ບັນດາທະນາຄານ ທົ່ວປະເທດເກາະ Cyprus ໄດ້ເປີດບໍລິການຄືນໃໝ່ຕາມທີ່ໄດ້ກໍານົດໄວ້ ໃນວັນພະຫັດມື້ນີ້ ຊຶ່ງເປັນເວລາເກືອບສອງອາທິດ ຫຼັງຈາກໄດ້ປິດລົງ ທ່າມກາງສະພາບເສດຖະກິດເກືອບພັງທະລາຍຂອງປະເທດເກາະດັ່ງກ່າວ.
ພວກຝາກເງິນທັງຫຼາຍໄດ້ຢືນຕໍ່ແຖວກັນຢູ່ຕາມທາງຍ່າງ ແລະຕາມຖະ ໜົນຫົນທາງຢູ່ບໍລິເວນນອກທະນາຄານເປັນເວລາດົນນານ ກ່ອນທະນາ ຄານຈະເປີດປະຕູໃນຕອນທ່ຽງ ຕາມເວລາທ້ອງຖິ່ນ ດ້ວຍຄວາມກະວົນ ກະວາຍໃຈເພື່ອໄປຖອນເງິນຂອງພວກຕົນນັ້ນ.
ທະນາຄານຈະເປີດບໍລິການພຽງຫົກຊົ່ວໂມງ ແລະປະຊາຊົນສາມາດຖອນເງິນຈາກບັນ ຊີຂອງພວກຕົນໄດ້ບໍ່ໃຫ້ເກີນ 383 ໂດລາຕໍ່ມື້. ພວກນັກທ່ອງທ່ຽວທີ່ຈະເດີນທາງ ອອກຈາກໄຊປຣັສ ທີ່ຕັ້ງຢູ່ເຂດທະເລ Mediterranean ໄປຍັງປະເທດອື່ນ ສາມາດຖອນເງິນເພື່ອນໍາຕິດຕົວໄປບໍ່ໃຫ້ເກີນ 3,831 ໂດລາ. ຂໍ້ຈໍາກັດຮັດແຄບທີ່ເຂັ້ມງວດດັ່ງກ່າວນີ້ ໄດ້ຖືກບັງຄັບໃຊ້ ເພື່ອປ້ອງກັນບໍ່ໃຫ້ມີການຖອນເງິນ ເປັນຈໍານວນຫຼວງຫຼາຍ ອອກ ຈາກບັນຊີ ທີ່ອາດກໍ່ໃຫ້ເກີດທະນາຄານລົ້ມລະລາຍໄດ້ນັ້ນ.
ການຮັກສາຄວາມປອດໄພຢູ່ຕາມທະນາຄານແຫ່ງຕ່າງໆ ແມ່ນໄດ້ມີຢ່າງເຄັ່ງຄັດໃນຕອນແລງວັນພຸດວານນີ້ ເວລາລົດຫຸ້ມເກາະນໍາສົ່ງເງິນສົດຈໍາ ນວນຫຼາຍພັນຢູໂຣໄປຍັງທະນາຄານ ຂະນະທີ່ພະນັກງານທະນາຄານເລີ້ມກັບຄືນເຂົ້າໄປເຮັດວຽກ.
ທະນາຄານຕ່າງໆຂອງປະເທດ Cyprus ໄດ້ປິດລົງ ນັບຕັ້ງແຕ່ວັນທີ 16 ເດືອນມີນານີ້ ໃນຂະນະທີ່ລັດຖະບານເຈລະຈາ ຂໍກູ້ຢືມເງິນບັນເທົາໜີ້ສິນຈໍານວນ 13 ພັນລ້ານໂດລ່າ
ຈາກປະເທດເພື່ອນບ້ານຢູໂຣບ ຈາກທະນາຄານກາງຢູໂຣບ ແລະກອງທຶນສາກົນ ຫຼື IMF.
ໃນພາກສ່ວນຂອງຂໍ້ຕົກລົງກັນນັ້ນ Cyprus ເຫັນພ້ອມທີ່ຈະຍຶດເອົາ 40 ເປີເຊັນ ຫຼື ຫຼາຍ
ກວ່ານັ້ນ ຈາກບັນຊີເງິນທີ່ໃຫຍ່ທີ່ສຸດ ແລະບໍ່ມີການຄໍ້າປະກັນ ຄືບັນຊີທີ່ມີເງິນເກີນ 130,000 ໂດລາຂຶ້ນໄປ ເພື່ອຊ່ວຍຈ່າຍຄ່າກອບກູ້ທະນາຄານເຫຼົ່ານີ້ໄວ້.

ທະນາຄານໄຊປຣັສ ໄຂຄືນໃໝ່ ພາຍໃຕ້ ການຄວບຄຸມ ຢ່າງເຄ່ງຄັດ
1/5
A Laiki Bank manager helps a police officer enter the bank after getting past depositors waiting outside the bank's branch in Nicosia, Cyprus, March 28, 2013.
Banks opened nearly two weeks after being shutdown amid the island's near-economic collapse.
ເບິ່ງຕື່ມອີກ
Show less
2/5
People wait to enter at a branch of Laiki Bank shortly after it opened in Nicosia, Cyprus, March 28, 2013.
Banks opened nearly two weeks after being shutdown amid the island's near-economic collapse.
ເບິ່ງຕື່ມອີກ
Show less
3/5
People wait for the opening of a branch of Laiki Bank in Nicosia, Cyprus, March 28, 2013.
Banks opened nearly two weeks after being shutdown amid the island's near-economic collapse.
ເບິ່ງຕື່ມອີກ
Show less
Previous slide
Next slide