ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະມົນຕີ ກະຊວງການເງິນ ໄຊປຣັສ ລາອອກ (ວີດິໂອ)


ທ່ານ Michalis Sarris ລັດຖະມົນຕີກະຊວງການເງິນໄຊປຣັສ
ທີ່ໄດ້ລາອອກ
ທ່ານ Michalis Sarris ລັດຖະມົນຕີກະຊວງການເງິນໄຊປຣັສ ທີ່ໄດ້ລາອອກ
ທ່ານ Michalis Sarris ລັດຖະມົນຕີກະຊວງການເງິນໄຊປຣັສ
ໄດ້ລາອອກ ໃນຂະນະທີ່ຄະນະຕຸລາການຈຸນຶ່ງ ກະກຽມການສື
ບສວນບົດບາດຂອງທ່ານ ແລະຂອງຄົນອື່ນໆ ໃນວິກິດການ
ດ້ານການເງິນ ທີ່ໄດ້ຜັກດັນໃຫ້ໄຊປຣັສ ຊຶ່ງ ປະເທດສະມາຊິກ
ຂອງເຂດໃຊ້ເງິນຢູໂຣ ເກືອບຈະລົ້ມລະລາຍ.

ທ່ານ Sarris ໄດ້ຍື່ນຈົດໝາຍລາອອກ ໃນວັນອັງຄານວານນີ້ ໂດຍເວົ້າວ່າ ມັນເປັນບາດ ກ້າວທີ່ຖືກຕ້ອງ ເມື່ອຄໍານຶງເຖິງຄວາມຕ້ອງການໃນການຮ່ວມມື ກັບຄະນະກໍາມະການ ທີ່
ປະກອບດ້ວຍຜູ້ພິພາກສາ 3 ຄົນ ທີ່ຕັ້ງຂຶ້ນໂດຍລັດຖະບານ ໃນຕອນເຊົ້າຂອງມື້ວານນີ້.

ທ່ານ Sarris ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີການເງິນໃນເດືອນກຸມພາຜ່ານມາຍັງ
ເວົ້າອີກວ່າ ທ່ານໄດ້ທໍາສໍາເລັດໜ້າທີ່ຕົ້ນຕໍຂອງທ່ານ ໃນໄລຍະ ທີ່ທ່ານເຂົ້າຮັບໜ້າທີ່ ເປັນ
ເວລາອັນສັ້ນໆນັ້ນ.

ທ່ານ Sarris ເວົ້າວ່າ: “ດັ່ງທີ່ພວກທ່ານຮູ້ ຂ້າພະເຈົ້າເປັນລັດຖະມົນຕີກະຊວງ ການເງິນ ກໍແມ່ນເພື່ອດໍາເນີນວຽກງານຂອງພວກເຮົາ ໂດຍເປົ້າໝາຍອັນທໍາອິດ ກໍຄືເຮັດສັນຍາຮັບເອົາການຊ່ວຍເຫຼືອເພື່ອກອບກູ້ເອົາທະນາຄານ. ຂ້າພະເຈົ້າ ເຊື່ອວ່າ ໂດຍໄດ້ໃຊ້ຄວາມພະຍາຍາມຢ່າງຫລວງຫລາຍ ວຽກງານນີ້ກໍໄດ້ປະ ສົບຜົນສໍາເລັດ. ປະເດັນທີສອງກໍແມ່ນຢູ່ໃນໄລຍະທີ່ຈະຕ້ອງໄດ້ຮັບການສືບ ສວນສອບສວນໂດຍຄະນະກໍາມະການສືບສວນ ທີ່ໄດ້ຮັບຄໍາສັ່ງຈາກປະທາ ນາທິບໍດີ, ແລະຂ້າພະເຈົ້າກໍເປັນປະທານທະນາຄານ Laiki. ຂ້າພະເຈົ້າເຊື່ອວ່າ ເພື່ອເຮັດໃຫ້ວຽກງານຂອງນັກສືບສວນວ່ອງໄວຂຶ້ນ ສິ່ງທີ່ຖືກຕ້ອງກໍຄື ຍື່ນການ ລາອອກຂອງຂ້າພະເຈົ້າ ສຸດແລ້ວແຕ່ປະທານາທິບໍດີຂອງສາທາລະນະລັດ ຈະ ຮັບເອົາຫຼືບໍ່ເຊິ່ງເປັນສິ່ງທີ່ຂ້າພະເຈົ້າໄດ້ກະທໍານັ້ນ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ລັດຖະມົນຕີ ກະຊວງການເງິນໄຊປຣັສ ລາອອກ
please wait

No media source currently available

0:00 0:02:23 0:00
XS
SM
MD
LG