ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພາຍຸ Nilam ຖະຫຼົ່ມ ອິນເດຍ ເສຍຊີວິດ 6 ຄົນ


ເຈົ້າໜ້າທີ່ຍາມຝັ່ງອິນເດຍ ກໍາລັງຍົກຍ້າຍຜູ້ເຄາະຮ້າຍ ຈາກພາຍຸ Cyclone Nilam ໂດຍໃຊ້ເຮືອບິນເຮລີຄອບເຕີ້.
ເຈົ້າໜ້າທີ່ຍາມຝັ່ງອິນເດຍ ກໍາລັງຍົກຍ້າຍຜູ້ເຄາະຮ້າຍ ຈາກພາຍຸ Cyclone Nilam ໂດຍໃຊ້ເຮືອບິນເຮລີຄອບເຕີ້.

ຢ່າງໜ້ອຍ 6 ຄົນ​ໄດ້​ເສຍ​ຊີວິດ ຫລັງ​ຈາກ​ລົມພາຍຸ Cyclone
​ທີ່​ຖະຫລົ່ມ​ພາກ​ໃຕ້​ຂອງອິນ​ເດຍ ໃນອາທິດ​ນີ້ ຊຶ່ງພາໃຫ້ມີ​ຝົນ
ຕົກ​ໜັກ ​ແລະ ນໍ້າທະ​ເລ​ສູງ​ຂຶ້ນ ຖ້ວມ​ບ້ານ​ເຮືອນ ແລະເຮັດ
ໃຫ້​ເພພັງ ພ້ອມທັງ​ເຮັດ​ໃຫ້ເຮືອບັນທຸກ​ນໍ້າມັນ​ລຳນຶ່ງ​ຄາ​ຫາດ.

ບັນດ​າ​ເຈົ້າ​ໜ້າ​ທີ່ອິນ​ເດຍກ່າວ​ວ່າ ໄດ້ມີການ​ເສຍ​ຊີວິດຍ້ອນ
ການ​ຈົມ​ນໍ້າຕາຍ ຕົ້ນໄມ້ລົ້ມ​ທັບ ​ແລະ​ເຮືອນ​ຊານ​ເພພັງທັບ.
ມີ​ລາຍ​ງານ​ວ່າ ລູກ​ເຮືອ​ຄົນ​ນຶ່ງ ຂອງ​ເຮືອ​ບັນທຸກ​ນໍ້າມັນ
Pratibha Cauvery ທີ່​ຄ້າງ​ຢູ່​ຫາດນັ້ນ ໄດ້ເສຍ​ຊີວິດໄປ​.
ຢ່າ​ງໜ້ອຍ 4 ຄົນ​ທີ່​ເປັນ​ລູກ​ເຮືອ​ແກ່​ນໍ້າມັນລຳ​ນີ້ ຍັງ​ຫາຍ​ສາບ
​ສູນຢູ່ ຫລັງ​ຈາກເຮືອ​ໄດ້​ແລ່ນ​ເຂົ້າໄປ​ຄາຫາດທີ່​ເມື​ອງ
Channai. ລູກ​ເຮືອ 32 ຄົນ​ ​ຖືກພົບເຫັນ​ວ່າ ຍັງ​ມີ​ຊີວິດ​ຢູ່
​ແລະພວກ​ກູ້​ໄພ​ ໄດ້ພາກັນ​ໃຊ້​ເຮືອບິນ​ເຮ​ລີ​ຄອບ​ເຕີ້ ​ແລະ​ເຮືອ​ນ້ອຍ​ຊ່ວຍ​ໃນ​ກາ​ນຄົ້ນ​ຫາ​ຜູ້​ຫາຍ​ສາບ​ສູນຢູ່ນັ້ນ.

ພາຍຸ Nilam ​ໄດ້​ອ່ອນ​ກໍາລັງ​ລົງມາ​ເປັນພາຍຸ​ເຂດ​ຮ້ອນ ຫລັງ​ຈາກ​ໄດ້​ພັດ​ເຂົ້າ​ມາ​ຝັ່ງ​ ໃນ​ວັນ​ພຸດ​ວານ​ນີ້ ໃກ້ກັບ​ເມືອງ Chennai ຊຶ່ງໄດ້​ບັງ​ຄັບ​ໃຫ້​ຫລາຍ​ພັນ​ຄົນ​ຕ້ອງ​ໄດ້​ຍົກຍ້າຍ ໜີ.

ກົມ​ອຸ​ຕຸ​ນິຍົມ​ຂອງອິນ​ເດຍ ກ່າວ​ວ່າ ພາຍຸ Nilam ໄດ້ພັດ​ຂຶ້ນຝັ່ງ ທີ່ ​ເມືອງ Mahabalipuram ຊຶ່ງ​ຕັ້ງຢູ່​ທາງ​ທິດ​ໃຕ້​ຂອງ​ເມືອງ Chennai ອັນ​ເປັນ​ບ່ອນທີ່ພວກນັ​ກ ທ່ອງ​ທ່ຽວ ມັກພາກັນ​ໄປ​ພັກຜ່ອນ. ປະມານ 4.000 ຄົນ​ ໄດ້​ຖືກ​ຍົກຍ້າຍ​ອອກ​ຈາກ​ເຂດດັ່ງ ກ່າວ​ນີ້ແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ໄດ້​ຫັນ​ເອົາໂຮງຮຽນ​ຫລາຍ​ຮ້ອຍ​ແຫ່ງ ໄປ​ເປັນ​ສູນ​ກາງ​ຊ່ວຍ​ເຫລືອ​ສຸກ​ເສີນ.
XS
SM
MD
LG