ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເສຍຫາຍ ຈາກໄຟໄໝ້ປ່າ ໃນລັດ ຄາລິຟໍເນຍ ເພີ່ມສູງຂຶ້ນ


ໄຟໄໝ້ປ່າຢູ່ດ້ານຫຼັງຂອງສວນເຫຼົ້າແວັງ. ເມືອງ Santa Rosa. 14 ຕຸລາ, 2017.
ໄຟໄໝ້ປ່າຢູ່ດ້ານຫຼັງຂອງສວນເຫຼົ້າແວັງ. ເມືອງ Santa Rosa. 14 ຕຸລາ, 2017.

ໄຟໄໝ້ປ່າໃນເມືອງຜະລິດເຫຼົ້າແວັງຂອງລັດ ຄາລິຟໍເນຍ, ໄດ້ແຜ່ລາມອອກໄປຕື່ມ ຫຼັງ
ຈາກນຶ່ງສັບປະດາຂອງການເຜົາໄໝ້ທີ່ຮ້າຍແຮງທີ່ສຸດ ເຊິ່ງລັດດັ່ງກ່າວບໍ່ເຄີຍເຫັນມາ
ກ່ອນ.

ຈຳນວນຜູ້ເສຍຊີວິດສູງສຸດ ໄດ້ເພີ່ມຂຶ້ນເປັນຢ່າງໜ້ອຍ 40 ຄົນໃນວັນເສົາວານນີ້, ພ້ອມ
ກັບຢ່າງໜ້ອຍ 16 ຄົນໄດ້ຖືກໄຟໄໝ້. ໃນຟາກນຶ່ງຂອງເຂດໄຟໄໝ້ນັ້ນ ໄຟໄດ້ແຜ່ລາມ
ໄປເຖິງ 160 ຕາລາງກິໂລແມັດ, ທຳລາຍບ້ານເຮືອນ ແລະ ທຸລະກິດ ປະມານ 5,700
ຫຼັງ. ປະຊາຊົນປະມານ 100,000 ຄົນໄດ້ຖືກຍົກຍ້າຍອອກຈາກເຮືອນຂອງເຂົາເຈົ້າ.
ແຕ່ບາງຄົນກໍຍັງຢູ່ເຮືອນຂອງເຂົາເຈົ້າຄືເກົ່າ.

ທ່ານ Jimmy ຫົວໜ້າດັບເພີງເມືອງ Rancho Abobe ກ່າວວ່າ “ມັນແມ່ນໄຟທີ່ແຜ່
ລາມດ້ວຍລົມ. ການແຜ່ລາມດ້ວຍລົມ ປົກກະຕິຈະແມ່ນລົມທີ່ມີຄວາມແຮງເລີ່ມພັດເອົາ
ໄຟໄປ ແລະ ເຮັດໃຫ້ມັນຮຸນແຮງຂຶ້ນ.”

ແປວໄຟໄດ້ລາມເຂົ້າໄປໃນເມືອງ Sonoma, ເຊິ່ງມີຊື່ດຽວກັນກັບອຸດສາຫະກຳເຫຼົ້າ
ແວັງຂອງລັດ ຄາລິຟໍເນຍ, ບັງຄັບໃຫ້ປະຊາຊົນ 400 ຈາກ 11,000 ຄອບຄົວຂອງ
ເມືອງດັ່ງກ່າວ ຕ້ອງອົບພະຍົບ ອອກຈາກພື້ນທີ່.

ທ່ານ Jimmy ກ່າວວ່າ “ແລະ ສິ່ງທີ່ສຳຄັນທີ່ສຸດ ກໍແມ່ນພວກເຮົາໄດ້ສູນເສຍຫຼາຍຄົນ
ຍ້ອນໄຟໄໝ້ຄັ້ງນີ້. ຄວາມໜາແໜ້ນຂອງໄຟ ແມ່ນເຫຼືອເຊື່ອ. ຂ້າພະເຈົ້າຄິດວ່າ ພວກ
ເຮົາໄດ້ສູນເສຍ ປະຊາຊົນ 36 ຄົນ ແລະ ມັນຍັງມີອີກຫຼາຍທີ່ນັບບໍ່ໄດ້. ຄວາມເປັນໄປ
ໄດ້ຂອງການສູນເສຍຊີວິດເພີ່ມເຕີມແມ່ນຈະໃຫຍ່ຫຼວງ, ເຊິ່ງມັນເສົ້າໃຈຫຼາຍ.”

ເມືອງ Santa Rosa ທີ່ຢູ່ໃກ້ຄຽງ ກໍມີປະຊາຊົນອົບພະຍົບອອກໄປຢ່າງຫຼວງຫຼາຍ.
ເມືອງ Santa Rosa ໄດ້ຢູ່ພາຍໃຕ້ຂໍ້ບັງຄັບການອົບພະຍົບ ໃນຂະນະທີ່ໄຟປ່າ ໄດ້ສືບ
ຕໍ່ເຜົາໄໝ້ທົ່ວບໍລິເວນອ່າວ San Francisco ຢ່າງກວ້າງຂວາງ.

ບັນດາເຈົ້າໜ້າທີ່ດັບເພີງ ໄດ້ສັ່ງໃຫ້ບັນດາປະຊາຊົນທີ່ອາໄສຢູ່ ໃນຊຸມຊົນ Skyhawk,
ພູ Hawk ພ້ອມກັບຫຼາຍພາກສ່ວນຂອງຮ່ອມພູ Rincon ອົບພະຍົບອອກຈາກບ້ານ
ຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG