ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໄຊປຣັສ ຖືກເລືອກໃຫ້ ເປັນປະທານາທິບໍດີ ສະໄໝທີສອງ


This aerial photo shows people board a ferry as authorities order a new lockdown to contain the spread of the Covid-19 coronavirus, in Munshiganj, Bangladesh.
This aerial photo shows people board a ferry as authorities order a new lockdown to contain the spread of the Covid-19 coronavirus, in Munshiganj, Bangladesh.

ປະທານາທິບໍດີ ຂອງໄຊປຣັສ ທ່ານນິໂຄສ໌ ອານາສຕາຊີອາດສ໌ (Nicos
Anastasiades) ໄດ້ຊະນະການເລືອກຕັ້ງສະໄໝທີສອງ ໄລຍະ 5 ປີ ໃນວັນ
ອາທິດວານນີ້ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຟື້ນຟູເສດຖະກິດ ແລະ
ຈະພະຍາຍາມເຕົ້າໂຮມປະເທດຊາດເຂົ້າກັນ.

ທ່ານ ອານາສຕາຊີອາດສ໌ ທີ່ມີຫົວອານຸລັກນິຍົມ ໄດ້ເອົາຊະນະ ຄູ່ທ້າຊິງ
ຂອງທ່ານທີ່ນິຍົມຝ່າຍຊ້າຍ ທ່ານ ສຕຣາໂຣສ໌ ມາລາສ໌ (Straros Malas)
ດ້ວຍຄະແນນສຽງ 56 ຕໍ່ 44 ເປີເຊັນ. ທັງສອງຍັງໄດ້ປະເຊີນໜ້າກັນ ໃນ
ການເລືອກຕັ້ງ ເມື່ອປີ 2013.

ທ່ານ ອານາສຕາຊີອາດສ໌ໄດ້ກ່າວບອກ ພວກສະໜັບສະໜູນ ທີ່ຮ້ອງເຊຍ
ຢູ່ໃນນະຄອນ Nicosia ວ່າ “ຂ້າພະເຈົ້າ ຈະສືບຕໍ່ເປັນປະທານາທິບໍດີ ໃຫ້
ແກ່ຊາວ ໄຊປຣັສຜູ້ຮັກຊາດທັງໝົດ. ຄຳຄືນນີ້ ບໍ່ມີພວກຜູ້ຊະນະ ຈາກ
ພວກ ຜູ້ຜ່າຍແພ້. ມີແຕ່ພຽງ ໄຊປຣັສຂອງພວກເຮົາ ສຳລັບໝົດທຸກຄົນ.”

ສ່ວນທານ ມາລາສ໌ ໄດ້ບອກບັນດາຜູ້ສະໜັບສະໜູນຂອງທ່ານວ່າ ພວກ
ເຂົາສາມາດຜິດຫວັງໄດ້ ແຕ່ໄດ້ກ່າວວ່າ “ການຕໍ່ສູ້” ບໍ່ທັນໄດ້ເລີ້ມຕົ້ນ ຫຼື
ສິ້ນສຸດ ດ້ວຍການເລືອກຕັ້ງຄັ້ງດຽວ. ທ່ານໄດ້ກ່າວວ່າ ທ່ານໄດ້ໂທລະສັບ
ຫາ ທ່ານອານາສຕາຊີອາດສ໌ ແລະ ໄດ້ບອກເພິ່ນວ່າ ໃຫ້ “ຮັກສາເບິ່ງແຍງ
ໄຊປຣັສ ຂອງພວກເຮົາ.”

ທ່ານອານາສຕາຊີອາດສ໌ ໄດ້ຮັບການຍົກຍ້ອງ ສຳລັບຜົນງານໃນການຊ່ອຍ
ໃຫ້ ເສດຖະກິດຂອງກຣິສ ໄຊປຣັສ ຟື້ນໂຕຄືນມາ ຈາກວິກິດການອັນຮ້າຍ
ແຮງ ທີ່ສະຫະພາາບຢູໂຣບ ແລະອົງການກອງທຶນສາກົນ ໄດ້ໃຫ້ການຄ້ຳ
ປະກັນ.

ແຕ່ວ່າ ການເຈລະຈາທ້ອນໂຮມຊາດ ທີ່ອຸປະຖຳ ໂດຍ ສະຫະປະຊາຊາດ ກັບ
ກຸ່ມໄຊປຣັສ ເທີກີ້ຢູ່ທາງພາກເໜືອ ນັ້ນ ແມ່ນບໍ່ມີຄວາມຄືບໜ້າ ຫຼາຍ
ປານໃດ.

Cyprus Election
please wait
Embed

No media source currently available

0:00 0:01:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG