ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງດາໄລ ລາມະ “ບໍ່ມີຄວາມເປັນຫ່ວງຫຍັງ” ທີ່ ທ່ານທຣຳ ຈະມາເປັນປະທານາທິບໍດີ


ອົງ Dalai Lama, ໃນພາບທີ່ເຫັນຢູ່ນີ້, ວັນທີ19 ພະຈິກ 2016, ຊົງກ່າວວ່າ ພະອົງ “ບໍ່ມີຄວາມເປັນຫ່ວງຫຍັງ” ກ່ຽວກັບ ການ​ທີ່ທ່ານ Donald Trump ຈະມາເປັນປະທານາທິບໍດີ ແລະ ພະອົງຢາກຈະພົບປະກັບ ທ່ານທຣຳ ໃນອະນາຄົດ.
ອົງ Dalai Lama, ໃນພາບທີ່ເຫັນຢູ່ນີ້, ວັນທີ19 ພະຈິກ 2016, ຊົງກ່າວວ່າ ພະອົງ “ບໍ່ມີຄວາມເປັນຫ່ວງຫຍັງ” ກ່ຽວກັບ ການ​ທີ່ທ່ານ Donald Trump ຈະມາເປັນປະທານາທິບໍດີ ແລະ ພະອົງຢາກຈະພົບປະກັບ ທ່ານທຣຳ ໃນອະນາຄົດ.

ເມື່ອວັນພຸຸດວານນີ້ ອົງ Dalai Lama ໄດ້ຊົງກ່າວວ່າ ພະອົງ “ບໍ່ມີຄວາມເປັນຫ່ວງຫຍັງ” ກ່ຽວກັບ ການ​ທີ່ທ່ານ Donald Trump ຈະມາເປັນປະທານາທິບໍດີ ແລະ ພະອົງຢາກຈະ ພົບປະກັບ ທ່ານທຣຳ ໃນອະນາຄົດ.

ຜູ້ນຳທາງຈິດໃຈຂອງຊາວທິເບດ ທີ່ລີ້ໄພ ຢູ່​ໃ​ນຕ່າງປະເທດ ຊົງກ່າວວ່າ ພະອົງຄິດວ່າ ການກະທຳຂອງທ່ານທຣຳໃນຖານະເປັນປະທານາ ທິບໍດີ ອາດຈະແຕກຕ່າງໄປຈາກ ຄຳເວົ້າທີ່ມີ​ການແບ່ງແຍກຈຳນວນ​ນຶ່ງ ທີ່​ທ່ານ​ໄດ້​ກ່າວ​ອອກ​ໄປໃນລະຫວ່າງ ການໂຄ
ສະນາຫາສຽງ.

ພະອົງຊົງ​ກ່າວ ໃນລະຫວ່າງການ​ໄປຢ້ຽມຢາມ ນະຄອນຫຼວງ Ulaanbaatar ຂອງ ປະເທດ Mongolia ວ່າ “ບາງເທື່ອ ຂ້າພະເຈົ້າ ຮູ້ສຶກ ໃນລະຫວ່າງການເລືອກຕັ້ງ
ວ່າ ຜູ້ສະໝັກ ໄດ້ມີອິດສະຫລະ ໃນການສະແດງອອກຄວາມຄິດເຫັນຫຼາຍກວ່າ. ໃນເມື່ອພວກເຂົາໄດ້ຖືກເລືອກເອົາແລ້ວ ໂດຍມີຄວາມຮັບຜິດຊອບ ເວລານັ້ນ ພວກເຂົາ ຈະວາງແຜນວິໄສທັດບາງຢ່າງ ວຽກງານຂອງພວກເຂົາເຈົ້າ ອີງຕາມ ຄວາມຈິງ.”

ພະ​ອົງ​ຊົງ​ຕັດ​ວ່າ “ດັ່ງນັ້ນ ຂ້າພະ​ເຈົ້າຈຶ່ງ​ບໍ່​ມີ​ຄວາມ​ເປັນ​ຫ່ວງ.”

ອົງ​ດາ​ໄລ ລາ​ມະ​ຊົງ​ກ່າວ​ວ່າ ພະ​ອົງ​ຄາດ​ວ່າ​ຈະ​ເດີນທາງ​ມາ​ຍັງ​ສະຫະລັດ ​ແລະ
​ຫວັງ​ວ່າ ຈະ​ໄດ້​ພົບ​ປະ​ກັບ​ທ່ານ​ທຣຳ ​ໃນ​ລະຫວ່າງ​ປີໜ້າ​ນີ້.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ເປັນ​ເຈົ້າພາບ​ຕ້ອ​ນຮັບ​ອົງ​ດາ​ໄລ ລາ​ມະ ມາ​ແລ້ວ 4 ຄັ້ງ
​ໃນ​ລະຫວ່າງ ​ທີ່​ທ່ານ​ເປັນ​ປະທານາທິບໍດີ ຢູ່​ທຳນຽບຂາວ ຊຶ່ງ​ການ​ພົບ​ປະ​ເທື່ອ​ຫລ້າ​ສຸດ​ແມ່ນ​ມີ​ຂຶ້ນ​ ໃນ​ເດືອນ​ມິຖຸນາ​ຜ່ານ​ມາ.

ການ​ພົບ​ປະ​ເຫລົ່ານີ້ແມ່ນ​ໄດ້​ຮັບ​ການ​ຄັດຄ້ານ​ຢ່າງ​ແຂງ​ຂັນ​ຈາກ​ຈີນ ຊຶ່ງ​ພວກ​ຜູ້ນຳ
​ຄອມ​ມູນິສມອງ​ເຫັນ​ວ່າ ອົງ​ດາ​ໄລ ລາ​ມະ ​ເປັນໄພ​ຂົ່ມຂູ່ ​ຕໍ່ການ​ແບ່ງ​ແຍກດິນ​ແດນ​
ໂດຍ​ຫວັງ​ວ່າ​ ຈະ​ແຍກ​ປະ​ເທດ​ອອກ​ຈາກ​ກັນນັ້ນ

ຜູ້ນຳ​ທາງ​ດ້ານ​ຈິດ​ໃຈ​ ຂອງ​ຊາວ​ທິ​ເບ​ດ ຢືນ​ຢັດ​ວ່າ ພະ​ອົງ​ພຽງ​ແຕ່​ຊອກ ສະ​ແຫວ​ງ
ຫາ​ການ​ປົກຄອງ​ຕົນ​ເອງ​ທີ່​ແທ້​ຈິງ ສຳລັບ​ບ້ານ​ເກີດ​ຂອງ​ພະ ອົງ​ເທົ່າ​ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Dalai Lama-Trump
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG