ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄຊໂຄລນ Pam ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ໃຫ້​ແກ່ ໝູ່ເກາະ Vunuatu


ຮູບພາບຖ່າຍໃນວັນທີ 14 ເດືອນມີນາ ໂດຍອົງການ UNICEF ສະແດງໃຫ້ເຫັນຄື້ນຟອງ ຈາກມະຫາສະມຸດປາຊິຟິກ.
ຮູບພາບຖ່າຍໃນວັນທີ 14 ເດືອນມີນາ ໂດຍອົງການ UNICEF ສະແດງໃຫ້ເຫັນຄື້ນຟອງ ຈາກມະຫາສະມຸດປາຊິຟິກ.

ລົມ ຈາກ​ໄຊໂຄລນຮ້າຍ​ແຮງ ທີ່​ພັດ​ຜ່ານ​ໝູ່​ເກາະ Vanuatu
ໃນເຂດມະຫາສະມຸດປາຊິ​ຟິກ​ເລີ້ມຜ່ອນ​ຄວາມ​ແຮງ​ລົ​ງແລ້ວ
​ໃນ​ວັນ​ເສົາ​ມື້​ນີ້ ​ຊຶ່ງໄດ້​ເຜີ​ຍ​ໃຫ້​ເຫັນເຖີງຄວາມເສຍ​ຫາຍ​ຢ່າງ
ກວ້າງຂວາງ ​ແລະ​ລາຍ​ງານ​ ທີ່​ຍັງບໍ່ທັນໄດ້ຮັບການຢືນຢັນ
ແຈ້ງວ່າ ມີຜູ້​ເສຍ​ຊີວິດ​ຫລາ​ຍສິບ​ຄົນ.

ການຕິດ​ຕໍ່​ຢູ່​ໃນ​ເຂດ​ນອກໆ ທີ່​ຖືກ​ລົມພາຍຸ​ຖະຫລົ່ມ​ເສຍຫາຍ
​ຮ້າຍ​ແຮງນັ້ນ ຍັງ ໃຊ້ການບໍ່​ໄດ້ ຊຶ່ງ​ໝາຍ​ຄວາມ​ວ່າ ອາດ​ຈະ​
ໃຊ້​ເວລາຕື່ມອີກ ກ່ອນ​ທີ່ຈະ​ຮູ້​ເຖິງ​ ເຂດເຂດຂອງຄວາມ​ເສຍ​
ຫາຍ ທີ່​ເກີດ​ຈາກລົມໄຊໂຄລນ Pam.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ເຂົາ​ເຈົ້າມີຄວາມຢ້ານ​ກົວເປັນທີ່​ສຸດຫລັງ​
ຈາກ​ພາຍຸ Pam ​ໄດ້​ປ່ຽນ​ທິດ​ທາງ ​ແລະ​ພັດ​ຜ່ານ​ເກາະໃຫຍ່ Vanuatu ດ້ວຍ​ຄວາມ
​ແຮງເຖິງ 270 ກິ​ໂລ​ແມັດ​ຕໍ່​ຊົວ​ໂມງ ໂດຍທຳລາຍ​ໝູ້ບ້ານ​ຕ່າໆທັງ ໝົດ ເຮັດໃຫ້ສາຍ​
ໄຟຟ້າ​ຂາດ​ ​ແລະ​ມີຕົ້ນ​ໄມ້​ລົ້ມ.

ອົງການ​ຊ່ວຍ​ເຫລືອ​ຕ່າງໆ ຫວັງ​ວ່າ​ຈະ​ເລີ້ມຈັດສົ່ງການ​ຊ່ວຍ​ເຫລືອ​ບັນເທົາທຸກ ໄປ​ໃຫ້
​ໃນ​ວັນ​ອາທິດ​ມື້​ອຶ່ນນີ້ ​ເວລາ​ສະໜາມ​ບິນ​ໃນເມືອງ Port Vila ຄາດ​ວ່າ​ຈະ​ເປີດໃຊ້ຄືນນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນປະ​ເທດ New Zealand ກຳລັງ​ກະກຽມ​ຮັບ​ມື​ກັບ​ພາຍຸຫົວນີ້ ທີ່​ໄດ້​ມີການພະຍາກອນ​ວ່າ​ ຈະ​ພັດຜ່ານ​ພາກ​ເໜືອ​ຂອງ​ປະ​ເທດ ​ໃນ​ວັນ​ອາ​ທິດ ​ແລະ​ວັນ​ຈັນ
​ຈະ​ມານີ້.

Vanuatu Cyclone
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG