ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກເຂົ້າ​ເມືອງ​ຜິດ​ກົດໝາຍ ແຕ່ຕອນເປັນເດັກນ້ອຍ ຈະຮູ້ອານາຄົດຂອງຕົນ ຢູ່ ສຫລ ໃນໄວໆນີ້


ຜູ້ຍິງຄົນຖືປ້າຍເພື່ອສະແດງການສະໜັບສະໜຸນຕໍ່ພວກໄດ້ຮັບ ການດໍາ​ເນີນ​ການ​ທີ່​ເລື່ອນ​ເວລາ​ອອກ​ໄປ ສໍາລັບ​ຄົນ​ທີ່
​ມາ​ເຖິງ​ສະຫະລັດແຕ່​ຕອນ​ເປັນເດັກນ້ອຍ ຫລື DACA ໃນການໂຮມຊຸມນຸມເພື່ອໃຫ້ມີການປະຕິຮູບດ້ານຄົນເຂົ້າເມືອງ ຢູ່ໜ້າທໍານຽບຂາວ ໃນວັນທີ 15 ສິງຫາ, 2017.
ຜູ້ຍິງຄົນຖືປ້າຍເພື່ອສະແດງການສະໜັບສະໜຸນຕໍ່ພວກໄດ້ຮັບ ການດໍາ​ເນີນ​ການ​ທີ່​ເລື່ອນ​ເວລາ​ອອກ​ໄປ ສໍາລັບ​ຄົນ​ທີ່ ​ມາ​ເຖິງ​ສະຫະລັດແຕ່​ຕອນ​ເປັນເດັກນ້ອຍ ຫລື DACA ໃນການໂຮມຊຸມນຸມເພື່ອໃຫ້ມີການປະຕິຮູບດ້ານຄົນເຂົ້າເມືອງ ຢູ່ໜ້າທໍານຽບຂາວ ໃນວັນທີ 15 ສິງຫາ, 2017.

ທໍານຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ທຣໍາ ຈະ​ປະກາດ​ຄໍາ​ຕັດສິນ​ໃຈ​ຂອງ​ທ່ານ​ໃນ
​ວັນ​ອັງຄານ ທີ່​ຈະ​ເຖິງ​ນີ້ວ່າ ຈະ​ຢຸດຕິ​ການ​ໃຊ້​ນະ​ໂຍບາຍ​ຂອງ​ລັດຖະບານ​ທ່ານ​ໂອ
​ບາ​ມາ ທີ່ໃຫ້ການ​ປົກ​ປ້ອງ​ແກ່​ຄົນ​ເຂົ້າ​ເມືອງ​ບໍ່ມີ​ເອກະສານທີ່​ເຂົ້າມາ​ໃນ​ສະຫະລັດ
​ຢ່າງ​ຜິດ​ກົດໝາຍນັ້ນ ຫລືບໍ່.

ທ່ານ​ນາງ Sara Huckabee Sanders ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ກ່າວ​ຕໍ່ພວກ​ນັກ​
ຂ່າວ​ໃນຕົ້ນອາທິດ​ນີ້ວ່າລັດຖະບານ​ທ່ານ​ທຣໍາຍັງ​ກໍາລັງ​ທົບ​ທວນຄືນ ​ໂຄງການ​ທີ່​
ເອີ້ນກັນ​ວ່າ DACA, ຫລື​ ການດໍາ​ເນີນ​ການ​ທີ່​ເລື່ອນ​ເວລາ​ອອກ​ໄປ ສໍາລັບ​ຄົນ​ທີ່
​ມາ​ເຖິງ​ສະຫະລັດ​ຕອນ​ເປັນເດັກນ້ອຍ.

ທ່ານ​ທຣໍາ​ໄດ້​ໃຫ້​ສັນຍາ​ໃນ​ລະ​ຫວ່າງການ​ເດີນທາງ​ເລາະ​ໂຄສະນາ​ຫາ​ສຽງນັ້ນວ່າ ຈະ
​ທໍາລາຍ​ໂຄງການ​ດັ່ງກ່າວ ຊຶ່ງ​ເອີ້ນ​ໂຄງການ​ນີ້ວ່າ ​ເປັນ "ການ​ນີລະ​ໂທດ." ນັບ​ແຕ່​ໄດ້
​ຂຶ້ນດໍາລົງ ຕໍາ​ແໜ່ງ​ເປັນຕົ້ນມາ ທ່ານ​ເວົ້າວ່າ​ບັນຫາ​ດັ່ງກ່າວ​ເປັນ​ບັນຫາ​ທີ່​ຍາກ​ທີ່​ສຸດ
ທີ່​ທ່ານ​ຕ້ອງ​ໄດ້​ແກ້​ໄຂ ​ໃນ​ນາມ​ທີ່​ເປັນ​ປະທານາທິບໍດີ.

​ທ່ານ Paul Ryan ປະທານ​ສະພາ​ຕໍ່າ ​ແລະ​ສະມາຊິກ​ລັດຖະສະພາ​ສັງກັດ​ພັກຣີພັບ
ບລິກກັນຫລາຍ​ຄົນ ກໍາລັງແນະ​ນໍາປະທານາທິບໍດີ​ບໍ່​ໃຫ້​ຍົກ​ເລີກ​ໂຄງການ​ດັ່ງກ່າວ.
ທ່ານ Ryan ​ເວົາວ່າ ທ່ານ​ເຊື່ອ​ວ່າ​ລັດຖະສະພາ ຄວນ​ຫາ​ຊ່ອງ​ທາງ​ປົກ​ປ້ອງ​ພວກ​ທີ່​
ຢູ່​ໃນ​ໂຄງການ DACA ​ໃນ​ປັດຈຸບັນ​ນີ້.

ກຸ່ມ​ທະນາຍຄວາມ​ລັດ​ທີ່​ຕໍ່ສູ້​ກັບ​ບັນຫານີ້ຢູ່​ໃນ​ລັດ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ກໍານົດ​ເອົາ​ວັນ​
ອັງ​ຄານ ຈະ​ມາ​ເຖິງ​ນີ້ວ່າ​ເປັນ​ມື້ສຸດ​ທ້າຍ​ໃນ​ການ​ຕັດສິນ​ໃຈ​ຂອງ​ທ່ານ​ທຣໍາ.

​ເຖິງ​ແນວ​ໃດ​ກໍ​ຕາມ ພວກ​ນັກວິ​ໄຈ​ເວົ້າວ່າ ມັນ​ອາດ​ເປັນ​ໄປ​ໄດ້​ວ່າ ຄະນະ​ລັດຖະບານອາດ
ຈະ​ເຈລະຈາ​ໃຫ້​ຍືດ​ເວລາ​ໃນການຕັດສິນ​ອອກ​ໄປອີກ ​ໂດຍ​ອີງ​ຕາມ​ສະພາບຕົວ​ຈິງທີ່​ວ່າ
ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ ຊຶ່ງ​ເປັນ​ອົງການ​ທີ່​ຮັບຜິດຊອບ​ໃນ​ການ​ປະ
ຕິບັດ​ການ​ປ່ຽນ​ແປງໃນ​ດ້ານ​ນີ້ ປະຈຸ​ບັນນີ້​ເຂົາ​ເຈົ້າຍັງ​ຄາວຽກ​ໃນ​ການ​ຮັບ​ມື​ກັບ​ສະພາບ
​ຄວາມ​ເສຍ​ຫາຍຢ່າງໜັກທີ່​ເກີດ​ຂຶ້ນພາຍຫລັງ​ທີ່​ພາຍຸເຮີຣິ​ເຄນຮາວີ​ໃນ​ລັດ Texas ​ແລະ
​ລັດ Louisiana ໝົດ​ໄປ​ແລ້ວ.

​ໂຄງການ DACA ​ໄດ້​ອານຸຍາດ​ໃຫ້​ຄົນ​ເກືອບ​ຮອດ 800,000 ຄົນ​ບໍ່​ໃຫ້​ຖືກ​ເນລະ​ເທດ
​ໂດຍ​ການ​ອອກໃບ​ອານຸຍາດ​ເຮັດ​ວຽກທີ່ສາມາດ​ຕໍ່​ໄດ້​ໃນ​ແຕ່​ລະ​ສອງ​ປີ ​ແກ່​ຜູ້​ຂໍ​ເອົາ​ໃບ
​ອານຸຍາດ​ດັ່ງກ່າວ​ທີ່​ມີ​ສິດ​ເໝາະສົມ​ໄດ້​ຮັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG