ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ມີທ່າທາງວ່າ ທ່ານ ຊີຣິລ ຣາມາໂຟຊາ ຈະຖືກເລືອກ ເປັນປະທານາທິບໍດີຄົນໃໝ່ ຂອງ ປະເທດ ອາຟຣິກໃຕ້


ປະທານພັກລັດຖະສະພາແຫ່ງຊາດ ອາຟຣິກາ ທ່ານ ຊີຣິລ ຣາມາໂຟຊາ ກ່າວຄຳປາໄສຕໍ່ພວກຜູ້ສະໜັບສະໜູນ ໃນ
ລະຫວ່າງ ການສະເຫຼີມສະຫຼອງພັກລັດຖະສະພາ ຄົບຮອບ 106 ປີ, ໃນເມືອງ ລອນດອນຕາເວັນອອກ, ປະເທດ ອາຟຣິກາໃຕ້. 13 ມັງກອນ. 2018.
ປະທານພັກລັດຖະສະພາແຫ່ງຊາດ ອາຟຣິກາ ທ່ານ ຊີຣິລ ຣາມາໂຟຊາ ກ່າວຄຳປາໄສຕໍ່ພວກຜູ້ສະໜັບສະໜູນ ໃນ ລະຫວ່າງ ການສະເຫຼີມສະຫຼອງພັກລັດຖະສະພາ ຄົບຮອບ 106 ປີ, ໃນເມືອງ ລອນດອນຕາເວັນອອກ, ປະເທດ ອາຟຣິກາໃຕ້. 13 ມັງກອນ. 2018.

ຜູ້ນຳພັກລັດຖະສະພາແຫ່ງຊາດ ອາຟຣິກາ ຫຼື ANC ທ່ານ ຊີຣິລ ຣາມາໂຟຊາ "Cyrill
Ramaphosa ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ປະເທດ ອາຟຣິກາໃຕ້ ຄົນ
ໃໝ່ ໂດຍສະພາແຫ່ງຊາດ ໃນວັນພະຫັດມື້ນີ້.

ຫົວໜ້າຜູ້ຄວບຄຸມສຽງ ຫຼື ຜູ້ນັບຄະແນນສຽງ, ຂອງພັກ ANC ໄດ້ປະກາດຖະແຫຼງການ
ສະບັບນຶ່ງວ່າ ຫົວໜ້າກະຊວງຍຸຕິທຳຂອງປະເທດ ຈະກຽມພ້ອມ “ເພື່ອປະຕິບັດໜ້າທີ່
ໃນການເລືອກຕັ້ງປະທານາທິບໍດີຄົນໃໝ່ຂອງປະເທດ ອາຟຣິກາໃຕ້.” ທ່ານ
ຣາມາໂຟຊາ ແມ່ນຢູ່ໃນຖັນແຖວ ທີ່ຈະໄດ້ເປັນປະທານາທິບໍດີຂອງ ອາຟຣິກາໃຕ້ ໃນ
ຖານະປະທານພັກ ANC, ເຊິ່ງແມ່ນຕຳແໜ່ງ ທີ່ຖືກສັນນິຖານໄວ້ວ່າ ທ່ານຈະໄດ້ຮັບ
ໃນເດືອນທັນວາທີ່ຜ່ານມາ.

ການເລືອກຕັ້ງ ຂອງທ່ານ ຣາມາໂຟຊາ ທີ່ຄາດວ່າ ຈະມີຂຶ້ນນັ້ນ ໄດ້ເກີດຂຶ້ນມື້ນຶ່ງ ຫຼັງ
ຈາກປະທານາທິບໍດີ ເຈຄັອບ ຊູມາ ທີ່ຖືກໂຈມຕີ ໄດ້ລາອອກຈາກຕຳແໜ່ງ “ເຊິ່ງມີຜົນ
ໃນທັນທີ.”

ທ່ານ ຊູມາ ອາຍຸ 75 ປີ ໄດ້ລົງຈາກຕຳແໜ່ງ ໃນວັນພຸດວານນີ້ ພາຍໃຕ້ການກົດດັນ
ຈາກບັນດາຜູ້ນຳພັກ ANC, ຜູ້ທີ່ໄດ້ຕັດສິນໃຈ ໃນຕົ້ນສັບປະດານີ້ ເພື່ອປົດທ່ານ ຊູມາ
ອອກຈາກຕຳແໜ່ງ ຫຼັງຈາກການດຳລົງຕຳແໜ່ງມາ 9 ປີ ທີ່ມີຄວາມເສື່ອມເສຍ ໂດຍ
ພາວະເສດຖະກິດຢຸດຊະງັກ ແລະ ການກ່າວຫາຫຼາຍຄັ້ງ ກ່ຽວກັບ ການສໍ້ລາດບັງ
ຫຼວງ.

ການກ່າວຫາຕ່າງໆ ລວມມີຂໍ້ຫາທີ່ທ່ານໄດ້ອະນຸຍາດໃຫ້ຄອບຄົວ ກຸບຕາ ທີ່ມີອໍານາດ
ມີອິດທິພົນໃນການແຕ່ງຕັ້ງຄະນະລັດຖະມົນຕີ ແລະ ວ່າ ທ່ານໄດ້ໃຊ້ເງິນທຶນສາທາ
ລະນະປະມານ 20 ລ້ານໂດລາ ເພື່ອປັບປຸງທີ່ຢູ່ສ່ວນຕົວຂອງທ່ານ.

ໃນລະຫວ່າງການກ່າວຄຳປາໄສ ຕໍ່ປະເທດຊາດ 30 ນາທີນັ້ນ, ທ່ານ ຊູມາ ໄດ້ເວົ້າວ່າ
“ມັນບໍ່ຍຸຕິທຳ” ທີ່ພັກ ANC ໄດ້ບອກໃຫ້ທ່ານລາອອກຈາກຕຳແໜ່ງ.

ແມ່ນກະທັ້ງທີ່ໄດ້ໂຕ້ຖຽງວ່າພັກ ANC ບໍ່ໄດ້ປະຕິບັດຕາມຂັ້ນຕອນທີ່ຖືກຕ້ອງນັ້ນ,
ທ່ານ ຊູມາ ໄດ້ເວົ້າວ່າ, “ຂ້າພະເຈົ້າໄດ້ທຳການຕັດສິນໃຈແລ້ວ ທີ່ຈະລາອອກຈາກ
ຕຳແໜ່ງປະທານາທິບໍດີ ຂອງສາທາ

ລະນະລັດ ດ້ວຍຜົນບັງຄັບໃຊ້ໃນທັນທີ. ເຖິງແມ່ນວ່າ ຂ້າພະເຈົ້າຈະບໍ່ເຫັນດີກັບການ
ຕັດສິນໃຈຂອງການນຳຂອງອົງການຂອງຂ້າພະເຈົ້າກໍຕາມ, ຂ້າພະເຈົ້າໄດ້ເປັນສະມາ
ຊິກພັກ ANC ທີ່ມີລະບຽບວິໄນມາຕະຫຼອດ.

ທ່ານໄດ້ກ່າວເພີ່ມເຕີມວ່າ “ໃນຂະນະທີ່ຂ້າພະເຈົ້າອອກໄປນັ້ນ, ຂ້າພະເຈົ້າຈະສືບຕໍ່
ຮັບໃຊ້ປະຊາຊົນ ອາຟຣິກາໃຕ້ ເຊັ່ນດຽວກັບພັກ ANC, ເຊິ່ງແມ່ນອົງການທີ່ຂ້າພະ
ເຈົ້າໄດ້ຮັບໃຊ້ມາຕະຫຼອດຊີວິດຂອງຂ້າພະເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG