ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂື່ອ​ນ​ໄຟ​ຟ້າ​ແຕກ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ ສຽງ​ເໜືອ​ຂອງ​ບ​ຣາ​ຊີ​ລ ​ຂະ​ນະ​ທີ່​ຂົງ​ເຂດ ​ດັ່ງ​ກ່າວ ​ຖືກ​ກະ​ທົບ​ໂດຍໄພ​ນ້ຳ​ຖ້ວມ


​ພາບ​ຖ່າຍ​ທາງ​ອາ​ກາດ​ສະ​ແດງ​ໃຫ້​ເຫັນນ້ຳ​ຖ້ວມ​ຍ້ອນ​ຝົນ​ຕົກ​ໜັກ ໃນ​ເມືອງ Itapetinga, ລັດ Bahia ຂອງບ​ຣາ​ຊີ​ລ, ວັນ​ທີ 26 ທັນ​ວາ, 2021
​ພາບ​ຖ່າຍ​ທາງ​ອາ​ກາດ​ສະ​ແດງ​ໃຫ້​ເຫັນນ້ຳ​ຖ້ວມ​ຍ້ອນ​ຝົນ​ຕົກ​ໜັກ ໃນ​ເມືອງ Itapetinga, ລັດ Bahia ຂອງບ​ຣາ​ຊີ​ລ, ວັນ​ທີ 26 ທັນ​ວາ, 2021

ເຂື່ອນ​ສອງ​ແຫ່ງ​ໄດ້​ປ່ອຍ​ໃຫ້​ນ້ຳທະ​ລຸ​ອອກມາຢູ່ໃນ​ລັດບາ​ເຮຍ (Bahia) ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ບຣາຊິ​ລ ຫລັງ​ຈາກ​ມີ​ຝົນຕົກ​ໜັກ​ໄດ້ ຫລາຍ​ອາທິດ ​ເຮັດ​ໃຫ້​ແມ່​ນ້ຳ​ໃນ​ທ້ອງ​ຖິ່ນ​ນັ້ນ​ທີ່​ຍື່ງ​ຂຶ້ນ​ຢູ່​ແລ້ວ​ໄຫລ​ອອກ​ມາຖ້ວມ ​ໃນ​ຂະ​ນະ​ທີ່ໄພ​ນ້ຳ​ຖ້ວມໄດ້​ກະ​ທົບ​ໃສ່ບັນດາ​ເມືອງ​ຕ່າງໆ​ຢູ່ໃນ​ທົ່ວ​ຂົງ​ເຂດນັ້ນ, ອີງ​ຕາມເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ຢູ່​ໃນລາຍ​ງານ​ຂອງອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters)​.

ເຂື່ອນອີ​ກົວ (Igua), ຢູ່ໃນແມ່ນ້ໍາເວີ​ຣູ​ກາ (Verruga) ໃກ້ກັບເມືອງວິກ​ຕໍ​ເຣຍ ດາ ຄອນ​ກິ​ສ​ຕາ (Vitoria da Conquista) ໃນພາກ​ໃຕ້​ຂອງລັດ​ບາ​ເຮຍ (Bahia) ໄດ້ພັງລົງໃນຄືນວັນເສົາຜ່ານ​ມາ, ​ບັງຄັບໃຫ້ພວກເຈົ້າຫນ້າທີ່ຕ້ອງອົບ ພະຍົບປະຊາຊົນ, ຊຶ່ງສ່ວນໃຫຍ່ແມ່ນຢູ່ໃນເມືອງອີແທມ​ເບ (Itambe) ອອກ​ໄປ.

ເຂື່ອນແຫ່ງທີສອງປ່ອຍ​ໃຫ້​ນ້ຳ​ທະ​ລຸອອກ​ໄປ​ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າເພີ່ມຂຶ້ນຢູ່ ໃນເມືອງຈັ​ສ​ຊຽບເປ (Jussiape), ທີ່​ຕັ້ງ​ຢູ່ 100 ກິໂລແມັດຫ່າງ​ຈາກ​ກັນນັ້ນໄປ ທາງທິດເໜືອ ໃນຕອນເຊົ້າຂອງວັນອາທິດວານນີ້ ຊຶ່ງເຮັດໃຫ້ມີການເຕືອນໄພ ໃຫ້ປະຊາຊົນຍົກຍ້າຍໄປ​ຢູ່ພື້ນທີ່ທີ່ປອດໄພກວ່າ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ເສຍ​ຊີວິດ ​ຫຼື​ບາດ​ເຈັບ​ຍ້ອນ​ເຂື່ອນດັ່ງ​ກ່າວ​ແຕກເທື່ອ, ​ເຖິງ​ແມ່ນ​ວ່າຂົວ ​ແລະຖະໜົນ​ຫົນທາງຕ່າງໆ​ໄດ້​ຖືກ​ທຳລາຍກໍ​ຕາມ.

​ຢູ່ທາງເໜືອ​ຂຶ້ນ​ໄປ​ອີກ​ຂອງ​ຊາຍ​ຝັ່ງ​ທະ​ເລ​ໃນ​ເມືອງອີ​ຕາ​ບູ​ນາ (Itabuna) ຊຶ່ງ​ເປັນ​ເມືອງ​ທີ່​ມີ​ຜູ້​ອາ​ໄສຢູ່ 200,000 ຄົນ, ໜ່ວຍ​ດັບ​ເພີງ​ໄດ້​ຊ່ອຍ​ກອບກູ້​ເອົາ​ພວກ​ທີ່​ຕິດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ເຂດ​ຕົວ​ເມືອງ​ທີ່​ຈົມຢູ່​ໃຕ້​ນ້ຳ, ອີງ​ຕາມ​ການ​ລາຍ​ງານ​ຂອງອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters)​.

ພາບ​ຖ່າຍ​ໂດຍ​ຜ່ານ​ເຮືອ​ບິນບໍ່​ມີ​ຄົນ​ຂັບສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ຊາຍ​ຄົນ​ນຶ່ງໃຊ້​ເສື່ອ​ອັດ​ລົ​ມ​ຂີ່​ໄປໃນ​ຂະ​ນະ​ທີ່​ນ້ຳ​ທີ່​ໄຫ​ລາ​ມາ​ຈາກ​ແມ່​ນ້ຳ Cachoeira ມາ​ຖ້ວມຢູ່​ເມືອງ Itabuna ລັດ​ບາ​ເຮຍ​ຂອງເບ​ຣ​ຊີລ, ວັນ​ທີ 26 ທັນ​ວາ, 2021
ພາບ​ຖ່າຍ​ໂດຍ​ຜ່ານ​ເຮືອ​ບິນບໍ່​ມີ​ຄົນ​ຂັບສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ຊາຍ​ຄົນ​ນຶ່ງໃຊ້​ເສື່ອ​ອັດ​ລົ​ມ​ຂີ່​ໄປໃນ​ຂະ​ນະ​ທີ່​ນ້ຳ​ທີ່​ໄຫ​ລາ​ມາ​ຈາກ​ແມ່​ນ້ຳ Cachoeira ມາ​ຖ້ວມຢູ່​ເມືອງ Itabuna ລັດ​ບາ​ເຮຍ​ຂອງເບ​ຣ​ຊີລ, ວັນ​ທີ 26 ທັນ​ວາ, 2021

"ນ້ຳ​ຫລາຍ​ເປັນບ້າເລີຍຢູ່ໃກ້ຂົວຫັ້ນ, ມີຄື້ນຟອງສູງເກືອບຮອດ 2 ແມັດ," ນັ້ນ​ຄື​ຄຳ​ເວົ້າຂອງພະ​ນັກ​ງານ​ຂາຍ​ເຄື່ອງ​ໃນຮ້ານລູ​ອີ​ສ ຄອນ​ສ​ເຕນ​ເຊຍ (Luiz Constancia) ທີ່ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters)​.

ບັນດາ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ພາຍເຮືອນ້ອຍ​ໄປ​ຕາມ​ຖະໜົນ​ຫົນທາງ​ທີ່​ຖືກ​ນ້ຳ​ຖ້ວມ ​ເພື່ອ​ເອົາ​ຄອບຄົວ​ທີ່​ຕິດຄ້າງ​ຢູ່​ໃນ​ເຮືອນ ຫຼືບໍ່​ກໍ​ເອົາ​ເຄື່ອງ​ຂອງໄປ​ໃຫ້​ເຂົາ​ເຈົ້າ. ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ນັ່ງ​ຢູ່​ເທິງ​ເສື່ອ​ທີ່​ອັດ​ລົມ​ເພື່ອພາຍ​ໄປ​ຫາ​ເຮືອນຫລັງ​ນຶ່ງ.

ປະ​ຊາ​ຊົນທີ່​ຢູ່​ອາ​ໄສໃນເຂດນັ້ນ​ກ່າວ​ວ່າ ລະດັບ​ຂອງ​ແມ່​ນ້ຳຄາ​ໂຈ​ເອ​ຣາ (Cachoeira) ທີ່​ໄຫລ​ຜ່ານ​ເມືອງ​ດັ່ງກ່າວ​ທີ່ຢູ່​ຫ່າງ​ຈາກ​ເມືອງອີ​ລ​ເຮີ​ສ (Ilheus) 30 ກິ​ໂລ​ແມັດທີ່​ຢູ່​ແຄມ​ຝັ່ງ​ທະ​ເລ​ແມ່ນ​ສູງ​ທີ່​ສຸດ​ໃນ​ຮອບ 50 ປີ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG