ປະທານາທິບໍດີໄຊປຣັສ ທ່ານ Nicos Anastasiades ເດີນ
ທາງໄປນະຄອນບຣັສເຊີລໃນວັນເສົາມື້ນີ້ ເພື່ອເຈລະຈາຫາລື
ກັບບັນດາຜູ້ນໍາສະ ຫະພາບຢູໂຣບແລະອົງການກອງທຶນນາໆ
ຊາດ IMF ກ່ຽວກັບມາດຕະ ການທີ່ແນໃສ່ເພື່ອບໍ່ໃຫ້ໄຊປຣັສ
ທີ່ພວມປະສົບກັບບັນຫາທາງດ້ານການ ເງິນ ລົ້ມລະລາຍ.
ໃນວັນສຸກວານນີ້ ບັນດາຜູ້ແທນສະພາໄຊປຣັສໄດ້ຮັບຮອງ
ເອົາຮ່າງກົດ ໝາຍຈໍານວນນຶ່ງ ທີ່ແນໃສ່ຊອກຫາເງິນໃຫ້ພຽງ
ພໍ ເພື່ອໃຫ້ໄຊປຣັສສາ ມາດໄດ້ຮັບເງິນຊ່ວຍເຫຼືອບັນເທົາໜີ້
ສິນຈາກນາໆຊາດ.
ໄຊປຣັສ ຕ້ອງຊອກຫາເງິນ 7 ພັນ 500 ລ້ານໂດລາ ໃຫ້ໄດ້ພາຍໃນອາທິດໜ້າ ເພື່ອຄໍ້າປະກັນ ການຊ່ວຍເຫຼືອບັນເທົາໜີ້ສິນ ປະມານ 13 ພັນລ້ານໂດລາອັນເປັນທີ່ຕ້ອງການ ເພື່ອນຳມາເສີມສະມັດຖະພາບລະ ບົບການເງິນຂອງຕົນນັ້ນ.
ມາດຕະການທີ່ຮັບເອົາໃນຕອນແລງຂອງວັນສຸກວານນີ້ ແມ່ນຮວມທັງການກຳນົດເກັບພາສີ ທີ່ໜ້ອຍກ່ອນນຶ່ງເປີເຊັນ ສຳລັບບັນຊີເງິນຝາກຢູ່ໃນທະນາຄານທັງໝົດ ແລະເກັບພາສີສູງຂື້ນ ຕໍ່ເງິນຝາກກ້ອນໃຫຍ່ໆ. ນອກນັ້ນ ກົດໝາຍໃໝ່ຍັງບັງຄັບໃຫ້ມີການປະຕິຮູບກ່ຽວກັບທະນາຄານ ທີ່ໃຫ້ເງິນກູ້ຢືມທີ່ສຳຄັນໆຂອງໄຊປຣັສ.
ຖ້າຫາກການສະເໜີນີ້ຖືກປະຕິເສດ ທະນາຄານໄຊປຣັສອາດຈະພັງລົງ ໃນອາທິດໜ້າ ຊຶ່ງຈະຊຸກຍູ້ໃຫ້ປະເທດດັ່ງກ່າວ ກ້າວໄປສູ່ການລົ້ມລະ ລາຍ ແລະອາດຈະເຮັດໃຫ້ໄຊປຣັສ ຕ້ອງໄດ້ອອກຈາກກຸ່ມປະເທດທີ່ໃຊ້ເງິນຢູໂຣ ທີ່ມີສະມາຊິກ 17 ປະເທດນັ້ນ.
ເງິນຊ່ວຍເຫຼືອສ່ວນຫລາຍ ແມ່ນຈະນຳໄປເສີມທຶນໃຫ້ແກ່ທະນາຄານ ຕ່າງໆ ທີ່ໄດ້ຮັບຄວາມເສຍຫາຍຈາກການລົງທຶນທີ່ບໍ່ດີໃນການຊື້ພັນທະ ບັດຂອງລັດຖະບານກຣິສ.