ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົບຮອບ 60 ປີ ວັນ D-Day


ວັນ​ອາທິດ​ມື້​ນີ້​ເປັນ​ວັນ​ຂີດ​ໝາຍ​ຄົບຮອບ 60 ປີ​ ແຫ່ງວັນ D-Day ຫລື​ວັນ​ທີ່ກອງ​ກຳລັງຂອງ​ຝ່າຍ​ພັນທະ​ມິດ
ພາກັນ​ບຸກຂຶ້ນ​ຝັ່ງແຂວງ Normandy ຂອງ​ຝຣັ່ງ ທ່ີ​ຕົກ​ຢູ່​ພາຍ​ໃຕ້​ການ​ຄອບຄອງ​ຂອງພວກ​ Nazi ເຢຍລະ​ມັນ​
ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.ທ່ີ​ສະຫະລັດ ພວກ​ນັກ​ລົບ​ເກົ່າ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ ພາກັນ​ປະກອບ ສ່ວນ​ໃນ​
ການ​ລະ​ລຶກ​ເຖິງ​ວັນ D-Day​ເປັນ​ເວລາ 2 ມື້ທ່ີ​ຫໍພິພິດທະພັນ ແຫ່ງ​ຊາດ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ ທ່ີ​ນະ​ຄອນ New Orleans
ລັດ Louisiana ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ.
ໃນ​ວັນ​ເສົາ​ວານ​ນີ້ ຫໍພິພິດທະພັນ​ດັ່ງກ່າວ​ໄດ້​ໃຫ້​ກຽດ​ແກ່​ພວກ​ນັກ​ລົບ​ເກົ່າ ພ້ອມ​ທັງ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ໃນ
ພິທີ​ສະ​ເຫລີ​ມສະຫລອງ​ປະຈຳ​ປີ​ທີ​ສອງ​ ທ່ີ​ເອີ້ນ​ວ່າ “A Gathering of The Greatest Generation” ຫລືການ
ຊຸມນຸມ​ຂອງ​ພວກ​ຄົນລຸ່ນທ່ີ​ຍ່ິງ​ໃຫຍ່​ທ່ີ​ສຸດ​.
ຄົນ​ອະ​ເມ​ລິ​ກັນ​ຈຳນວນ 16 ລ້ານ​ຄົນ​ ໄດ້ເຂົ້າ​ຮັບ​ໃຊ້​ໃນ​ກອງທັບ​ໃນ​ປາງ ສົງຄາມ​ຄັ້ງ​ທີ​ສອງ ​ແຕ່​ເວລາ​ນີ້​ພວກ
ນັກ​ລົບ​ເກົ່າຍັງ​ມີ​ຊີວິດ​ຢູ່​ພຽງ​ແຕ່ 2 ລ້ານ​ຄົນເທົ່າ​ນັ້ນ. ພວກ​ທະຫານ​ສະຫະລັດ ພ້ອມ​ທັງ​ທະຫານ​ກາ​ນາ​ດາ
ແລະທະຫານຈາກເຄືອ​ຈັກກະ​ພົບ​ອັງກິດ​ ທັງ​ໝົດ 150 ພັນ​ຄົນ ​ໄດ້ພາກັນ​ບຸກ​ຂຶ້ນ​ຝັ່ງ​ທີ່​ຫາດ​ຊາຍ​ຫລາຍແຫ່ງ​
ໃນ​ພາກ​ເໜືອ​ຂອງ ປະເທດຝຣັ່ງ ​ໃນ​ວັນ​ທີ 6 ມິຖຸນາ​ປີ 1944 ​ເພື່ອ​ປົດ​ປ່ອຍຢູ​ໂຣບ​ ຈາກ ການຄອບຄອງຂອງ
ພວກ​ນາ​ຊີ​ເຢຍລະ​ມັນ.
ການ​ບຸກລຸກ​ຄັ້ງ​ນັ້ນ​ ນັບ​ວ່າ​ເປັນການ​ປະຕິບັດ​ງານ​ທາງທະຫານ ທີ່ມີ ການວາງ​ແຜນຢ່າງ​ລະມັດລະວັງ​ທີ​ສຸດ​
ໃນ​ປະວັດ​ສາດ ແລະໄດ້​ເຮັດ​ໃຫ້​ຝ່າຍ​ນາ​ຊີ​ ​ປະຫລາດ​ໃຈຢ່າງສິ້ນເຊີງ ເພາະບໍ່ຄາດຄິດວ່າຝ່າຍພັນທະ ມິດ ຈະ
ກ້າບຸກເຂົ້າໄປທາງຊາຍຝັ່ງ.

ກ່ຽວຂ້ອງກັນ

XS
SM
MD
LG