່ນໄດ້ແຮງດົນ​ບັນດານ​ໃຈ ຈາກ​ພວກ​ນັບຖື​ສາສະໜາ​ອິສລາມຫົວຮຸນແຮງ
ຈັດ.

Denmark Shooting VOSOT
please wait

No media source currently available

0:00 0:02:57 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG