ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອົງດາໄລ ລາມະ ຊົງກ່າວວ່າ ຈົ່ງມີຄວາມກ້າຫານ ແລະສັກຢາວັກຊີນ


ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ໄດ້ຮັບການສັກຢາປ້ອງກັນໄວຣັສໂຄໂຣນາ ໂຄວິດ-19 ຢູ່ສູນກາງເມືອງດາຣຳຊາຣາ ປະເທດອິນເດມຍ ວັນທີ 6 ມີນາ 2021.
ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ໄດ້ຮັບການສັກຢາປ້ອງກັນໄວຣັສໂຄໂຣນາ ໂຄວິດ-19 ຢູ່ສູນກາງເມືອງດາຣຳຊາຣາ ປະເທດອິນເດມຍ ວັນທີ 6 ມີນາ 2021.

ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ໄດ້ຮຽກຮ້ອງໃຫ້ໂລກພາ ກັນ
“ມີຄວາມກ້າຫານ ແລະສັກຢາວັກຊີນ” ໃນວັນເສົາທີ່ຜ່ານມາ ຫຼັງຈາກພະອົງໄດ້ຮັບການ
ສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາ ຢູ່ເມືອງດາຣຳຊາລາຕັ້ງຢູ່ທາງ ພາກເໜືອຂອງ
ປະເທດອິນເດຍ.

ເຖິງຢ່າງໃດກໍດີ ມີບັນດາປະເທດຈຳນວນນຶ່ງປະສົບກັບບັນຫາ ໃນການໄດ້ຮັບຢາວັກຊີນ
ບໍ່ພຽງພໍ ສຳລັບປະຊາຊົນເຂົາເຈົ້າ.

ຄວາມຢ້ານກົວກ່ຽວກັບການກັກຕຸນຢາວັກຊີນ ໄດ້ເລີ້ມມີຂຶ້ນ ຫຼັງຈາກມີຂ່າວອອກມາວ່າ
ອີຕາລີໄດ້ກີດກັ້ນການສົ່ງຢາວັກຊີນ ອາສຕຣາເຊເນກາ ໄປອອສເຕຣເລຍ.

ອົງການຂ່າວ AP ລາຍງານວ່າ ສະຫະພາບຢູໂຣບ ມີກຳນົດທີ່ຈະຮ້ອງຂໍຕໍ່ວໍຊິງຕັນ ເພື່ອ
ໃຫ້ເປັນທີ່ແນ່ນອນວ່າ ບັນດາປະເທດໃນສະຫະພາບຢູໂຣບ ຈະໄດ້ຮັບຢາວັກຊີນອາສ
ຕຣາເຊເນກາຫຼາຍໆລ້ານໂດສ ຕາມທີ່ພວກເຂົາເຈົ້າຍັງຕ້ອງການ ພ້ອມທັງສ່ວນປະສົມ
ທີ່ຈຳເປັນເພື່ອຜະລິດຢາວັກຊີນດັ່ງກ່າວ.

ຄະນະກຳມາທິການຢູໂຣບກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາເຊື່ອວ່າ ພວກເຮົາສາ
ມາດເຮັດວຽກໄດ້ກັບສະຫະລັດເພື່ອຄໍ້າປະກັນວ່າ ຢາວັກຊີນທີ່ຜະລິດຫຼືບັນຈຸໃສ່ ແກ້ວ
ໄວ້ແລ້ວຢູ່ໃນສະຫະລັດ ເພື່ອໃຫ້ເປັນທີ່ພໍໃຈສຳລັບພັນທະໃນເລື້ອງສັນຍາກັບ ບັນດາຜູ້
ຜະລິດຢາວັກຊີນກັບສະຫະພາບຢູໂຣບ ຈະໄດ້ຮັບການປະຕິບັດຢ່າງເຕັມ ທີ່.”

ອົງການບໍລິການສາທາລະນະສຸກແຫ່ງຊາດຂອງອັງກິດ ອາດຈະປະເຊີນໜ້າກັບ ການ
ສູນເສຍພະນັກງານຫຼັງຈາກບັນດາສະມາຊິກສະພາໄດ້ສະເໜີເພີ້ມເງິນເດືອນ 1 ເປີເຊັນ
ໃຫ້ແກ່ພວກພະນັກງານແຖວໜ້າທີ່ເຮັດວຽກດ້ວຍຄວາມລຳບາກ. ມີການຮຽກຮ້ອງໃຫ້ສາ
ທາລະນະຊົນເຂົ້າຮ່ວມການປະທ້ວງແຫ່ງຊາດໃນວັນພະຫັດຈະມາ ເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG