ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດພັດຖີ່ນ ປ່ອນບັດເອົາ ຜູ້ນໍາທາງການເມືອງຄົນໃໝ່


ອົງດາໄລ ລາມະ ຜູ້ນໍາການເມືອງພິດຖິ່ນທິເບດ ທີ່ວັດທໍາມະສາລາ
ອົງດາໄລ ລາມະ ຜູ້ນໍາການເມືອງພິດຖິ່ນທິເບດ ທີ່ວັດທໍາມະສາລາ

ຊາວທິເບດພັດຖິ່ນຫລາຍໝື່ນຄົນ ຢູ່ໃນທົ່ວໂລກ ພາກັນ
ປ່ອນບັດເລືອກຕັ້ງ ໃນວັນອາທິດມື້ນີ້ ເພື່ອເລືອກເອົາຜູ້ນໍາ
ທາງການເມືອງຄົນໃໝ່ ມາສືບຕໍາແໜ່ງແທນອົງດາໄລ ລາມະ
ທີ່ຊະລາ​ພາບ​ນັ້ນ ຫລັງຈາກທີ່ພະອົງໄດ້ຊົງສະ​ແດງ​ຄວາມຕັ້ງ ໃຈທີ່ຈະຖອນ​ໂຕ​ຈາກການເມືອງ.

ອົງດາໄລ ລາມະ ຊຶ່ງ​ມີ​ອາຍຸ 75 ປີ ​ແລະ​ໄດ້ຮັບລາງວັນໂນ
ເເບລຂະແໜງສັນຕິພາບ ໄດ້ສົ່ງສານສະບັບນຶ່ງໄປຍັງສະພາ
ພັດຖິ່ນຂອງຊາວທິເບດ ທີ່ມີສໍານັກງານ ໃຫຍ່​ຕັ້ງ​ຢູ່​ເມືອງ​ທໍາ
ມະ​ສາລາ ໃນປະເທດອິນເດຍ ເມື່ອສິບວັນຜ່ານມານີ້ ຮຽກ
ຮ້ອງ ໃຫ້ສະພາຮັບເອົາການລາອອກຈາກຕໍາແໜ່ງຜູ້ນໍາທາງ ການເມືອງຂອງພະອົງ.

ເຖິງແມ່ນທາງສະພາໄດ້ຂໍຮ້ອງໃຫ້ພະ​ອົງສືບຕໍາແໜ່ງຕໍ່ໄປຢູ່ກໍຕາມ ອົງດາໄລ ລາມະກ່າວວ່າ ມັນເປັນການສໍາຄັນທີ່​ຈະ​ຮັກສາ​ໄວ້​ຊຶ່ງ​ຄວາມ​ຕໍ່​ເນື່ອງ​ຂອງຂະ​ບວນການຂອງຊາວທິເບດ ໃນຂະນະທີ່ພະອົງຍັງຊົງມີຊີວິດແລະມີສຸຂະພາບ ເຂັ້ມແຂງຢູ່ນັ້ນ.

ອົງດາໄລ ລາມະ ທີ່ຢາກ​ໃຫ້ທິເບດເປັນເຂດທີ່​ມີ​ສິດປົກຄອງຕົນເອງຢູ່ໃນຈີນນັ້ນ ໄດ້ເປັນຜູ້
ນໍາພາ​ການ​ຕໍ່ສູ້ເພື່ອ​ເປົ້າ​ໝາຍ​ດັ່ງກ່າວ​ຂອງຊາວທິເບດພັດຖິ່ນທັງຫລາຍ ນັບຕັ້ງແຕ່ພະອົງ
ໄດ້ຫລົບໜີຈາກບ້ານເກີດເມືອງນອນມາ ເປັນເວລາຫລາຍກວ່າ ເຄິ່ງສັດຕະວັດ ຜ່ານ​ມາ ​ແລ້ວນັ້ນ.

XS
SM
MD
LG