ຜົນການເລືອກຕັ້ງເອົາສະມາຊິກສະພາຂອງສາທາລະນະລັດ
Czech ເມື່ອວັນເສົາວານນີ້ ປະກົດວ່າ ບໍ່ມີພັກໃດໄດ້ຊະນະ
ຄະແນນສຽງສ່ວນຫຼາຍ ຊຶ່ງສໍ່ສະແດງເຖິງຄວາມເປັນໄປໄດ້
ທີ່ວ່າຈະມີການເຈລະຈາຕໍ່ຮອງກັນຢ່າງຍາວນານ ເພື່ອຈັດຕັ້ງ
ລັດຖະບານຜະສົມຂຶ້ນນັ້ນ.
ພັກຊ້າຍຈັດ ສັງຄົມປະຊາທິປະໄຕ ມາໃນອັນດັບນຶ່ງ ໂດຍໄດ້
ຄະແນນ ສຽງຫຼາຍກວ່າ 20 % ແຕ່ແມ່ນພັກທີ່ຕັ້ງຂຶ້ນໃໝ່ ANO
ທີ່ຕໍ່ຕ້ານ ການສໍ້ລາດບັງຫຼວງນັ້ນ ທີ່ໄດ້ຮັບຄະແນນສູງຢ່າງໜ້າ
ແປກໃຈ ຄືຊະນະອັນດັບສອງ ດ້ວຍຄະແນນເກືອບ 19 % ໃນ
ຂະນະທີ່ພັກ Communists ພັນທະມິດຂອງພັກ ສັງຄົມປະຊາ
ທິປະໄຕ ຫຼື Social Democrats ນັ້ນ ມາໃນອັນດັບສາມ ດ້ວຍ
ຄະແນນສຽງເກືອບ 15 %.
ພັກຄອມມີວນີສ ບໍ່ເຄີຍໄດ້ຮ່ວມຢູ່ໃນລັດຖະບານປະສົມຊຸດໃດ ມາຕັ້ງແຕ່ການປະຕິວັດ Velvet Revolution ເມື່ອປີ 1989 ທີ່ໄດ້ສິ້ນສຸດການປົກຄອງຂອງລະບອບຄອມມີວນີສ
ເປັນເວລາ 40 ປີ ຢູ່ໃນປະເທດທີ່ມີຊື່ໃນເວລານັ້ນວ່າ Czechoslovakia ຊຶ່ງໄດ້ແບ່ງເປັນ
ສອງປະເທດໃນເວລາຕໍ່ມາ ຄືສາທາລະນະລັດ Czech ແລະ Slovakia.
ຜົນການເລືອກຕັ້ງ ໝາຍເຖິງວ່າ ພັກ Social Democrats ຈະບໍ່ສາມາດຈັດຕັ້ງລັດຖະ
ບານຜະສົມ ດ້ວຍການສະໜັບສະໜຸນຈາກພັກຄອມມີວນີສແຕ່ພຽງພັກດຽວ ດັ່ງທີ່ໄດ້ຫວັງ
ໄວ້ນັ້ນ ຂຶ້ນໄດ້.
ລັດຖະບານຜະສົມຊຸດກ່ອນຂອງປະເທດໃນພາກກາງຂອງຢູໂຣບແຫ່ງນີ້ ໄດ້ພັງທະລາຍ
ລົງເມື່ອເດືອນມິຖຸນາຜ່ານມາ ທ່າມກາງຂ່າວນອງນັນກ່ຽວກັບການຈາລະກໍາ ແລະ ການ
ກ່າວຫາເລື້ອງການສໍ້ລາດບັງຫຼວງຢ່າງໃຫຍ່. ສ່ວນອີກສອງພັກໃນລັດຖະບານປະສົມ
ຊຸດກ່ອນ ຄືພັກ Civil Democrats ນັ້ນ ໄດ້ຮັບຄະແນນສຽງ ບໍ່ຮອດແປດເປີເຊັນ ແລະພັກ TOP 09 ໄດ້ຕໍ່າກ່ວາ 12 ເປີເຊັນ.