ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງດາໄລ ລາມະ ເຂົ້າຮັບ ການປິ່ນປົວ ສຸຂະພາບ ຢູ່ໂຮງໝໍ ສະຫະລັດ


ຜູ້ນຳທາງ ສາສະໜາ ທິເບດ ອົງດາໄລ ລາມະ, ຊ້າຍ, ທັກທາຍບັນດາ ຜູ້ນັບຖືສາສະໜາພຸດ ໃນຂະນະທີ່ພະອົງ ສະເດັດໄປຮອດວັດ Tsuglakhang ໃນເມືອງ Dharmsala, ອິນເດຍ, 7 ກັນຍາ, 2015.
ຜູ້ນຳທາງ ສາສະໜາ ທິເບດ ອົງດາໄລ ລາມະ, ຊ້າຍ, ທັກທາຍບັນດາ ຜູ້ນັບຖືສາສະໜາພຸດ ໃນຂະນະທີ່ພະອົງ ສະເດັດໄປຮອດວັດ Tsuglakhang ໃນເມືອງ Dharmsala, ອິນເດຍ, 7 ກັນຍາ, 2015.

ຫຼາຍ​ມື້​ຫຼັງ​ຈາກອົງ ດາ​ໄລ ລາ​ມະ ​ໄດ້​ຍົກ​ເລີກ ທຸກໆ​ການ​ປະກົດ​ຕົວ​ຂອງພະ​ອົງ ​ໃນ​ເດືອນ​ຕຸລາ, ຜູ້ນຳ​ສາສະໜາ​ພຸດ ອາຍຸ​ 80 ປີ​ອົງ​ນີ້​ໄດ້​ເຂົ້າ​ຮັບ​ການ​ປິ່ນປົວ​ຢູ່​ທີ່​ໂຮງ​ໜໍ Mayo ໃນ​ເມືອງ ​Rochester ລັດ Minnesota.

​ໂຄສົກ​ໂຮງ​ໝໍ Mayo ​ໄດ້​ຢືນຢັນ​ວ່າ ​ອົງ ດາ​ໄລ ລາ​ມະ ​ໄດ້ເຂົ້າ​ໂຮງໝໍ​ເພື່ອ​ການ​ປະ​ເມີນ​ຜົນ​ດ້ານ​ການ​ແພດ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ. ​ແຕ່​ບໍ່​ມີ​ຂໍ້​ມູນ​ອື່ນໆ​ໄດ້​ຖືກເປີດ​ເຜີຍ​ເພີ່ມ​ເຕີມ.

ອົງ ດາ​ໄລ ລາ​ມະ ​ໄດ້​ເຂົ້າ​ໂຮງ​ໝໍ​ຢ່າງ​ປົ​ກ​ກະຕິເພື່ອ​ກວດ​ກາ​ສຸຂະ ພາບ. ​ໂຮງໝໍ Mayo ​ໃນ​ສັບປະ​ດາ​ທີ່​ຜ່ານ​ມາ​ໄດ້​ຢືນຢັນ​ວ່າ ການ​ເຂົ້າ​ໂຮງ​ໝໍ​ຄັ້ງຫຼ້າ​ສຸດ​ຂອງ​ພະ​ອົງ​ກໍ​ແມ່ນເພື່ອ​ກວດ ກາ​ສຸຂະພາບ​ປະຈຳ​ປີຂອງ​ພະ​ອົງ ​ແຕ່​ບໍ່​ໄດ້​ເປີ​ດ​ເຜີຍ​ຂໍ້​ມູນ​ເພີ່ມ​ເຕີມ​ ໂດຍຖືເປັນ​ກິດ​ຈະ​ວັດ​ ທີ່ມີຂຶ້ນເປັນປະຈຳນັ້ນ.

​ໃນ​ວັນສຸກ​ທີ່​ຜ່ານ​ມາ, ຫ້ອງການ​ຂອງ​ອົງ ດາ​ໄລລາ​ມະ​ໄດ້​ກ່າວໃນ​ຖະ​ແຫຼ​ງການ​ ຢູ່ໃນ​ເວັບ​ໄຊ​ທ໌ ຂອງ​ຕົນ​ວ່າ ພະ​ອົງ​ໄດ້​ຍົກ​ເລີກແຜນການ​ປະກົດ​ຕົວ​ໃນ​ ສະຫະລັດ ​ໃນ​ສັບປະດາ​ໜ້າ​ ຫຼັງ​ຈາກທ່ານໝໍ​ໄດ້​ແນ​ະ ນຳ​ພະ​ອົງ​ໃຫ້​ພັກຜ່ອນ ​ໃນ​ສອງ​ສາມ​ອາທິດ​ຕໍ່​ໄປ. ຖະແຫຼ​ງການ​ດັ່ງ ກ່າວບໍ່​ໄດ້​ໃຫ້​ຂໍ້​ມູນ​ເພີ່ມ​ເຕີມ​ນອກ​ເໜືອ​ຈາກ​ອາການ​ຂອງ​ອົງ ດາ​ໄລ​ ລາ​ມະ ​ແລະ ວັນ​ຈັນ​ວານ​ນີ້​ກໍ​ບໍ່​ໄດ້​ມີຂໍ້​ມູນ​ໃໝ່ໃດໆ.

ຫ້ອງການ​ຂອງ​ພະ​ອົງ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ເສຍໃຈ​ຢ່າງ​ຍິ່ງ​ສຳລັບ​ຄວາມ​ບໍ່ສະ​ດວກ ທີ່​ເກີດ​ຈາກ​ການ​ຕັດສິນ​ໃຈ​ດັ່ງກ່າວ​ນີ້ ​ແ​ລະ ຂໍອະ​ໄພ​ຕໍ່​ປະຊາ​ຊົນ​ທຸກໆ​ຄົນ​ຜູ້​ທີ່​ໄດ້​ເຮັດ​ວຽກ​ຢ່າງ​ໜັກ ​ໃນ​ການ​ຈັດການ​ຢ້ຽມ ຢາມ ​ເຊັ່ນ​ດຽວ​ກັນກັບ​ຕໍ່​ສາທາລະນະ.”

ອົງດາໄລ ລາມະ ຊົງພຳນັກ ແລະລີ້ໄພ ຢູ່ທີ່ປະເທດອິນເດຍ.

XS
SM
MD
LG