ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກ​ສອນ​ໄຟ​​ທີ່​ສົງ​ໄສວ່າ ຜະ​ລິດໂດຍ​ຣັດ​ເຊຍ ຕົກ​ຢູ່​ພາກ​ເໜືອ ຂອງ​ເກາະ​ໄຊ​ປ​ຣັ​ສ


ພວກ​ທະ​ຫານ​ພາ​ກັນ​ແບກຊາກ​ຫັກ​ພັງ​ຂ​ອງ​ລູກ​ສອນ​ໄຟ ຢູ່​ເນີນ​ພູ ບ່ອນ​ທີ່ລູກ​ສອນ​ໄຟ​ຕົກ​ຢູ່​ເມືອງ Tashkent, ທາງພາກ​ເໜືອ​ຂອງ​ໄຊ​ປ​ຣັ​ສນັ້ນ​ໄປ ໃນ​ວັນ​ທີ 1 ກໍ​ລະ​ກົດ, 2019.
ພວກ​ທະ​ຫານ​ພາ​ກັນ​ແບກຊາກ​ຫັກ​ພັງ​ຂ​ອງ​ລູກ​ສອນ​ໄຟ ຢູ່​ເນີນ​ພູ ບ່ອນ​ທີ່ລູກ​ສອນ​ໄຟ​ຕົກ​ຢູ່​ເມືອງ Tashkent, ທາງພາກ​ເໜືອ​ຂອງ​ໄຊ​ປ​ຣັ​ສນັ້ນ​ໄປ ໃນ​ວັນ​ທີ 1 ກໍ​ລະ​ກົດ, 2019.

ພວກ​ເຈົ້າ​ໜ້າ​ທີ່​ໄຊ​ປ​ຣັ​ສ​ເທີ​ກີ ກ່າວ​ວ່າ ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ ​ທີ່ບິນ​ຊັດ​ເຊ​ຢູ່ ເທິງທ້ອງ​ຟ້ານັ້ນ ໄດ້​ຕົກ​ລົງຢູ່ບໍ່​ໄກ​ຈາກ​ເມືອງ​ຫລວງ ນິ​ໂກ​ເຊຍ ​ພໍ​ປານ​ໃດ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ຢູ່​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດຂອງອິ​ສ​ຣາ​ແອ​ລຢູ່​ໃນ​ຊີ​ເຣຍ.

ລູກ​ສອນ​ໄຟ​ດັ່ງ​ກ່າວ​ໄດ້​ຕົກລົງໃສ່​ເມືອງ ຕາ​ສ​ເຄນ (Tashkent) ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ​ຄອນ​ຫລວງ​ດັ່ງ​ກ່າວ​ ປະ​ມານ 12 ກິ​ໂລ​ແມັດ, ຊຶ່ງ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້ ຢູ່​ໃນ​ທົ່ງ​ແຫ່ງ​ນຶ່ງ​ແຕ່​ວ່າ ກໍ​ບໍ່​ມີ​ຄົນ​ໃດ​ໄດ້​ຮັບ​ບາດ​ເຈັບ.

ພວກ​ເຈົ້າ​ໜ້າ​ທີ່​ສົງ​ໄສວ່າ ລູກ​ສອນ​ໄຟ​ນັ້ນ ເປັນ​ສ່ວນ​ນຶ່ງ​ຂອງ​ລະ​ບົບ​ປ້ອງ​ກັນ ​ທາງ​ອາ​ກາດ​ຂອງ​ຊີ​ເຣຍ ແລະ​ຖືກ​ຍິງ​ຂຶ້ນ ​ໃນ​ລະ​ຫວ່າງການ​ບຸກ​ໂຈມ​ຕີ​ຂອງ​ອິ​ສ​ຣາ​ແອ​ລ ໃນ​ຕອນ​ບ່າຍໆ​ ຂອງວັນ​ອາ​ທິດ​ຜ່ານ​ມາ.

ຣັດ​ເຊຍ ຊຶ່ງ​ເປັນ​ພັນ​ທະ​ມິດ​ໃຫຍ່​ທີ່​ສຸດ​ຂອງ​ຊີ​ເຣຍ ​ໄດ້ສະ​ໜອງ​ລູກ​ສອນ​ໄຟ​ໃຫ້​ແກ່​ລະ​ບົບ​ປ້ອງ​ກັນຂອງ​ຊີ​ເຣຍ.

ໂຄ​ສົກ​ຂອງໄຊ​ປ​ຣັ​ສ​ເທີ​ກີ ເອີ້ນ​ເຫດ​ລູກ​ສອນ​ໄຟ​ຕົກໃສ່ດັ່ງ​ກ່າວ​ວ່າ ເປັນ "ຜົນ​ຕາ​ມ​ມາ​ອັນ​ບໍ່​ດີ" ຂອງ​ສົງ​ຄາມ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່ໄຊ​ປ​ຣັ​ສກ​ຣິ​ສ​ກັບ​ເວົ້າ​ວ່າ ບໍ່​ມີ​ການ​ສະ​ຫລຸບ​ທີ່​ແນ່ນອນໃດໆກ່ຽວ​ກັບ​ສິ່ງ​ທີ່​ພາ​ໃຫ້​ລູກ​ສອນ​ໄຟ​ນັ້ນ​ລະ​ເບີດ​ຂຶ້ນ​.
ໄຊ​ປ​ຣັ​ສ​ໄດ້​ຖືກ​ແບ່ງ​ເປັນ​ສອງ​ເຂດ ລະ​ຫວ່າງ ໄຊ​ປ​ຣັ​ສ​ເທີ​ກີທີ່​ຢູ່​ທາງ​ເໜືອ ແລະ ໄຊ​ປ​ຣັ​ສກ​ຣິ​ສທີ່​ຢູ່​ທາງ​ໃຕ້.
ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມປອງດອງ​ຊາດຂອງ​ເກາະ​ດັ່ງ​ກ່າວ ທີ່​ໄດ້​ເຮັດ​ມາ​ເປັນ​ເວ​ລາ 45 ປີ ຜ່ານ​ມາ ຍັງ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ເທື່ອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG