ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ປ. ທຣໍາ ວ່າ ຮ່າງກົດໝາຍ ກ່ຽວກັບ ຄົນ​ເຂົ້າມາ ໃນ ສຫລ ​ແຕ່​ຍັງ​ນ້ອຍ ຕ້ອງເວົ້າເຖິງ ທຶນສ້າງ ກໍາແພງ ນໍາ


ພວກຄົນເຂົ້າເມືອງພາກັນເຂົ້າຮ່ວມພິທີສາບານຕົວໃນເວລາທີ່ປ່ຽນສັນຊາດ ເປັນພົນລະເມືອງອາເມຣິກັນ ຢູ່ທີ່ຫ້ອງການບໍລິການໃນດ້ານການເປັນພົນລະເມືອງ ສະຫະລັດ ແລະຄົນເຂົ້າເມືອງ (USCIS) ຢູ່ນະຄອນລັອສແອນເຈີລິສ ( Los Angeles) ລັດຄາລິຟໍເນຍ ໃນວັນທີ 20 ກັນຍາ, 2017.
ພວກຄົນເຂົ້າເມືອງພາກັນເຂົ້າຮ່ວມພິທີສາບານຕົວໃນເວລາທີ່ປ່ຽນສັນຊາດ ເປັນພົນລະເມືອງອາເມຣິກັນ ຢູ່ທີ່ຫ້ອງການບໍລິການໃນດ້ານການເປັນພົນລະເມືອງ ສະຫະລັດ ແລະຄົນເຂົ້າເມືອງ (USCIS) ຢູ່ນະຄອນລັອສແອນເຈີລິສ ( Los Angeles) ລັດຄາລິຟໍເນຍ ໃນວັນທີ 20 ກັນຍາ, 2017.

ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຮ່າງກົດ
ໝາຍ​ໃດໆກໍຕາມ ທີ່​ອະນຸຍາດ​ ໃຫ້ຄົນ​ເຂົ້າມາໃນສະ​ຫະລັດ​ຢ່າງ​ຜິດ​ກົດໝາຍ​ຕັ້ງ​ແຕ່
ຕອນ​ຍັງເປັນ​ເດັກນ້ອຍ ມີ​ໂອກາດ​ກາຍເປັນ​ຄົນ​ສັນຊາດ​ອາ​ເມຣິກັນນັ້ນ ຈະ​ຕ້ອງ​ລວມ
ມີ​ທຶນ​ໃນ​ການ​ສ້າງ​ກໍາແພງປ້ອງ​ກັນຊາ​ຍ​ແດນຢູ່​ນໍາ ​ໃນ​ຂະນະ​ທີ່​ທໍາ​ການ​ຍຸດຕິ​ຂະ​ບວນ
ການ​ເຂົ້າປະ​ເທດ​ໂດຍ​ຜ່ານ​ການ​ເປັນ​ຍາດ​ແບບ​ຕ່ອງ​ໂສ້ ​ແລະ​ໂຄງການ​ຈົກ​ສະຫລາກ​
ວີ​ຊາ ນັ້ນ​ໄວ້.

​ໃນ​ເດືອນ​ກັນຍາ​ຜ່ານ​ມາ​ທ່ານ​ທຣໍາ ​ໄດ້​ຍົກ​ເລີກ ​ໂຄງການ​ງົດ​ການ​ເນລະ​ເທດ​ຄົນ​ທີ່​ເຂົ້າ
ມາ ໃນສະ​ຫະລັດ​ແຕ່​ຕອນເປັນ​ເດັກ​ນ້ອຍ ຫລື ດາ​ກາ (DACA) ທີ່​ສ້າງ​ຂຶ້ນ​ໂດຍອະດີດ
​ປະທານາທິບໍດີ ບາຣັກ ​ໂອ​ບາ​ມານັ້ນ. ​ໂຄງການ​ດັ່ງກ່າວ​ໄດ້​ໃຫ້ການ​ປ້ອງ​ກັນ​ແກ່​ຄົນ​
ເຂົ້າ​ເມືອງ​ຢູ່ສະ​ຫະລັດ​ເກືອບ​ຮອດ 8 ​ແສນ​ຄົນ​ບໍ່​ໃຫ້​ຖືກ​ເນລະ​ເທດ ​ໂດຍ​ອະນຸຍາດ​ໃຫ້
​ພວກ​ເຂົາ​ເຈົ້າດໍາລົງ​ຊີວິດ ​ແລະ​ເຮັດ​ວຽກຢູ່​ໃນ​ສະຫະລັດ​ໄດ້.

ທ່ານ​ທຣໍາ ​ໄດ້​ໃຫ້​ເວລາ​ແກ່​ລັດຖະສະພາ​ຈົນ​ຮອດວັນ​ທີ 5 ມີນາທີ່​ຈະ​ມາ​ເຖິງ​ນີ້ ​ເພື່ອຕົກ
ລົງກັນກ່ຽວກັບຮ່າງກົດໝາຍ ​ທີ່​ຈະ​ໃຫ້ການ​ປົກ​ປ້ອງທີ່ເທົ່າ​ກັນ ແກ່ພວກ​ທີ່ຢູ່ພາຍ​ໃຕ້​ໂຄງ
ການ DACA ນັ້ນ ລວມ​ທັງ​ທຶນ ​ສໍາລັບ​ການ​ສ້າງ​ກໍາ​ແພງ​ຢູ່​ຊາ​ຍ​ແດນ​ ທີ່​ທ່ານ​ໄດ້​ສະ​ເໜີ​
ໄປ​ນັ້ນ, ​ແລະ​ໃຫ້ຍຸດຕິ​ຂະ​ບວນການ​ເຂົ້າປະ​ເທດ​ ໂດຍ​ຜ່ານ​ການ​ເປັນ​ຍາດແບບ​ຕ່ອງ​ໂສ້
​ແລະ​ໂຄງການ​ຈົກ​ສະຫລາກ​ວີ​ຊານັ້ນ​.

ຢູ່​ໃນ​ກອງ​ປະຊຸມ​ອັນ​ນຶ່ງ​ກັບ​ບັນດາ​ສະມາ​ຊິກ​ສະພາສູງ​ຈາກ​ພັກຣີພັບ​ບລິ​ກັນ ທີ່​ທໍານຽບ
ຂາວ​ກ່ຽວກັບ​ເລື່ອງ​ຄົນ​ເຂົ້າ​ເມືອງ​ນັ້ນ ທ່ານ​ທຣໍາ ​ເວົ້າວ່າ “ລະບົບ​ຄົນ​ເຂົ້າ​ເມືອງ​ຢູ່​ໃນ​ປັດ
ຈຸບັນຂອງ​ພວກ​ເຮົາ​ ແມ່ນ​ເຮັດ​ໃຫ້​ຄົນ​ອາ​ເມຣິກັນ​ເສຍ​ຜົນ​ປະ​ໂຫຍ​ດ” ​ໂດຍຍົກ​ເອົາການ
​ເຂົ້າປະ​ເທດ​ທີ່​ຜ່ານ​ການ​ເປັນ​ຍາດ​ແບບ​ຕ່ອງ​ໂສ້ ມາ​ເປັນ​ຕົວຢ່າງ. ການ​ເຂົ້າປະ​ເທດ
​ໂດຍ​ຜ່ານ​ການ​ເປັນ​ຍາດ​ແບບຕ່ອງ​ໂສ້ ​ແມ່ນ​ຂັ້ນຕອນ​ເຂົ້າ​ເມືອງ​ໂດຍ​ຜ່ານ​ປະຊາ​ຄົມ
ຫລື​ຍາດ​ພີ່ນ້ອງໃນ​ຄອບຄົວຈາກ​ຂົງ​ເຂດ​ສະ​ເພາະໃດ​ນຶ່ງ ທີ່ເຮັດຕາມ​ຄົນ​ອື່ນ​ທີ່​ມາ​ຈາກ​
ຂົງ​ເຂດ​ດັ່ງກ່າວ​ນັ້ນ ​ໄປ​ຢູ່​ໃນ​ສະ​ເພາະຕົວ​ເມືອງ ຫລື​ເຂດ​ຄຸ້ມ​ຕ່າງໆ ນໍາ​ກັນ.

​ທ່ານ​ທຣໍາ ບອກບັນດາ​ສະມາ​ຊິກ​ສະພາສູງວ່າ "ການ​ເຂົ້າປະ​ເທດ​ໂດຍ​ຜ່ານ​ການ​ເປັນ​
ຍາດແບບ​ຕ່ອງ​ໂສ້ນີ້ ​ແມ່ນ​ຄວາມ​ຫາຍະນະຢ່າງສິ້ນເຊີງ ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່ຄວາມໝັ້ນຄົງ
​ແລະ​ເສດຖະກິດ​ຂອງ​ພວກເຮົາ ​ແລະເປັນປະຕູ​ໃຫ້​ແກ່​ພວກກໍ່ການ​ຮ້າຍເຂົ້າມາ​ໃນ
ປະ​ເທດ​ໄດ້.”

ນອກ​ນັ້ນ ທ່ານ​ທຣໍາຍັງ​ໄດ້​ຮຽກຮ້ອງ​ໃຫ້​ຍຸດຕິໂຄງການ​ຈົກ​ສະຫລາກ​ວີ​ຊາ ທີ່​ຮັບ​ເອົາ​ຜູ້​
ຮ້ອງ​ຂໍວີ​ຊາ ທີ່​ຜ່ານ​ການກວດ​ປະຫວັດ ​ແລະ​ໄດ້​ຮັບ​ການ​ສຶກສາ​ທີ່​ທຽບເທົ່າກັບ​ຈົບ​ມັດ
ທະຍົມ​ຕອນ​ປາຍ ຫລື​ມີ​ປະສົບ​ການ​ໃນ​ວຽກງານ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ຝຶກ​ອົບຮົມຢ່າງ
ໜ້ອຍສອງ​ປີ ນັ້ນ​ໄວ້. ທ່ານ​ທຣໍາ​ເວົ້າວ່າ ໂຄງການ​ຈົກ​ສະຫລາກ​ວີ​ຊາ "ບໍ່ດີ​ຕໍ່​ເສດຖະ
ກິດ​ຂອງ​ພວກເຮົາ ​ແລະ ບໍ່ດີຕໍ່​ຄວາມໝັ້ນຄົງຂອງ​ຊາດ​ພວກ​ເຮົາ​ຫລາຍ."

ທ່ານ​ປະທານາທິບໍດີ​ຍັງເວົ້າວ່າ ການ​ປະຕິ​ຮູບ​ດ້ານ​ຄົນ​ເຂົ້າ​ເມືອງ​ຈະ​ເປັນ​ໄປ​ບໍ່​ໄດ້​ຖ້າ​ປາດ
​ສະ​ຈາກການ​ເພີ້ມການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ຊາຍ​ແດນ. "ພວກ​ເຮົາ​ຕ້ອງການ​ກໍາ​ແພງ
​ປ້ອງ​ກັນຊາ​ຍ​ແດນ​ຢ່າງແທ້​ຈິງ. ພວກ​ເຮົາ​ຕ້ອງ​ມີ​ກໍາ​ແພງ ​ໃຫ້​ຈື່​ໄວ້​ເດີ. ພວກ​ເຮົາ​ຈະ​ຕ້ອງ​ມີ​
ກໍາ​ແພງ​ທີ່​ປ້​ອງກັນ​ພວກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ອັນຕະລາຍ, ພວກ​ຄ້າ​ມະນຸດ​ທີ່​ເປັນ​ອັນຕະ
ລາຍ ​ແລະ​ພວກ​ກຸ່ມ​ອາຊະຍາ​ກໍາ​ທີ່​ກໍ່​ຄວາມ​ຮຸນ​ແຮງ ບໍ່​ໃຫ້​ເຂົ້າມາ​ປະ​ເທດ​ນີ້​ໄດ້."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG