ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະສະພາ ຍົກເອົາບັນຫາເລື່ອງ ຄົນເຂົ້າເມືອງໄວ້ແກ້ໄຂ ໃນປີໜ້າ


US Congress Leaves Immigration Topics for Next Year
please wait

No media source currently available

0:00 0:02:44 0:00

ກ່ອນໜ້າທີ່ຄະນະສະມາຊິກສະພາສະຫະລັດ ຈະອຳລາພາຈາກກັນ​ເພື່ອ​ໄປພັກຜ່ອນ
ໃນຕອນ​ທ້າຍປີ ພວກ​ເພິ່ນ​ໄດ້ຮັກສາງົບປະມານເພື່ອ​ໃຫ້​ພໍ​ໃນ​ການ​ໃຊ້​ຈ່າຍເຂົ້າໃນ​ການ
​ດໍາ​ເນີນ​ງານ​ຂອງ​ລັດຖະບານ​ຕໍ່​ໄປ​ເປັນ​ເວລາ 4 ສັບປະດາ ແຕ່ຜັດ​ຍັງ​ໄດ້ປ່ອຍໃຫ້ຄຳຖາມ
ທີ່ສຳຄັນຫລາຍ​ອັນ ບໍ່ໄດ້ຮັບການແກ້ໄຂ ຊຶ່ງ​ໃນ​ນັ້ນລວມທັງຊະຕາກຳຂອງພວກຊາວໜຸ່ມ
ທີ່​ບໍ່ມີ​ເອກະສານ ທີ່ພໍ່ແມ່ນຳ​ເອົາ​ເຂົາ​ເຈົ້າ ເຂົ້າມາ​ໃນສະຫະລັດຕັ້ງແຕ່ຍັງນ້ອຍ. ນັກຂ່າວ
ວີໂອເອ ໄມໂຄລ ໂບວເມນ (Michael Bowman) ລາຍງານວ່າ ພັກເດໂມແຄຣັດ ບໍ່​ທັນ
​ມີຜົນ​ສໍາ​ເລັດ​ໃນ​ການຂົ່ມຂູ່ທີ່ຈະປິດລັດຖະບານລົງ ​ເວັ້ນເສຍ​ແຕ່ວ່າລັດຖະສະພາ ຈະນຳ
ເອົາ​ເລື່ອງ​ສະຖານ​ະພາບຂອງ​ພວກ​ຊາວ​ໜຸ່ມ​ດັ່ງກ່າວທີ່​ມີ​ຈຳນວນ​ຫຼາຍ​ແສນ​ຄົນນັ້ນ
ມາ​ພິຈາລະນາ, ​ແຕ່​ວ່າພວກ​ເຂົາ​ເຈົ້າມັນ​ຍັງ​ມີ​ໂອກາດອີກ​ຄັ້ງ​ນຶ່ງ ທີ່​ຈະ​ກົດ​ດັນ​ໃຫ້​ເຮັດ
​ຕາມ​ຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າ ​ເມື່ອກໍານົດ​ງົບປະມານທີ່​ໃຊ້​ຈ່າຍ​ໃນ​ວຽກງານ​ຂອງລັດຖະບານໝົດ​ລົງ​ໃນ​ວັນ​ທີ 19 ມັງກອນ ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍ​ອຽດມາ
ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່​ໃນບັນທຶກຂອງການ​ລົງ​ຄະ​ແນນ​ສຽງຂອງລັດຖະສະພາຄັ້ງສຸດ​ທ້າຍ​ຂອງປີ 2017
​ເ​ເມ່ນ​ບໍ່​ໄດ້​ເຮັດ​ຫຍັງສໍາລັບ​ພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການຊາວໜຸ່ມ
ທີ່ຖືກນຳເຂົ້າມາຍັງສະຫະລັດຕັ້ງແຕ່ຍັງນ້ອຍ ຫຼື ດັກ​ກາ (DACA), ຊຶ່ງ​ເປັນ​ໂຄງການ
ທີ່​ໃຫ້ການ​ປົກ​ປ້ອງ​ແກ່​ພວກ​ທີ່​ໄດ້​ເຂົ້າ​ມາ​ຍັງ​ສະຫະລັດ ​ແບບ​ຜິດ​ກົດໝາຍ ຕອນ​ທີ່
ພວກ​ເຂົາ​ເຈົ້າ​ຍັງ​ເຍົາ​ໄວ​ນັ້ນ.

ພວກ​ທີ່​ໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກໂຄງ​ການ​ດັກ​ກາ ​ໄດ້ພາກັນ​ອອກມາ​ປະ​ທ້ວງ ​ໃນ​ທົ່ວ
​ປະ​ເທດ ພາຍຫຼັງທີ່​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ຍົກ​ເລີກ​ໂຄງການ​ດັ່ງກ່າວ ​ໃນ​ເດືອນ
​ກັນຍາ​ທີ່​ຜ່ານ​ມາ​ນີ້ ​ແຕ່​ວ່າ ​ກໍ​ໄດ້​ໂຈະ​ການທີ່​ເນລະ​ເທດພວກ​ກ່ຽວອອກ​ຈາກ​ປະ​ເທດ ​
ໄວ້​ຮອດເດືອນ​ມີນາ ຈະ​ມາ​ເຖິງ​ນີ້.

ປະທານາທິບໍດີ​ດໍ​ໂນ​ລ ທຣຳ ກ່າວ​ວ່າ “ມັນ​ເປັນ​ເລື່ອງ​ທີ່​ລຳບາກ​ໃຈ ລຳບາກ​ໃຈ​ຫຼາຍ.
ພວກ​ເຮົາ​ຈະ​ດໍາ​ເນີນ​ການ​ກ່ຽວກັບ​ເລື່ອງ​ດັກ​ກາ​ນີ້ ​ດ້ວຍ​ໃຈ.”

ພວກ​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ຫຼາຍ​ຄົນ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ລັດຖະ
ສະພາແກ້​ໄຂສະຖານະ​ຂອງ​ພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການດັກ​ກາ ພາຍ​
ໃນ​ທ້າຍ​ປີ​ນີ້.

ສະມາຊິກ​ສະພາ​ສູງ ທ່ານ​ນາງ Elizabeth Warren ສັງກັດ​ພັກເດ​ໂມ​ແຄຣັດກ່າວ​ວ່າ
“​ເວລາທີ່​ສະມາຊິກ​ລັດຖະສະພາທີ່​ຈະຕ້ອງ​ກະທຳກ່ຽວກັບ​ເລື່ອງ​ນີ້ ກໍ​ແມ່ນດຽວ​ນີ້, ​
ຕອນ​ນີ້​. ມື້​ນີ້​ເລີຍ. ​ພວກ​ເຮົາ​ບໍ່ຄວນ​ອອກ​ຈາກ​ທີ່​ນີ້ ​ເພື່ອ​ຈະ​ໄປ​ສະ​ເຫຼີ​ມສະຫຼອງ
ວັນ​ບຸນກັບ​ຄອບຄົວ​ຂອງ​ພວກ​ເຮົາ​ໄດ້ ​ໃນ​ຂະນະ​ທີ່​ພວກ​ຊາວ​ໜຸ່ມທີ່​ເອີ້ນ​ວ່າ ພວກມີ​
ຄວາມໄຝ່ຝັນ​ ຫລື ດຣິມ​ເມີ ຈຳນວນ 8 ​ແສນ​ຄົນ ຍັງຢູ່​ໃນ​ສະພາບທີ່​ຢ້ານ​ກົວ​ວ່າ
ພວກ​ເຂົາ​ຈະ​ຖືກເອົາພາກ​ຈາກ​ອ້າ​ຍ, ຈາກ​ເອື້​ອຍ ​ແລະນ້ອງ, ພາກຈາກພໍ່, ຈາກແມ່
ແລະ​ຖືກ​ເນລະ​ເທດ​ກັບ​ໄປ​ຍັງ​ປະ​ເທດ​ທີ່ພວກ​ເຂົາ​ເຈົ້າ​ແທບ​ບໍ່​ຮູ້ຈັກ​ຫຍັງຢູ່ຫັ້ນ
ເລີຍນັ້ນ.”

​ແຕ່ພວກ​ຜູ້ນຳ​ພັກ​ເດ​ໂມ​ແຄຣັດ ​ໃນ​ລັດຖະສະພາ ​ໄດ້​ໃຫ້​ສັນຍານວ່າ​ພວກ​ເຂົາ​ເຈົ້າມີ​
ຄວາມ​ຍິນ​ດີ ທີ່​ຈະ​ປ່ອຍໃຫ້​ການເຈລະຈາ​ກັນ​ຫລະຫວ່າງ​ສອງ​ພັກ​ກ່ຽວ​ກັບ​ເລື່ອງ​ຄົນ
​ເຂົ້າ​ເມືອງ​ນີ້ ດໍາ​ເນີນ​ສື​ບຕໍ່​ໄປ ​ແທນ​ທີ່​ຈະ​ສ່ຽງຕໍ່​ການເຮັດໃຫ້​ລັດຖະບານຖືກ​ປິດ​ລົງ
ໃນ​ເວລາບໍ່​ພໍເທົ່າ​ໃດ​ມື້ ກ່ອນ​ວັນ​ຄຣິສມັດ ຍ້ອນ​ການ​ທີ່​ບໍ່​ຕົກລົງ​ກັນໄດ້​ໃນ​ເລື້ອງໂຄງ
ການ​ດັກ​ກາ​ນີ້.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນສະພາ​ສູງ ສັງກັດພັກ​ເດ​ໂມ​ແຄຣັດ ທ່ານ ຊັກຄ໌ ຊູ​ມ​ເມີ (Chuck Schumer) ກ່າວ​ວ່າ: “ມັນ​ມີ​ການ​ເຈລະຈາລະຫວ່າງພັກ​ເດ​ໂມ​ແຄຣັດ ​ແລະ​ພັກ
ຣີພາບລິ​ກັນ ​ທີ່​ດໍາ​ເນີນ​ໄປໄດ້ດີ​ຫຼາຍ.

ຜູ້ນຳ​ສຽງ​ສ່ວນຫຼາຍ​ໃນສະພາ​ສູງ ຈາກພັກຣີພາບລິ​ກັນ ທ່ານ ມິ​ຈ ​ແມັຄຄາ​ໂນ​ລ
(Mitch McConnell) ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຢູ່​ໃນ​ສະພາບທີ່​ບໍ່​ໄປ​ບໍ່​ມາ​ແບບ​ນີ້ ​
ມາ​ໄດ້ຫຼາຍປີ​ແລ້ວ.”

ພວກ​ສັງກັດພັກຣີພັບລິ​ກັນ ຕ້ອງການ​ທີ່​ຈະ​ນຳ​ເລື່ອງ​ດັກ​ກາ​ນີ້ ເຂົ້າ​ໄປ​ເປັນ​ສ່ວນ​ນຶ່ງ​
ຂອງໂຄງການ​ໃຫຍ່ກວ່າ ທີ່ກວາ​ມ​ເອົາ​ການເພີ້ມທະວີຄວາມ​ເຄັ່ງ​ຄັດ​ໃນ​ການ​ປ້ອງ​ກັນ
ຄວາມ​ປອດ​ໄພຢູ່​ຊາຍ​ແດນ​ສະຫະລັດ ​ແລະການ​ປະຕິ​ຮູບ​ລະບົບການ​ເຂົ້າ​ເມືອງທີ່
​ຖືກ​ກົດໝາຍນັ້ນນຳ.

ທ່ານ ມິ​ຈ ​ແມັຄຄາ​ໂນ​ລ (Mitch McConnell) ກ່າວ​ວ່າ: “ມັນ​ມີ​ການ​ປັບປຸງ ທີ່​ພວກເຮົາ
ສາມາດ​ທີ່​ຈະ​ເຮັດ​ໄດ້​ກ່ຽວກັບ​ລະບົບການ​ເຂົ້າ​ເມືອງ​ຢ່າງ​ຖືກຕ້ອງຕາ​ມກົດ​ໝາຍ...
ຂ້າພະ​ເຈົ້າ​ເຄີຍ​ໄດ້ບອກ​ເພື່ອນ​ຮ່ວມ​ງານໄປ​ແລ້ວວ່າ: ພວກ​ເຮົາ ​ຈະ​ໃຊ້​ເວລາ​ສົນທະ
ນາ​ກັນ​ໃນ​ລັດຖະສະພາ ​ໃນ​ເດືອນ​ມັງກອນ​ທີ່​ຈະ​ມາ​ເຖິງ​ນີ້.”

ສ່ວນ​ທ່ານ ປະທານາທິບໍດີ​ທຣຳນັ້ນ ​ແມ່ນ​ໄດ້​ສົ່ງ​ສັນຍານ​ແບບສັບສົນ ​ກ່ຽວ​ກັບ​ພວກ​ທີ່​
ໄດ້​ຮັບ​ຜົນ​ປະ​ໂ​ຫຍດຈາກໂຄງການ​ດັກ​ກາ​ນີ້.

ປະທານາທິບໍດີ​ທຣຳ ກ່າວ​ວ່າ “ພວກ​ທ່ານ​ມີ​ພວກ​ເດັກນ້ອຍ​ທີ່​ສະຫຼາດ ແລະເກັ່ງ
ຫລາຍພວກ​ນີ້ ​ແຕ່ກໍມີ​ແຕ່​ບາ​ງົຄນ​ເທົ່າ​ນັ້ນ ບໍ່​ແມ່ນ​ໝົດທຸກ​ຄົນ. ​ໃນ​ບາງ​ກໍລະນີ ຢູ່​ໃນ
ພວກ​ດັກ​ການີ້ ​ກໍ​ມີຄົນທີ່​ເປັນ​ສະມາຊິກ​ຂອງ​ພວກ​ແກ໊ງອັນ​ຕະພານ ​ແລະ​ກໍ​ມີ​ບາງ​ຄົນ
ເປັນ​ພວກ​ຄ້າ​ຢາ​ເສ​ບຕິດ ອີກ​ດ້ວຍ.”

ພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ດັກ​ກາສ່ວນ​ໃຫຍ່ ​ແມ່ນ​ບໍ່ມີປະຫວັດ​
ໃນການກໍ່​ອາ​ຊະ​ຍາ​ກຳອັນ​ໃດ ​ແລະ​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ພວກ​ເຂົາ​ພຽງ​ແຕ່​ຕ້ອງການ​
ໂອກາດທີ່​ຈະສໍາ​ເລັດ​ຜົນ​ໃນ​ການ​ເດີນ​ຕາມຄວາມໄຝ່​ຝັນຂອງ​ຊາວ​ອາ​ເມຣິກັນ ທີ່​ຮູ້​ກັນ
ດີ​ວ່າ ອາ​ເມຣິກັນດຣີມນັ້ນ. ​ແຕ່​ວ່າ​ຄວາ​ມອົດທົນຂອງ​ພວກ​ເຂົາ​ເຈົ້າ ຍັງ​ເຫລືອໜ້ອຍ
​ລົງນັບ​ມື້ ​ແລະ​ນັ້ນບໍ່​ພຽງ​ແຕ່​ຄວາມ​ອົດທົນຕໍ່​ກັບພວກຣີພັບລິ​ກັນ​ເທົ່າ​ນັ້ນ ​ແຕ່​ຍັງຕໍ່
ພວກ​ເດ​ໂມແຄຣັດອີກ​ດ້ວຍ.

ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ດັກ​ກາ ກ່າວ​ວ່າ “ເດ​ໂມ​ແຄຣັດ ຕ້ອງ​ລຸກ​ຂຶ້ນ
ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ກ້າວ​ຂຶ້ນ​ໄປ​ຂ້າງ​ໜ້າ, ພວກ​ເຂົາ​ເຈົ້າ​ຕ້ອງ​ເປັນ​ແຊມ​ປຽນ
​ໃນ​ການແກ້​ໄຂ​ບັນຫານີ້. ​ແລະ​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ດໍາ​ເນີນ​ການ​ແທ້ໆ, ບໍ່ແມ່ນ​
ໄດ້ແຕ່​ເວົ້າ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ນັ້ນ ​ເຮັດ​ນີ້ ຊື່ໆ.”

ສະມາ​ຊິກ​ສະພາສູງ ຈາກ​ພັກເດ​ໂມ​ແຄຣັດ​ 30 ຄົນ ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ສັບປະດາ​
ແລ້ວ​ນີ້ ​ຕ້ານ​ການ​ໃຫ້​ງົບປະມານແກ່​ລັດຖະບານທີ່​ຈະ​ເລື່ອນ​ອອກ​ໄປ​ນັ້ນ​. ຈຳ​ນວນ
​ດັ່ງກ່າວ ​ແມ່ນ​ຈະຖືກ​ນໍາ​ຂຶ້ນມາ​ສົນທະນາ​ກັນ​ຢ່າງ​ແນ່ນອນ ​ໃນ​ເດືອນ​ມັງກອນ​ໜ້າ​ນີ້
ກ່ຽວກັບ​ຮ່າງງົບປະມານ​ຄັ້ງ​ຕໍ່​ໄປ ​ເວັ້ນ​ເສຍ​ແຕ່​ວ່າ ຈະ​ມີການ​ແກ້​ໄຂເລື່ອງໂຄງການ
ດັກ​ກາ​ນີ້ ​ລວມ​ຢູ່​ໃນ​ການ​ລົງ​ຄະ​ແນນ​ສຽງຮັບ​ຜ່ານງົບປະມານນັ້ນນໍາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG