ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັນຕະລາຍຮ້າຍແຮງ ຂອງການຂຸດແກ້ວຢົກ ຢູ່ໃນມຽນມາ


ຊາວບ້ານທ້ອງຖິ່ນ ກວດເບິ່ງຄຸນນະພາບແກ້ວຢົກ ທີ່ລັດ Hpakant ໃນພາກເໜືອຂອງມຽນມາ.
ຊາວບ້ານທ້ອງຖິ່ນ ກວດເບິ່ງຄຸນນະພາບແກ້ວຢົກ ທີ່ລັດ Hpakant ໃນພາກເໜືອຂອງມຽນມາ.

ພາຍ​ໃນບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້ກໍ​ຈະ​ເປັນ​ການ​ເລີ້ມ​ຕົ້ນຂອງ​ລະດູ​ລົມ​ມໍ​ລະ​ສຸມ​ແລ້ວ ສະພາບ​ທີ່​ເປັນ​ອັນ​ຕະລາຍ ​ແລະ​ຂາດ​ມ​າດຕະການ ​ດ້ານຄວາມ​ປອດ​ໄພ ຢູ່​ຕາມບໍ່​ຂຸດແກ້ວຢົກ ຂອງ​ມຽນມາ ​ໄດ້​ມີ​ການ​ເນັ້ນໜັກ​ເວລາພວກ​ຂຸດ​ຄົ້ນແກ້ວ​ຢົກສິບກວ່າ​ຄົນໄດ້​ເສຍ​ຊີວິດໃນ ​ຂະນະ​ທີ່​ຂຸດຄົ້ນ​ຫາແກ້ວ​ຢົກຢູ່​ທີ່ບໍ່ແຫ່ງ​ນຶ່ງ.

ບໍລິ​ເວນ​ດັ່ງກ່າວ​ແມ່ນ​ຢູ່​ໃນ​ເຂດເມືອງ Hpakant ໃນ​ລັດ Kachin ທາງພາກ​ເໜືອ​ຂອງ​ ມຽນມາຊຶ່ງ​ເປັນ​ດິນ​ແດນ​ທີ່​ຖື​ກປະປ່ອຍ​ໃຫ້​ເຕັມ​ໄປ​ດ້ວຍ​ຂຸມ​ເລິກ ແລະເສດ​ເຫລັກ​ຂະໜາດ​ໃຫຍ່​ເປັນ​ຈຳນວນ​ຫລວງຫລາຍ ​ໂດ​ຍ​ບັນດາ​ບໍລິສັດ​ຂຸດ​ບໍ່ ​ແຮ່ ທີ່​ໃຊ້​ເຄື່ອງ​ຈັກຂະໜາດ​ ໜັກ ​ແລະ​ດິນ​ລະ​ເບີດນັ້ນ.

ທ່ານ Khin Maung Myint ສະມາຊິກ​ສະພາ​ສູງ​ຂອງພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ ປະຊາທິປະໄຕ ຫຼື NLD ​ຈາກເຂດເມືອງ Hpakant ກ່າວ​ວ່າ ຝົນຕົກ​ໜັກ​ມັກ​ຈະ​ພາ​ໃຫ້ ​ເກີດ​ຄວາມບໍ່ທຸ່ນ​ທ່ຽງຕື່ມ​ຂຶ້ນຢູ່​ໃນ​ຂົງ​ເຂດ ​ແລະ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ນີ້ ຝາ​ຂຸມ​ໄດ້​ພັງ​ທັບ ພວກ​ເຮັດວຽກ​ຫລາຍ​ຄົນ.

ແກ້ວຢົກ ໃນມຽນມາ
ແກ້ວຢົກ ໃນມຽນມາ

ທ່ານ​ກ່າວ​ເພີ້​ມວ່າ “​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ 12 ​ສົບ ​ແລະ​ໄດ້​ສົ່ງອີກ 50 ຄົນ​ໄປ​ໂຮງໝໍ ທ່ານ​ ເຊື່ອວ່າ ຜູ້​ຊາຍ​ເກືອບ​ຮອດ 100 ຄົນ ອາດ​ຈະ​ຕົກ​ຄ້າງ​ຢູ່​ໃນ​ຊາກ​ຫັກ​ພັງນັ້ນ. ເພາະເກີດ​ ຝົນຕົກ​ໜັກ ​ສະ​ນັ້ນ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຢຸດ​ເຊົາ​ການ​ຊອກ​ຄົ້ນ​ຫາ.”

ທ່ານ​ກ່າວ​ເພີ້​ມວ່າ ພວກ​ຜູ້​ຊາຍ​ເຫລົ່ານີ້​ໄດ້​ພາກັນ​ເຂົ້າ​ໄປ​ຂຸມ​ບໍ່​ແຮ່ຂອງ​ບໍລິສັດ ຢ່າງ​ຜິດ​ ກົດໝາຍ ບ່ອນ​ທີ່​ການ​ຂຸດ​ຄົ້ນ​ໄດ້ຢຸດ​ເຊົາ​ຊົ່ວຄາວ​ນັ້ນ.

ອຸປະຕິ​ເຫດ​ຮ້າຍ​ແຮງ​ ມັກ​ຈະເກີດ​ຂື້ນ​ຢູ່ຕາມ​ບໍ່​ແຮ່​ໃນ​ເມືອງ Hpakant ບ່ອນ​ທີ່​ພວກ​ອົບ ​ພະຍົບທີ່ທຸກ​ຈົນ ມາ​ຈາກ​ທົ່ວ​ມຽນມາ ​ພາກັນ​ຊອກ​ຄົ້ນຫາ​ແກ້​ວຢົກ ຢູ່​ຕາມບໍ່​ແຮ່​ທີ່​ຖືກ​ປະປ່ອຍ.

ພວກທະຫານກຳລັງນຳເອົາສົບຄົນຕາຍ ທີ່ຖືກດິ່ນເຈື່ອນທັບຢູ່ໃນຂຸມບໍ່ແຮ່.
ພວກທະຫານກຳລັງນຳເອົາສົບຄົນຕາຍ ທີ່ຖືກດິ່ນເຈື່ອນທັບຢູ່ໃນຂຸມບໍ່ແຮ່.

ໃນ​ວັນ​ທີ 8 ​ເດືອນ​ພຶດສະພາຜ່ານ​ມານີ້ ມີ 13 ຄົນລາຍ​ງານ​ວ່າ​ເສຍ​ຊີວິດ​ຍ້ອນ​ດິນ​ເຈື່ອນ. ອຸປະ​ຕິ​ເຫດ​ທີ່​ຮ້າຍ​ແຮງຈຳນວນ​ນຶ່ງ ​ທີ່​ບໍ່​ເສຍ​ຊີວິດ​ຫລາຍປານ​ໃດ​ນັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ເດືອນທັນວາ ​ແລະ​ເດືອນມັງກອນຜ່ານ​ມານີ້. ຢູ່​ໃນ​ອຸບັດ​ເຫດ​ທີ່​ຮ້າຍ​ແຮງ​ສຸດທີ່​ເກີດ​ຂຶ້ນ​ຫວ່າງມໍ່ໆ​ມາ​ນີ້ ມີຜູ້​ຊາຍ 114 ຄົນ ພາກັນ​ນອນ​ຢູ່​ໃນ​ບໍ່ແຮ່​ໄດ້​ເສຍ​ຊີ​ວິດ​ ເວລາ​ເຂົາ​ເຈົ້າ​ໄດ້​ຖືກຖົມໂດຍ​ກອງສິ່​ງ​ເສດ​ເຫລືອ​ໃນ​ເດືອນ​ພະ​ຈິກແລ້ວ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG