ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄື່ອງພິມ 3 ມິ​ຕິ ວິວັດທະນາການໃໝ່ ທີ່ສາມາດພິມ ພລາສຕິກ ​ທີ່​​ເປັນ​ມິດ ​ກັບ​ສິ່ງ​ແວດ​ລ້ອມ


ສິ່ງຂອງທີ່ເຄື່ອງພິມ 3 ມິຕິ ສາມາດພິມໄດ້
ສິ່ງຂອງທີ່ເຄື່ອງພິມ 3 ມິຕິ ສາມາດພິມໄດ້

ຄືແບບວ່າ ພວກ​ເຮົາບໍ່​ມີ​ພຽງພໍນັ້ນ​ລະ ​ເຄື່ອງ​ຫຼິ້ນ​ອັນ​ໃໝ່ທີ່​ຕ້ອງ​ມີ
ຄືເຄື່ອງພິມ 3 ມິ​ຕິໃນລະບົບ​ສະ​ເພາະ​ໃຫ້ຜູ້ບໍລິ​ໂພ​ກນຳ​ໃຊ້ນັ້ນ
​ສາມາດ​ໃຊ້ກັບ plastic ​ໄດ້. ພວກ​ນັກ​ຄົ້ນ​ຄ້ວາ ​ທີ່ Belgium
ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພັດທະນາຢາງພລາສ ຕິກ ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ເໝາະ​ສົມ​ບໍ່​ພຽງ​ແຕ່​ໃຊ້​ກັບເຄື່ອງພິມ 3 ມີ​ຕິ ​ເທົ່າ​ນັ້ນ ​ແຕ່​ວ່າມັນ​ຍັງຈະ​ສາມາດ​ໃຊ້ໃນ​ທາງ​ການ​ແພດ​ໄດ້​ນຳ​ອີກ ຊຶ່ງນັກ​ຂ່າວ VOA George Putic ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ທີ່ ວັນນະ​ສອນ ຈະ​ນຳເອົາ
ລາຍ​ລະອຽດ ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ນັບ​ຕັ້ງ​ແຕ່ຕົ້ນຊຸມ​ປີ 1980 ​ເປັນ​ຕົ້ນ​ມາ ເຄື່ອງພິມ 3 ມິ​ຕິ ​ໄດ້​ມີ​ການ​ພັດທະນາ​ແລະ​ປັບປຸງ​ມາ​ຈາກ​ຫ້ອງ​ແລັບ​ລະດັບ​ສູງ ຈົນ​ກາຍ​ມາ​ເປັນ​ອຸບປະກອນ​ທີ່​ເປັນລະບົບໃນລະດັບ​ສະ​ເພາະ​ຜູ້ບໍລິ​ໂພ​ກນຳ​ມາໃຊ້ຊຶ່ງ​ສາມາດເຮັດໃຫ້​ເຈົ້າ​ຂອງ​ເຄື່ອງພິມ​ນັ້ນ ສາມາດ​ທີ່​ຈະ​ອອກ​ແບບ​ເຄື່ອງມື​ທີ່​ສະ​ລັບ​ຊັບ​ຊ້ອນ​ທັງຫຼາຍ​ຂຶ້ນມາໄດ້.

ພວກ​ທີ່​ມອງ​ການ​ໄກ​ເຫັນ​ສິ່ງ​ປະດິດ​ຄິດ​ສ້າງ​ນີ້​ວ່າ ​ເປັນ​ການ​ເລີ້ມ​ຕົ້ນ ຂອງ​ການ​ປະຕິ​ວັດອຸດ
ສາຫະກຳ​ຄັ້ງທີ 3 ​ແຕ່​ນັກ​ປົກ​ປ້ອງສະພາບ​ແວດ​ລ້ອມ ຫວັ່ນກົວ​ວ່າ ສິ່ງ​ສຸດ​ທ້າຍ​ທີ່​ໂລກ​ຕ້ອງ
ການ ກໍແມ່ນການ​ມີວັດຖຸ​ທີ່​ເຮັດ​ດ້ວຍ plastic ທີ່​ມີ​ຄວາມ ຄົງ​ທົນ​ຖາວອນ ຢູ່​ໃນ​ກອງຂີ້​ເຫຍື້ອ
ຕາມ​ບ່ອນ​ຖົມ​ດິນ​ຕ່າງໆ​ແລະ​ມະຫາ​ສະມຸດ.

ວັດຖຸຫຼັກ​ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ກໍ​ແມ່ນ plastic ​ທີ່​ເຮັດ​ຈາກ​ສານ​ປີ​ໂຕຣລຽມ ​ທີ່​ບໍ່​ສາມາດເປື່ອຍລະລາຍຕາມ​ທຳ​ມະ​ຊາດ​ໄດ້. ​ແຕ່​ວ່າ​ຍັງ​ມີ​ວັດຖຸທາງ​ເລືອກ​ຢ່າງ​ອື່ນ​ທີ່ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ເຊັ່ນ ປລາສຕິກ polylactic acid​ ຫຼື PLA ທີ່​ມີ​ສ່ວນ​ປະສົມ​ຫຼັກ​ຂອງ​ນ້ຳ​ຕານຈາກ​ເຂົ້າສາລີ ​ແລະ​ນ້ຳ​ອ້ອຍ ​ແຕ່ວ່າ​ ມັນ​ຍັງມີ​ລາ ຄາ​ແພງ​ຢູ່.

ປະຈຸ​ບັນ​ນີ້ ນັກວິທະຍາສາດ​ຈາກ​ສູນ​ກາງ Centre for Surface Chemistry and Catalysis ຂອງ​ມະຫາວິທະຍາໄລ Leuven ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ວິທີ​ທາງ​ທີ່​ຈະ​ຜະລິດ ຢາງປລາສຕິກ PLA ​ໄດ້ຢ່າງວ່ອງ​ໄວ ​ແລະ​ລາຄາ​ຖືກກ່ອນ​ເມື່ອ​ກ່ອນ.

ທ່ານ Michiel Dusselier ນັກຄົ້ນຄວ້າຈາກ​ມະຫາວິທະຍາ​ໄລ Leuven ກ່າວ​ວ່າ “ແທນ​ທີ່​ຈະ​ເປັນ​ຂັ້ນ​ຕອນ​ການ​ຜະລິດ​ເຖິງ 2 ຂັ້ນ​ຕອນ ໃນ​ປະຈຸ​ບັນ​ນີ້ ​ເຮົາ​ສາມາດ​ຕັດ​ໃຫ້​ເປັນ​ພຽງ
ຂັ້ນ​ຕອນດຽວ. ຂັ້ນ​ຕອນ​ຂອງ​ພວກ​ເຮົາ​ນີ້ ​ແມ່ນ​ຜະລິດ 100 ອົງສາ​ຊັງ​ຕີກຣາດ ທີ່​ມີ​ອຸນຫະ
ພູມ​ຕ່ຳ​ວ່າ ​ແລະການ​ຜະລິດຂອງ​ພວກ​ເຮົາ ຊຶ່ງ​ມັນ​ແມ່ນວ່າ ​ທ່ານ​ສາມາ​ດຜະລິດ​ໄດ້​ຫຼາຍ​ປານ​ໃດ​ໃນ​ໃນ​ບໍລິ​ມາດ​ຂອງ​ເຄື່ອງຕໍ່​ຊົ່ວ​ໂມງ, ແມ່ນ​ຜະລິດ​ໄດ້​ຫຼາຍຂຶ້ນ ​ແລະ​ການ​ຜະລິດ​ຂອງ​ພວກເຮົາ​ ຍິ່ງ​ສະອາດຂຶ້ນ ​ໂດຍທີ່​ພວກ​ເຮົາ​ຈະ​ບໍ່ຕ້ອງ​ໄປ​ຜະລິດຂ້າງ​ນອກເພີ້​ມ.”

ພລາສຕິກ PLA ແມ່ນນຶ່ງ​ໃນຈຳນວນ​ບໍ່​ເທົ່າ​ໃດ​ຊະນິດ ທີ່ເໝາະສົມບໍ່ພຽງແຕ່ສຳລັບເຄື່ອງພິມ 3D ແຕ່ວ່າ ຍັງ​ເໝາະ​ສົມ​ສຳລັບ​ເຮັດອຸບປະກອນບາງຢ່າງທີ່ ທາງການແພດ ​ເຊັ່ນດ້າຍຫຍິບ
ບາດ​ເປັນຕົ້ນ.

ທ່ານ Bert Sels ອາຈານສອນທີ່ມະຫາວິທະຍາໄລ Leuven ກ່າວວ່າ “ຂ້າ ພະເຈົ້າຄິດວ່າ ມັນຈະມີພວກທີ່ສົນໃຈໃນດ້ານການຕະຫຼາດທີ່ຈະນຳສະເໜີສິນຄ້າໃນຕະຫຼາດທີ່ມີລາຄາ
ຕ່ຳຫລາຍ ແລະວ່າຂ້າພະເຈົ້າຄິດວ່າ ນີ້ມັນອາດຈະແມ່ນການເລີ້ມຕົ້ນຂອງການນຳ​ເອົາ
ພລາສຕິກ PLA ​ເຂົ້າສູ່​ທຸລະ​ກິດພລາສຕິກຊິວະພາບ”

ເຖິງແມ່ນວ່າ ພລາສຕິກ PLA ຈະບໍ່ສາມາດນຳ​ໃຊ້ກັບທຸກຢ່າງກໍຕາມ ນຶ່ງໃນບໍ ລິສັດສານ​ເຄມີ​ປີ​ໂຕຣລຽມ ໄດ້ພັດທະນາ​ໄປ​ແລ້ວຂັ້ນຕອນການຜະລິດຢ່າງຫຼວງ ຫຼາຍທາງອຸດສາຫະ
ກຳ ຊຶ່ງພາ​ໃຫ້​ມີຄວາມຫວັງວ່າ ຈະ​ມີຜະລິດຕະພັນ​ພລາສຕິກຊະນິດໃໝ່ຫຼາຍຂຶ້ນທີ່ເຮັດຈາກ
ສານເຄມີທີ່ສາມາດ​ເປື່ອຍ​ສະຫຼາຍຕາມ​ທຳ​ມະ​ຊາດ ​ໄດ້.

XS
SM
MD
LG