ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທ​ຣຳ ກ່າວ​ໂຈມ​ຕີ ເປົ້າ​ໝາຍ ໃນ​ປະ​ເທດ ລະ​ຫວ່າງ ໄປ​ຮ່ວມ ​ລະ​ນຶກເຖິງ​ ວັນ D-Day


ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ລະ​ຫວ່າງ ການ​ພົບ​ປະ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ແອມ​ມາ​ນູ​ແອ​ລ ມາກ​ຣົງ ທີ່​ເມືອງ
Caen ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 6 ມິ​ຖຸ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ລະ​ຫວ່າງ ການ​ພົບ​ປະ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ແອມ​ມາ​ນູ​ແອ​ລ ມາກ​ຣົງ ທີ່​ເມືອງ Caen ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 6 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຊຶ່ງ​ພວມຢູ່​ທີ່​ຢູ​ໂຣບ ເພື່ອ​ລະ​ນຶກ​ເຖິງວັນຍົກ​ພົນ​ຂຶ້ນ​ບົກ​ໂດຍ​ປະ​ເທດ​ພັນ​ທະ​ມິດ ຫຼື D-Day ຄົບ​ຮອບ 75 ປີ ນັ້ນ ໄດ້ໃຊ້​ເວ​ລາ​ໜ້ອຍ​ນຶ່ງ​ໃນ​ວັນ​ພະ​ຫັດ​ວານນີ້ ​ໂຈມ​ຕີ​ເປົ້າ​ໝາຍ​ທ​າງ​ດ້ານ​ການ​ເມືອງຢູ່​ທີ່​ສະ​ຫະ​ລັດຍ້ອນ​ບົດ​ບາດ​ຂອງ​ພ​ວກ​ເຂົາ​ເຈົ້າ​ໃນ​ການ​ສືບ​ສວນ​ທ່ານ ຄື​ໄອ​ຍະການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ແລະ ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ.

ທ່ານ​ທ​ຣຳ​ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ແກ່​ໂທ​ລະ​ພາບ Fox News ວ່າ ທ່ານ​ມັ​ລ​ເລີ ໄດ້​ເຮັດ “ຄື​ກັນ​ກັບ​ຄົນ​ບ້າ” ໃນ​ອາ​ທິດ​ແລ້ວນີ້ ເວ​ລາ​ທ່ານ​ໄດ້​ອອກ​ມາ​ກ່າວເປັນ​ເທື່ອ​ທຳ​ອິດ ແລະ​ພຽງ​ເທື່ອ​ດຽວ​ເທົ່າ​ນັ້ນ ໃຫ້​ປະ​ຊາ​ຊົນ​ໄດ້​ຮູ້ ໃນການສືບ ​ສວນ​ເປັນ​ເວ​ລາ 22 ເດືອນ ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍເຂົ້າ​ໃນ​ການເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016 ແລະ​ທ່ານ​ທ​ຣຳ ໃນ​ຖາ​ນະ​ທີ່ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ຫຼື​ບໍ່ ທີ່​ພະ​ຍາ​ຍາມ​ຫາ​ທາງຍຸ​ຕິ​ການ​ສືບ​ສວນ​ດັ່ງ​ກ່າວ.

​ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ຖະ​ແຫຼງ ກ່ຽວ​ກັບ​ການ​ສືບ​ສວນ​ຂອງ​ທ່ານ ໃນ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016 ທີ່​ກະ​ຊວງ​ຍຸ​ຕິ​ທຳ ເມື່ອ​ວັນ​ທີ 29 ພຶດ​ສະ​ພາ 2019.
​ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ຖະ​ແຫຼງ ກ່ຽວ​ກັບ​ການ​ສືບ​ສວນ​ຂອງ​ທ່ານ ໃນ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016 ທີ່​ກະ​ຊວງ​ຍຸ​ຕິ​ທຳ ເມື່ອ​ວັນ​ທີ 29 ພຶດ​ສະ​ພາ 2019.

ທ່ານ​ມັ​ລ​ເລີ​ກ່າວ​ວ່າ ຍ້ອນ​ນະ​ໂຍ​ບາຍ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ແມ່ນ​ຫ້າມ​ບໍ່​ໃຫ້​ຍື່ນ​ຟ້ອງ​ທາງ​ອາ​ຍາ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ທີ່​ພວມ​ກຳ​ຕຳ​ແໜ່ງ​ຢູ່ ຊຶ່ງ​ທ່ານ​ເວົ້າ​ວ່າ “​ການ​ກ່າວ​ຫາ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ​ດ້ວຍ​ຄວາມ​ຜິດ​ທາງ​ອາ​ຍາ ບໍ່​ແມ່ນ​ທາງ​ເລືອກທີ່​ພວກ​ເຮົາ​ຄວນ​ພິ​ຈາ​ລະ​ຈາ.” ເຖິງ​ແມ່ນ​ຈັ່ງ​ຊັ້ນ ທ່ານ​ມັ​ລ​ເລີ ກໍ ເວົ້າວ່າ “ຖ້າ​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະ​ທາ​ນາ​ທິ​ບໍ​ດີແມ່ນ​ຈະ​ແຈ້ງ ​ບໍ່​ໄດ້ເຮັດ​ຄວາມ​ຜິດ ພວກ​ເຮົາ​ກໍ​ຈະ​ເວົ້າ​ແບບນັ້ນ” ແລະ​ບໍ່​ຍອມ​ທີ່​ຈະກ່າວ​ວ່າ​ ປະ​ທານາ​ທິ​ບໍ​ດີ ​ພົ້ນ​ຈາກ​ການ​ກ່າວ​ຫາ ​ກ່ຽວ​ກັບ​ການ​ຂັດ​ຂວາງ​ ຂະ​ບວນ​ການ​ຍຸ​ຕິ​ທຳ. ແຕ່​ທ່ານ​ມັ​ລ​ເລີກັບເວົ້າ​ວ່າ ພວກ​ໄອ​ຍະ​ການ​ບໍ່​ໄດ້​ລົງ​ຄວາມ​ເຫັນ ​ກ່ຽວ​ກັບ​ຂໍ້​ຫາດັ່ງ​ກ່າວ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ທ່ານ​ວິ​ລ​ລຽມ ບາ ແລະ​ຮອງ​ລັດ​ຖະ​ມົນຕີ​ກະ​ຊວງ​ຍຸ​ຕິ​ທຳທ່ານ​ຣອດ ໂຣ​ເຊັນ​ສ​ຕາຍ​ນ໌ ກ່ອນ​ໜ້ານີ້​ໄດ້​ຕັດ​ສິນ​ໃຈ​ໄປ​ແລ້ວບໍ່​ໃຫ້​ຕັ້ງ​ຂໍ້​ຫານີ້​ຕໍ່​ທ່ານ​ທ​ຣຳ ໂດຍ​ທີ່​ທ່ານ​ບາ​ເວົ້າ​ວ່າ ທ່ານ​ມັ​ລ​ເລີ​ໄດ້​ໃຫ້​ການ​ຄ້ຳປະ​ກັນ​ຕໍ່​ທ່ານ ໃນ​ຂະ​ນະ​ທີ່​ມ້ວນ​ທ້າຍ​ການ​ສືບ​ສວນ ຊຶ່ງທ່ານ​ບໍ່​ໄດ້​ເວົ້າ​ວ່າ​ຂໍ້​ຫາຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ຈະ​ບໍ່​ມີ ໃນ​ນະ​ໂຍ​ບາຍ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ທີ່ຫ້າມ​ຕັ້ງ​ຂໍ້​ຫາ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຍັງ​ກຳ​ຕຳ​ແໜ່ງ.

ທ່ານ​ທ​ຣຳ​ໃຫ້​ຂໍ້​ສັງ​ເກດ​ ຫຼັງ​ຈາກ​ທ່ານ​ມັ​ລ​ເລີ​ໄດ້​ຖະ​ແຫຼງ​ຕໍ່​ປະ​ຊາ​ຊົນ ໂດຍ​ເວົ້າ​ວ່າ ກະ​ຊວງ​ຍຸ​ຕິ​ທຳ​ ແລະ​ຫ້ອງ​ການ​ຂອງ​ທ່ານ​ມັ​ລ​ເລີ ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ບໍ່​ໄດ້ “ມີ​ການ​ຂັດ​ແຍ້ງ​ກັນ” ລະ​ຫວ່າງ​ທັດ​ສະ​ນະ​ຄວາມ​ເຫັນ​ຂອງ​ພວກ​ເຂົາເຈົ້າ. ທ່ານ​ທ​ຣຳ​ກ່າວ​ອ້າງວ່າ ທ່ານ​ມັ​ລ​ເລີ “ບໍ່​ໄດ້​ເວົ້າ​ກົງ​ໄປ​ກ່ຽວ​ກັບ​ຄຳ​ໃຫ້​ການຂອງ​ທ່ານ ຍ້ອນ​ຄຳ​ໃຫ້​ການ​ຂອງ​ທ່ານ​ບໍ່​ຖືກ​ຕ້ອງ.” ທ່ານ​ມັ​ລ​ເລີ​ບໍ່​ໄດ້​ໃຫ້​ການ​ຕໍ່ຄະ​ນະ​ກຳ​ມະ​ການ​ຂອງ​ລັດ​ຖະ​ສະ​ພາ​ກ່ຽວ​ກັບ​ລາຍ​ງານ​ຂອງ​ທ່ານ.

ໂດຍ​ທີ່​ທ່ານ​ມັ​ລ​ເລີ ບໍ່​ຍອມປະ​ກາດ​ວ່າ ທ່ານ​ທ​ຣຳ​ພົ້ນ​ຂໍ້​ກ່າວ​ຫາ ກ່ຽວ​ກັບ​ ການ​ຂັດ​ຂວາງຂະ​ບວນ​ການ​ຍຸ​ຕິ​ທຳນັ້ນ ປະ​ມານ​ນຶ່ງ​ສ່ວນ​ສີ່​ຂອງ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ທີ່​ຄວ​ບ​ຄຸມສະ​ພາ​ຕ່ຳ​ສະ​ຫະ​ລັດ ​ໄດ້​ຮຽກ​ຮ້ອງ​ໃຫ້​ຟ້ອງປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຫຼື​ບໍ່​ກໍ​ເລີ້ມ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ ຊຶ່ງ​ທ່ານ​ທ​ຣຳ​ກ່າວ​ວ່າ ບໍ່​ມີ​ເຫດ​ຜົນ​ນັ້ນ.

ທ່ານ​ນາງ​ເພ​ໂລ​ຊີ ໄດ້​ຕ້ານ​ຢັນ​ການ​ຮຽກ​ຮ້ອງ ໃຫ້​ເລີ້ມ​ຂັ້ນ​ຕອນ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ​ທ​ຣຳ ແຕ່​ຢາກ​ໃຫ້​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ຕ່ຳ ​ສືບ​ຕໍ່ການ​ສືບ​ສວນ ກ່ຽວ​ກັບ​ການ​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ ການ​ເງິນ​ຂອງ​ທ່ານ​ທ​ຣຳ ແລະ​ນະ​ໂຍ​ບາຍ​ຕ່າງໆ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໃນ​ໄລ​ຍະ 29 ເດືອນ​ທີ່​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ.

ແຕ່​ເວັບ​ໄຊ​ຂ່າວ Politico ລາຍ​ງານ​ວ່າ ທ່ານ​ນາງ​ໄດ້​ກ່າວ​ຕໍ່​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ອາ​ທິດນີ້​ວ່າ "ຂ້າ​ພະ​ເຈົ້າ​ບໍ່​ຢາກ​ເຫັນລາວ​ຖືກ​ຟ້ອງ​ຮ້ອງ ແຕ່​ຢາກ​ເຫັນ​ລາວ​ເຂົ້າ​ຄຸກ." ທ່ານ​ນາງ​ເພ​ໂລ​ຊີ​ກ່າວ​ວ່າ ທ່ານ​ຢາກ​ເອົາ​ຊະ​ນະ​ທ່ານ​ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ປີ 2020 ແລະ​ຫຼັງ​ຈາກນັ້ນ ກໍ​ດຳ​ເນີນ​ຄະ​ດີຜູ້​ກ່ຽວ ໃນ​ຂໍ້​ຫາ​ຕ່າງໆ ເວ​ລາ​ຜູ້​ກ່ຽວ​ອອກ​ຈາກ​ຕຳ​ແໜ່ງ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG