ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານທຣໍາ ຈະ​ແຕ່ງຕັ້ງ ​ອະດີດ​ ສະມາຊິກ ​ສະພາ​ສູງ Dan Coats ເປັນ​ຫົວໜ້າ ​ປະຊາ​ຄົມ​ສືບ​ລັບ ​​ສຫລ


ອະດີດ​ສະມາຊິກ​ສະພາ​ສູງ ພັກຣີພັບບລິກັນ ທ່ານ Dan Coats
ຈາກລັດ Indiana.
ອະດີດ​ສະມາຊິກ​ສະພາ​ສູງ ພັກຣີພັບບລິກັນ ທ່ານ Dan Coats ຈາກລັດ Indiana.

ປະທານາທິບໍດີ​ທີ່ຖືກ​ເລືອກໃໝ່ ທ່ານ Donald Trump ຈະ​ແຕ່ງຕັ້ງ​ອະດີດ​ສະມາຊິກ​ສະ ພາ​ສູງ Dan Coats ​ໃຫ້​ກຳ​ຕຳ​ແໜ່​ງ​ ເປັນ​ຫົວໜ້າ ​ປະຊາ​ຄົມ​ສືບ​ລັບ ​ຢູ່​ໃນ​ສະຫະລັດ ອີງ​ຕາມລາຍ​ງານຂອງ​ອົງການຂ່າວຕ່າງໆ.

ທ່ານ Coats ສະມາຊິກ​ພັກຣີພັບ​ບລິ​ກັນນິຍົມ​ແນວ​ທາງ​ເດີ​ມຈະເປັນຫົວໜ້າ​ອົງການສືບ​ລັບ​ແຫ່ງ​ຊາດ ຊຶ່ງ​ຈະ​ເປັນ​ຜູ້​ກຳກັບນຳ​ ອົງການ​ສືບ​ລັບ CIA ອົງການ​ຄວາ​ມໝັ້ນຄົງ​ແຫ່ງ ຊາດ ​ແລະອີກ 14 ອົງການ​ລັດຖະບານ​ກາງ​ທີ່​ເກັບ​ກຳ​ຂໍ້​ມູນ ​ເພື່ອ​ສະໜັບສະໜູນຄວາມ ສຳພັນ​ກັບຕ່າງປະ​ເທດຂອງ​ສະຫະລັດ ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ຖ້າ​ຫາກໄດ້​ຮັບ​ຮອງ​ເອົາໂດຍ​ສະພາ​ສູງ​ແລ້ວ ທ່ານ Coats ຈະ​ຮັບໜ້າ​ທີ່ ​ແທນທ່ານ James Clapper ນາຍ​ພົນ​ສາມ​ດາວ​ເບ້ຍ​ບຳນານ ຜູ້​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍປະທານາທິບໍດີ Barack Obama ​ໃນ​ປີ 2010.

ທ່ານ Coats ອາຍຸ 73 ປີ ທີ່ຕາງໜ້າ​ໃຫ້​ລັດ Indiana ຢູ່​ໃນ​ສະພາ​ສູງແຕ່​ປີ 1989 ຈົນ​ຮອດ​ປີ 1999 ​ແລະ​ອີກ​ເທື່ອ​ນຶ່ງ​ຕັ້ງແຕ່​ປີ 2011 ​ເປັນຕົ້ນມາ. ທ່ານ​ໄດ້​ປະຕິ​ເສດ​ບໍ່​ລົງ ແຂ່ງຂັນເອົາ​ຕຳ​ແໜ່​ງຕື່ມ​ອີກ​ສະ​ໄໝ​ນຶ່ງ​ໃນການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ພະຈິກທີ່​ຜ່ານ​ມາ.

ທ່ານ​ຍັງເຄີຍເປັນ​ອະ​ດີີດ​ເອກ​ອັກຄະ​ລັດຖະທູດ​ປະຈຳ​ເຢຍຣະ​ມັນ ທ່ານ Coats ​ໄດ້​ຮັບ​ໜ້າ​ທີ່​ຢູ່​ໃນ​ຄະນະ​ກຳມະການ​ສືບ​ລັບ​ຂອງສະພາ​ສູງມາ​ກ່ອນ. ທ່ານ​ໄດ້​ຮັບ​ໃຊ້​ກອງທັບ​ບົກ​ສະຫະລັດແຕ່ປີ 1966 ຫາ 68 ​ແລະ​ເຄີຍ​ໄດ້​ປະກອບ​ວິຊາ​ອາ ຊີບ​ເປັນ​ນັກ​ທຸລະ​ກິດກ່ອນ ກ້າວ​ເຂົ້າສູ່​ວົງ​ການການ​ເມືອງ.

ທ່ານ Clapper ຜູ້​ທີ່ມີ​ອາຍຸ 75 ປີ ​ໄດ້​ປະກາດ​ເມື່ອ​ບໍ່​ດົນ​ມານີ້​ວ່າ ທ່ານ​ຈະ​ບໍ່ຂໍ​ ​ຕໍ່​ອາຍຸ​ ໃນ​ການເປັນ​ຫົວໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດຕື່ມ​ອີກ ຫລັງ​ຈາກ​ລັດຖະ ບານຂອງ​ທ່ານ Barack Obama.

ໜັງສືພິມ Wall Street Journal ລາຍ​ງານ​ວ່າ ທ່ານ Trump ມີ​ແຜນ​ທີ່​ຈະ​ປັບ​ປຸງໂຄງ​ສ້າງໃໝ່ ​ແລະ​ດັດແປງ​ຫ້ອງການອົງການສືບ​ລັບ​ແຫ່​ງຊາດທີ່​ທ່ານ​ຮູ້ ສຶກ​ວ່າບໍ່​ສະບາຍ​ໃຈ ​ແລະ​ຫຼິ້ນການ​ເມືອງ.” ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໂຄສົກ​ຂອງ ທ່ານ Trump ຄື​ທ່ານ Sean Spice ​ໄດ້​ປະ​ຕິ​ເສດ​ຢ່າ​ງ​ແຂງ​ຂັນ​ວ່າ ລາຍ​ງານ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂອຍຮ້ອງ​ວ່າ “ຜິ​ດພາດ 100 ​ເປີ​ເຊັນ.”

ນັບ​ແຕ່ໄດ້​ຖືກເລືອກ ທ່ານ Trump ​ໄດ້ຕິຕຽນ​ການ​ປະຕິບັດ​ງານ​ຂອງ​ປະຊາ​ຄົມ​ສືບ​ລັບ​ສະຫະລັດຫລາຍ​ຄັ້ງ ​ໂດຍ​ກ່າວ​ວ່າ ທ່ານ​ມີ​ຄວາມ​ສົງ​ໄສ​ຢ່າງ​ໜັກ​ກ່ຽວ​ກັບ​ການ​ຊັງ​ຊາ​ວ່າ ຣັດ​ເຊຍ ​ແຊກແຊງ​ເຂົ້າໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໂດຍ​ໂດຍ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ອີ​ແມ​ລພັກ​ເດ​ໂມ​ແຄຣັດ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຊຸກຍູ້ຜູ້​ສະໝັກປະທານາທິບໍດີທີ່​ເປັນ​
ມະຫາ​ເສດຖີ​ອະ​ສັງຫາລິມະ​ຊັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG