ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂບດສາສະໜາ Orthodox ສະເໜີຊ່ວຍ ກອບກູ້ ທະນາຄານ ໄຊປຣັສ (ວີດິໂອ)


ປະທານາທິບໍດີ Nicos Asnastasiades (ກາງ) ເປັນປະທານກອງປະຊຸມຂອງບັນດາຜູ້ນໍາພັກ ແລະຫົວໜ້າທະນາຄານກາງຂອງໄຊປຣັສ ທີ່ທໍານຽບ ປະທານາທິບໍດີຢູ່ນະຄອນ Nicosia ໃນວັນທີ 20 ມີນາ 2013.
ປະທານາທິບໍດີ Nicos Asnastasiades (ກາງ) ເປັນປະທານກອງປະຊຸມຂອງບັນດາຜູ້ນໍາພັກ ແລະຫົວໜ້າທະນາຄານກາງຂອງໄຊປຣັສ ທີ່ທໍານຽບ ປະທານາທິບໍດີຢູ່ນະຄອນ Nicosia ໃນວັນທີ 20 ມີນາ 2013.
ພວກຜູ້ນໍາ Cyprus ໄດ້ຈັດກອງປະຊຸມເພື່ອຮັບມືກັບວິກິດ
ການຂຶ້ນ ໃນວັນພຸດມື້ນີ້ແລະຜູ້ນໍາສາສະໜາ Orthodox
ຂອງໄຊປຣັສ ໄດ້ສະເໜີເອົາຊັບສິນຂອງສາສະໜາເຂົ້າ ຊ່ວຍລຸນຫລັງທີ່ສະພາແຫ່ງຊາດ Cyprus ໄດ້ພ້ອມກັນ
ປະຕິເສດຕໍ່ແຜນການກອບກູ້ທະນາຄານຢ່າງຖ້ວມລົ້ນ
ໃນວັນອັງຄານວານນີ້.

ພະສັງຄະຣາດ Chrysostomos ເວົ້າໃນວັນພຸດມື້ນີ້ວ່າ
ສາສະໜາ Orthodox ຍິນດີທີ່ຈະເອົາຊັບສິນຂອງຕົນໄປ
ຄໍ້າປະກັນ ແລະລົງທຶນຊື້ພັນທະບັດຂອງລັດຖະບານ. ພະສັງຄະຣາດໄດ້ໃຫ້ຄໍາເຫັນດັ່ງກ່າວ ລຸນຫລັງທີ່ໄດ້ພົບ
ກັບປະທານາ ທິບໍດີ Nicos Asnastasiades.

ໃນວັນອັງຄານວານນີ້ ພວກຜູ້ແທນໄດ້ປະຕິເສດຢ່າງຖ້ວມລົ້ນ ຕໍ່ແຜນການຊ່ວຍເຫຼືອ
ບັນເທົາໜີ້ສິນ 13 ພັນລ້ານໂດລາ ທີ່ຮຽກຮ້ອງໃຫ້ໄຊປຣັສຮັບເອົາ ໂດຍພວກໃຫ້ເງິນ
ກູ້ຢືມຂອງນາໆຊາດ ທີ່ຈະເກັບພາສີບັນຊີຝາກປະຢັດຂອງພວກຝາກເງິນ ຢູ່ທະນາຄານ
ຂອງປະເທດເກາະແຫ່ງນັ້ນ ແລະສ້າງລາຍໄດ້ ເກືອບຮອດ 11 ພັນລ້ານໂດລາ.

ການລົງຄະແນນສຽງໄດ້ເຮັດໃຫ້ຊະຕາກໍາຂອງການຊ່ວຍເຫຼືອບັນເທົາໜີ້ສິນຕົກຢູ່ໃນ
ສະພາບບໍ່ແນ່ນອນ ແລະເຮັດໃຫ້ມີຄວາມເປັນໄປໄດ້ວ່າລັດຖະບານໄຊປຣັສອາດຈະ
ຜິດສັນຍາບໍ່ຍອມປະຕິບັດຕາມພັນທະທາງດ້ານການເງິນຂອງຕົນເພີ້ມຂຶ້ນ ຫລືເຖິງ
ຂັ້ນກັບວ່າ ຈະຍຸຕິການເປັນສະມາຊິກຂອງເຂດໃຊ້ເງິນ ຢູໂຣ ທີ່ມີ 17 ປະເທດນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG