ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແວ່ນ​​ສະ​ຫຼາດ ອາດ​ເປັນແຮງ ​ດົນ​​ໃຈ ​ຕໍ່​ທ່ານ ​ໃຫ້​ລຸກ​ຂຶ້ນມາ ​ອອກ​ກຳ​ລັງ​ກາຍ


Smart Mirrors May Motivate You to Get Off the Couch
please wait

No media source currently available

0:00 0:02:00 0:00

ການ​ຄົ້ນຫາແຮງ​ກະ​ຕຸນ ຫຼື​ແຮງ​ດົນ​ໃຈ ເພື່ອຮັກສາຮູບຊົງໄວ້ໃຫ້​ຈົບງາມມັນບໍ່ແມ່ນເລື້ອງ
ງ່າຍ ​ແຕ່​ວ່າ ແວ່ນສະ​ຫຼາດແບບໃໝ່​ ​ຈະບໍ່​ຍອມ​ປ່ອຍໃຫ້​ພວກ​ຜູ້​ຊົມໃຊ້ເຫີນຫ່າງ​ອອກ​ໄປ​
ດັ່ງ ທີ​ນາ ທ​ຣິນ (Tina Trin) ຈະມີ​ລາຍ​ງານເລື້ອງ​ນີ້ ຊຶ່ງວັນ​ນະ​ສອນ​ຈະ​ນຳ​ລາຍ​ລະ​ອຽດ​
ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສຳ​ລັບ​ພວກ​ທີ່​ຖ່າຍ​ຮູບແຊ​ລຟີ (selfie) ໃນ​ຈິມ​ໃນ​ອິນ​ສະ​ຕ​ຣາ​ແກຣມແລ້ວ ບາງ​ທີ່
ເວ​ລາ​ກໍອາດຈະ​ເປັນ​ສິ່ງດຽວເທົ່ານັ້ນ ກ່ອນທີ່​ມັນ​ຈະ​ກາຍເປັນ​ຄວາມຈິງ​ຂຶ້ນ​ມາ.

ທ່ານ ເອດ ສ​ແກລັດ​ເຕີ​ຣ໌ ຜູ້​ກໍ່​ຕັ້ງ​ຮ່ວມ ແລະ​ເຈົ້າ​ຂອງ​ບໍ​ລິ​ສັດ​ຮ່ວມ ຂອງ​ບໍ​ລິ​ສັດ
ເນັກ​ເກັດ ແລບ ກ່າ​ວ​ວ່າ “ເນັກ​ເກັດ ແມ່ນ​ແວ່ນ​ແຍງ​ແບບ​ເຕັມ​ໂຕ. ມັນ​ມີ ເຊັນ​ເຊີ
ແບບ 3 ມິ​ຕິ ຕິດ​ຢູ່​ໃນ​ນັ້ນ. ເວລາທ່ານຢືນ​ຢູ່ຊິງຊັ່ງ ຊິງກໍພທ່ານໝູນໂຕ ອ້ອມໄປ
360 ອົງ​ສາ ໃນເວລາ 15 ວິ​ນາ​ທີ.”

ມັນ​ໃຊ້​ເວ​ລາ​ພຽງ​ແຕ່ 15 ວິ​ນາ​ທີ ເທົ່າ​ນັ້ນ ທີ່ຈະ​ສາ​ມາດ​ເຫັນ​ຜົນ​ຂອງ​ການ​ຄວບ​ຄຸມ
​ອາ​ຫານ ແລະການ​ອອກ​ກຳ​ລັງ​ກາຍສຳລັບຕົນໂຕຂອງທ່ານ. ກະຈົກດັ່ງກ່າວ​ແມ່ນ​ສ້າງ
​ຂຶ້ນ​ດ້ວຍ​ເຄື່ອງ​ເຊັນ​ເຊີ​ຣ໌ ແບບ 3 ມິ​ຕິຢູ່ໃນໂຕ.

​ການ​ດາວໂລດ​ເອົາ​ຂໍ້​ມູນ ເປັນ​ກະ​ແຈ​ສຳ​ຄັນ ເຊັ່ນກ່ຽວກັບໄຂ​ມັນແລະ​ກ້າມ​ເນື້ອຂອງ
​ຮ່າງກາຍ ໃສ່​ໂທ​ລະ​ສັບ​ມື​ຖື​ຂອງ​ທ່ານໄວ້. ຜູ້​ສ້າງ​ກະຈົກ​ເນັກ​ເກັດ ກ່າວ​ວ່າການ​ສ້າງ​ພາບ
​ເໝືອນ​ຈິງ ເປັນປັດໃຈທີ່ສຳຄັນ​ສຳ​ລັບ​ພວກ​ຜູ້​ຄົນ​ທີ່​ພະ​ຍາ​ຍາມ​ຢາກ​ຫຼຸດ​ນ້ຳ​ໜັກ ຫຼືຢາກ
ຈ່ອຍລົງ.

ທ່ານ​ຟາ​ຣ໌​ຮາດ ຟາ​ຣາ​ບັກ​ຊຽນ (Farhad Farahbakhshian) ຜູ້​ກໍ່​ຕັ້ງ​ຮ່ວມທັງ​ຮ່ວມ
ເປັນເຈົ້າ​ຂອງ​ບໍ​ລິ​ສັດ​ ທົດລອງເນກ​ເກັດກ່າ​ວວ່າ​ “​ກ້າມ​ເນື້ອຂອງພວກ​ເຂົາ​ເຈົ້າ​ຈະຜັນຂະຫຍາຍໃນ​ລະ​ດັບ​ດຽວ​ກັນ​ກັບການ​ສູນ​ເສຍ​ໄຂ​ມັນຂອງເຂົາເຈົ້າໄປ.
ລະດັບ​ນ້ຳ​ໜັກ​ຂອງເຂົາເຈົ້າແລະ​ຢູ່ໃນ​ສະ​ມອງ​ຂອງ​ພວກ​ເຂົາ​ເຈົ້າ ພວກເຂົາເຈົ້າ
ຈະຄິດໂລດວ່າ​ ຂ້ອຍ​ບໍ່​ມີຄວາມກ້າວໜ້າຫຍັງເລີຍ ແຕ່ຄວາມ​ຈິງ​ແລ້ວ, ຮ່າງ​ກາຍ
ຕົນໂຕຂອງ​ພວກ​ເຂົາ​ເຈົ້າແມ່ນປ່ຽນ​ແປງໄປ​ຢ່າງ​ກະ​ທັນ​ຫັນ.”

ແຕ່​ວ່າ ມັນ​ບໍ່​ແມ່ນ ມີບໍ​ລິ​ສັດ​ດຽວນີ້​ເທົ່າ​ນັ້ນ ທີີ່​ໃຊ້​ກະຈົກເປັນ​ແຮງ​ບັນ​ດານ​ໃຈ. ເຄື່ອງ​ມື​
ອີກ​ອັນ​ນຶ່ງ ພຽງແຕ່ໃຊ້ຊື່ນ້ອຍຂອງກະຈົກເພື່ອສອນວິທີອອກ​ກຳ​ລັງ​ກາຍ​ທີ່ລອກລຽນ
ແບບມາຈາກຫ້ອງ​ຝຶກແອບແທ້ໆໃນ​ນະ​ຄອນ​ນິວຢອກໄປ​ສູ່ຫ້ອງ​ນັ່ງ​ຫຼິ້ນຢູ່ໃນ​ບ້ານ
​ເຮືອນຂອງ​ເຂົາເຈົ້າ. ທ່ານ​ຟາ​ຣາ​ບັກ​ຊຽນ ກ່າວ​ວ່າ ຄວາມຈິງແລ້ວ ມີຫຼາຍສິ່ງຫຼາຍຢ່າງ
ທີ່ເກີດຂຶ້ນຢູ່ໃນຈິມຫຼືຫ້ອງຫັດກາຍະກຳ ແມ່ນໄດ້ຖືກນຳອອກໄປໃຊ້ຢູ່ໃນບ້ານເຮືອນ.

“ແວ່ນ​ທີ່​ໃຊ້​ຈໍ LCD ຈະສະແດງໃຫ້ເຫັນ ແລະ​ກ້ອງ​ຖ່າຍທີ່​ຕິດຕັ້ງໄວ້ຈະ​ເຮັດໃຫ້
ຄູ​ຝຶກ​ສອນໄດ້ຮັບ​ຄຳເຫັນທັນກັບເວລາ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ອອກ​ກຳ​ລັງ​ກາຍ​
ໄປ​ພ້ອມ​ໆ​ກັບ​ພວກທີ່​ອອກ​ກຳ​ລັງ​ກາຍ​ຄົນ​ອື່ນໆຢູ່ໃນ​ຫ້ອງຝຶກຫັດ. ນອກຈາກນັ້ນ
ແລ້ວ ເຄື່ອງດັ່ງ​ກ່າວນີ້ ກໍຍັງສາ​ມາດຈັບ​ອັດຕາການ​ເຕັ້ນ​ຂອງ​ຫົວ​ໃຈຜ່ານ​ທາງ
bluethooth ໄດ້ ທັງ​ເພື່ອທຳງານ​ໃຫ້​ໄດ້ເປົ້າ​ໝາຍ ​ຂອງ​ການ​ເຕັ້ນຂອງ​ຫົວ​ໃຈທີ່​
ຕັ້ງ​ໄວ້ນັ້ນນຳ.”

ເມື່ອ​ມີ​ຫ້ອງ​ຈິມຫຼືຫ້ອງອອກກຳລັງກາຍ​ຢູ່​ໃນ​ບ້ານເຮືອນ ມັນ​ເປັນ​ຂໍ້​ອ້າ​ງ​ອີກ​ອັນ​ນຶ່ງ ​
ທີ່​ຈະບໍ່ອອກ​ກຳ​ລັງ​ກາຍ. ແລະໃນ​ຂະ​ນະ​ທີ່​ເຄື່ອງມື Naked ​ຍັງ​ຂ້ອນ​ຂ້າງແພງ​ຢູ່ນີ້ ພວກຜູ້ຄິດຄົ້ນມັນຂຶ້ນມາຈຶ່ງ​ກ່າວ​ວ່າ ມັນກໍເປັນ​ການ​ໃຊ້​ເງິນ​ຄຳທີ່​ຄຸ້ມ​ຄ່າ​ຢູ່.

ທ່ານ​ຟາ​ຣາ​ບັກ​ຊຽນ ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທີ່ຈະອົດອາຫານດ້ວຍ
ຫຼາຍວິທີ ພະຍາຍາມອອກກຳລັງກາຍຫຼາຍໆແບບ ແຕ່​ກໍ​ບໍ່​ໄດ້​ຜົນ. ພວກ​ເຂົາ​ເຈົ້າ​
ໄດ້ມອງເຫັນ​ ເຄື່ອງມື Naked ວ່າເປັນ​ວິ​ທີ​ທີ່ຊັດ​ແຈ້ງ ວ່າຄວນມີໄວ້ ເພື່ອ​ຮ່າງ​ກາຍ
ຕົນໂຕ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ​ໂບ​ຣ​ລ ຊາຍ​ຜູ້​ນຶ່ງ​ຢູ່​ທາງ​ໜ້າ​ຂອງ​ແວ່ນ ກ່າວ​ວ່າ “ສະ​ນັ້ນ ຖ້າ​ວ່າການຖ່າຍ​ຮູບໂຕ
ເອງຢູ່ໃນ​ຫ້ອງ​ຈິມ ບໍ່ໃຫ້ການ​ກະ​ຕຸ້ນຫຍັງເລີຍ ບາງ​ທີ ການ​ເບິ່ງ​ຕົນເອງໃນ​ແວ່ນ​ທີ່​ວ່າ​ນີ້
ອາດຈະ​ຊ່ອຍ​ໃຫ້​ພວກ​ທ່ານ ລຸກຂຶ້ນຈາກ​ຕັ່ງນັ່ງກໍເປັນ​ໄດ້.”

​ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG