ວົງດົນຕີສອງໜຸ່ມຊາວຝຣັ່ງ ທີ່ໃສ່ໜ້າກາກຫຸ່ນຍົນ ຫລື robot
ຄະນະ Daft Punk ຍາດເອົາລາງວັນ Grammy ໄປໄດ້ສີ່ລາງ
ວັນ ຊື່ງຮວມທັງລາງວັນໃຫຍ່ໆ ອາລະບໍ້າແລະແຜ່ນສຽງເດັ່ນປະ
ຈໍາປີ ຢູ່ໃນພິທີມອບລາງວັນ Grammy Awards ປີທີ 56 ທີ່ນະ
ຄອນ Los Angeles ໃນຄືນວັນອາທິດວານນີ້.
ສອງໜຸ່ມ ຄະນະ Daft Punk ທີ່ໃສ່ໜ້າກາກແລະນຸ່ງເຄື່ອງຊຸດ
ຫຸ່ນຍົນສີຂາວ ໄດ້ຮັບລາງວັນ ອາລະບໍ້າເດັ່ນປະຈໍາປີ ຍ້ອນຜົນ
ງານຊຸດ “Random Access Memories” ຂອງເຂົາເຈົ້າ ທີ່ຍັງ
ຄວ້າລາງວັນ ການເຕັ້ນລໍາແລະອາລະບໍ້າປະເພດດົນຕີ
electronic ມາໃຫ້ເຂົາເຈົ້າອີກ. ນອກນັ້ນ ສອງສິນລະປິນນີ້ຍັງ
ໄດ້ ຮັບລາງວັນ ແຜ່ນສຽງເດັ່ນປະຈໍາປີ ພ້ອມກັບລາງວັນGrammy ປະເພດເພງ pop ແລະ
ວົງດົນຕີສອງຄົນ ນໍາອີກຍ້ອນເພງ “Get Lucky.”
ນັກຮ້ອງຍິງ Lorde ອາຍຸ 17 ປີ ຈາກປະເທດ New Zealand ໄດ້ຮັບລາງ ວັນ Grammy
ສອງອັນ ປະເພດເພງເດັ່ນປະຈໍາປີ ແລະຜົນງານການຮ້ອງດ່ຽວຍອດຍ້ຽມທໍານອງພ໊ອບ
ຍ້ອນເພງ “Royals” ຂອງນາງ.
ສອງນັກຮ້ອງເພງ rap ທ້າວ Macklemore ແລະ Ryan Lewis ໄດ້ຮັບລາງວັນ Grammy
ປະເພດສິນລະປິນໃໝ່ ທີ່ມີຜົນງານຍອດຍ້ຽມແຫ່ງປີ ແລະລາງວັນຜົນງານອາລະບໍ້າຍອດຍ້ຽມ ທໍານອງ rap ຍ້ອນອາລະບໍ້າ ຊຸດ “The Heist” ແລະລາງວັນເພງ rap ແລະການສະແດງເຕັ້ນ rap ເດັ່ນປະຈໍາປີ ຍ້ອນເພງ “Thrift Shop” ທີ່ເຂົາເຈົ້າຮ້ອງແລະສະແດງຮ່ວມກັນ Wanz ນັກຮ້ອງທໍານອງ R & B.