ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມູນນິທິດາລລັສ ຝອດເວີດ (DFW) ແຈກຢາຍອາຫານສຸກເສີນໂຄວິດ-19 ໃຫ້ແກ່ ຊຸມຊົນອາເມຣິກັນ


ທ່ານປີເຕີ ສຸດທິດາຣາ ນັກເຄື່ອນໄຫວສັງຄົມ ແລະປະທານມູນນິທິດາລລັສ ຝອດເວີດ (DFW) ນຳພາ ໂຄງການແຈກຢາຍອາຫານ
ໂຄວິດ-19.
ທ່ານປີເຕີ ສຸດທິດາຣາ ນັກເຄື່ອນໄຫວສັງຄົມ ແລະປະທານມູນນິທິດາລລັສ ຝອດເວີດ (DFW) ນຳພາ ໂຄງການແຈກຢາຍອາຫານ ໂຄວິດ-19.

ທ່າມກາງການລະບາດຂອງໂຄວິດ-19 ທີ່ເຮັດໃຫ້ມີຜູ້ຄົນລົ້ມປ່ວຍ ເສຍຊີວິດ ສູນເສຍ
ທຸລະກິດ ຫຼືບໍ່ກໍຫວ່່າງງານ ແລະຫຼາຍລ້ານຄົນ ຍັງພາກັນລໍຖ້າເງິນຊ່ວຍເຫຼືອ ຈາກລັດ
ຖະບານກາງຢູ່ນີ້ ມູນນິທິດາລລັສຝອດເວີດຫຼື DFW ໂດຍການເປັນປະ ທານຂອງທ່ານ
ປີເຕີ ສຸດທິດາຣາ ນັກເຄື່ອນໄຫວສັງຄົມໜຸ່ມນ້ອຍທີ່ຫ້າວຫັນກໍໄດ້ ຮ້ອງຂໍການຊ່ວຍເຫຼືອ
ອາຫານສຸກເສີນຈາກລັດຖະບານກາງ ເພື່ອນຳມາຊ່ວຍປະ ຊາຄົມລາວ ແລະປະຊາ
ຄົມອື່ນໆເຊັ່ນ ຫວຽດນາມ ກຳປູເຈຍ ສະແປນິສ ຄົນຜີວ ຂາວ ແລະຜີວດຳ ແລະຊົນຊາດ
ອື່ນໆ ທີ່ມີຄວາມຕ້ອງການຢູ່ໃນ ຫຼາຍໆລັດຂອງ ສະຫະລັດ.

ທ່ານປີເຕີໄດ້ຂໍຮ້ອງຜ່ານຫຼາຍຂັ້ນຕອນ ໄປຍັງປະທານາທິບໍດີດໍໂນລ ທຣໍາ ເພື່ອໃຫ້ທ່ານ
ອະນຸມັດອາຫານບັນເທົາທຸກ ໃຫ້ແກ່ຜູ້ເຄາະຮ້າຍທີ່ໄດ້ຮັບຜົນກະທົບຈາກ ໄວຣັສໂຄໂຣ
ນາ ທີ່ກຳລັງມີຄວາມຕ້ອງການຢູ່ໃນຂະນະນີ້. ຄຳຮ້ອງຂໍ ຂອງທ່ານ ປີເຕີ ໄດ້ເປັນຜົນສຳ
ເລັດ ແລະໄດ້ຖືກປະສານງານ ຈາກກະຊວງກະສິກຳ ຫລື Department of Agriculture
ໃນການບໍລິຈາກ. ອາຫານເຫລົ່ານີ້ເປັນອາຫານ ແຫ້ງ ຜັກສົດ ແລະອື່ນໆ ຊຶ່ງຈຳນວນນຶ່ງ
ຕ້ອງໄດ້ແຈກຢາຍໂດຍທັນທີ ທີ່ບັນຈຸຢູ່ ໃນແກັດເຈ້ຍ. ເພາະສະນັ້ນ ມູນນິທິ ດາລລັສຝອດ
ເວີດ ຫຼື Dallas Fortworth Foundation ຊຶ່ງທ່ານປີເຕີ ສຸດທິດາຣາ ເປັນປະທານ ກ່າວ
ຕໍ່ວີໂອເອ ດັ່ງນີ້:

ພາກສ່ວນອາສາສະໝັກ ຊ່ວຍແຈກອາຫານບັນເທົາທຸກໂຄວິດ-19
ພາກສ່ວນອາສາສະໝັກ ຊ່ວຍແຈກອາຫານບັນເທົາທຸກໂຄວິດ-19

ໂຄງການບັນເທົາທຸກອາຫານໂຄວິດ-19 ໄດ້ເລີ້ມແຈກຫຍາຍມາໄດ້ສີ່ເດືອນແລ້ວ ແລະໃກ້
ຈະເສັດສິ້ນ ລົງໃນອາທິດໜ້ານີ້. ການແຈກຢາຍອາຫານເຫລົ່ານີ້ ມີຢູ່ໃນ ລັດເທັກຊັສ ມິສ
ຊິສສິບປີ ຄາລິຟໍເນຍ ອໍເຣກັນ ຈໍເຈຍ ເທັນເນສຊີເປັນຕົ້ນ ຊຶ່ງ ມີນ້ຳໜັກທັງໝົດປະມານ
ລ້ານກວ່າປອນ ໂດຍມີພວກຊາວໜຸ່ມລາວ ອາເມຣິກັນ ແລະອາສາສະໝັກອື່ນໆ ເຂົ້າມາ
ເປັນແຮງງານ ຊ່ວຍໃນການແຈກຢາຍ.

XS
SM
MD
LG