ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ເດັນ​ມາກ ຈັບ​ກຸມຫຼາຍ​ຄົນ​ ທີ່​ຖືກ​ສົງ​ໄສ ​ວາງ​ແຜນ​ກໍ່​ການ​ຮ້າຍ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ເດັນ​ມາກ ທ່ານ​ນາງ ເມັດເຕ ເຟ​ຣ​ເດ​ຣິ​ກ​ສັນ ກ່າວ​ຄຳ​ປາ​ໄສ​ຕໍ່​ສື່ມວ​ນ​ຊົນ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເດີນ​ທາ​ງ​ຮອດ​ສຳ​ລັບ​ກອງ​ປ​ະ​ຊຸມ​ສຸດຍອດ ສະ​ຫະ​ພາບ ຢູ​ໂຣບ ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ແບ​ລ​ຈຽມ, 14 ທັນ​ວາ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ເດັນ​ມາກ ທ່ານ​ນາງ ເມັດເຕ ເຟ​ຣ​ເດ​ຣິ​ກ​ສັນ ກ່າວ​ຄຳ​ປາ​ໄສ​ຕໍ່​ສື່ມວ​ນ​ຊົນ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເດີນ​ທາ​ງ​ຮອດ​ສຳ​ລັບ​ກອງ​ປ​ະ​ຊຸມ​ສຸດຍອດ ສະ​ຫະ​ພາບ ຢູ​ໂຣບ ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ແບ​ລ​ຈຽມ, 14 ທັນ​ວາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່ ເດັນ​ມາກ ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ຈັບ​ກຸມ 4 ຄົນ, ເຊິ່ງ 3 ຄົນ​ໃນ ເດັນ​ມາກ ແລະ ຄົນ​ທີ 4 ໃນ​ປະ​ເທດ ເນ​ເທີ​ແລນ ແລະ ໄດ້​ດຳ​ເນີນ​ການກວດ​ຄົ້ນ​ຫາ​ທົ່ວ​ປະ​ເທດ​ເພື່ອ​ປາບ​ປາມ ​ສິ່ງ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ​ເປັນ​ການ​ວາງ​ແຜນ​ເພື່ອ​ໂຈມ​ຕີ​ກໍ່​ການ​ຮ້າຍ.

ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ໂຄ​ເປັນ​ເຮ​ເກັນ ໃນ​ວັນ​ພະ​ຫັດ​ວານນີ້, ຜູ້​ອຳ​ນວຍ​ການ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ສືບ​ລັບ ເດັນ​ມາກ ທ່ານ ເຟຼັມ​ມິງ ເດ​ຣ​ເຢີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ການ​ຈັບ​ກຸມ ແລະ ການກວດ​ຄົ້ນ​ທັງ​ໃນ ເດັນ​ມາກ ແລະ ເນ​ເທີ​ແລນ ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ສືບ​ສວນ​ສອບ​ສວນ​ທີ່​ລະ​ອ​ຽດ ແລະ ວ່າ​ການ​ປະ​ຕິ​ບັດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ຂຶ້ນ​ດ້ວຍ “ການ​ຮ່ວມ​ມື​ຢ່າງ​ໃກ້​ຊິ ດ​ກັບ​ຄູ່​ຮ່ວມ​ຕ່າງ​ປະ​ເທດ​ຂອງ​ພວກ​ເຮົາ.” ທ່ານ​ໄດ້​ກ່າວ​ວ່າ​ການກວດ​ຄົ້ນ​ຕ່າງ​ໆ​ແມ່ນ​ຍັງ​ດຳ​ເນີນ​ຕໍ່​ໄປ​ຢູ່.

ທ່ານ ເດ​ຣ​ເຢີ ໄດ້​ກ່າວ​ວ່າ​ສາມ​ຄົນ​ທີ່​ຖືກ​ຈັບ​ໃນ ເດັນ​ມາກ ຈະ​ຖືກ​ຕັ້ງ​ຂໍ້​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ, ໂດຍ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຍັງ​ສາ​ມາດ​ເວົ້າ​ໄດ້​ວ່າ ມັນ​ມີ​ການ​ເຊື່ອມ​ໂຍງ​ກັບ​ແກັ່ງ​ຕ່າງໆ​ໃນ​ໂລກ, ເຊື່ອມ​ໂຍງ​ກັບ​ອົງ​ການ​ທີ່​ຖືກ​ຫ້າມ​ຊື່​ວ່າ Loyal to Familia, ຫຼື LTF, ເຊິ່ງ​ແມ່ນ​ແກັ່ງ​ນັກ​ເລງ​ຕາມ​ຖະ​ໜົນ ​ຂອງ ເດັນ​ມາກ ທີ່​ຖືກ​ຫ້າມ ແລະ ກັບ​ຄົນ​ທີ່​ຢູ່​ໃນ​ ເດັນ​ມາ ແລະ ຕ່າງ​ປະ​ເທດ.”

ໂດຍ​ອະ​ທິ​ບາຍວ່າ​ທ່ານບໍ່​ສາ​ມາດ​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ ເປົ້າ​ໝາຍ ຫຼື ແຮງ​ຈູງ​ໃຈ​ສຳ​ລັບ​ແຜນ​ການ​ໂຈມ​ຕີ​ນັ້ນ, ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ວ່າ, ແນ່ນອນ, ໃຫ້​ລະ​ວັງ​ສະ​ຖານ​ທີ່ໆ​ມີ​ຊາວ ຢິວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG