ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາ​ຍຸ​ໄຊ​ໂຄ​ລນ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຫຼາຍກວ່າ 150 ຄົນ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ຟ​ຣິ​ກາ


ພາ​ຍຸ​ຝົນໄຊ​ໂຄ​ລນ ໄອ​ໄດ ທີ່​ເຫັນປົກ​ຄຶ້ມ​ຢູ່ ພາກ​ກາງ​ຂອງ​ໂມ​ຊຳ​ບິກ ກ່ອນ​ເຄື່ອນ​ຍ້າຍ​ເຂົ້າ​ສູ່ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຊິມ​ບັບ​ເວ ວັນ​ທີ 15 ມີ​ນາ 2019.
ພາ​ຍຸ​ຝົນໄຊ​ໂຄ​ລນ ໄອ​ໄດ ທີ່​ເຫັນປົກ​ຄຶ້ມ​ຢູ່ ພາກ​ກາງ​ຂອງ​ໂມ​ຊຳ​ບິກ ກ່ອນ​ເຄື່ອນ​ຍ້າຍ​ເຂົ້າ​ສູ່ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຊິມ​ບັບ​ເວ ວັນ​ທີ 15 ມີ​ນາ 2019.

ຫລາຍກວ່າ 150 ຄົນໄດ້​ເສຍ​ຊີ​ວິດ ແລ​ະ​ອີກ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຫາຍ​ສາບ​ສູນໃນ​ວັນ​ອາ​
ທິດວານນີ້ ຫຼັງ​ຈາກ​ພາ​ຍຸໄຊໂຄ​ລນ ໄອ​ດາຍ ໄດ້​ຜັດເຂົ້າ​ສູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​
ຂອງ​ອາ​ຟ​ຣິ​ກາ ທີ່​ເມືອງ​ໂມ​ຊຳ​ບິກ​ກັນ ຂອງ​ເບ​ຣາ ທີ່ໄດ້​ຖືກ​ຖະຫຼົ່​ມຢ່າງ​ຮ້າຍ​ແຮງ.

ທິ​ມ​ສະ​ຫະ​ພັນສ​ະ​ພາ​ກາ​ແດງ​ສາ​ກົນ ແລະ​ບັນ​ດາ​ພະ​ນັກ​ງານ​ຊ່ວຍ​ເຫຼືອສັງ​ຄົມ​ສະ​ພາ​
ກາ​ແດງ (IFRC) ​ໄດ້​ໄປ​ເຖິງ​ເມືອງທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍໃນ​ວັນ​ອາ​ທິດ​ວານ​ນີ້ ເພື່ອ
​ສັ່ງ​ຊາ​ສະ​ພາບ​ການ ທີ່​ອົງ​ການ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ​ເຈ​ມີ ເລີ​ເຊີກ​ຣ໌ ຜູ້​ນຳ​ພາ​ທີມ​ໄດ້​ກ່າວ​ຫຼັງ​ຈາກ​ການ​ສັ່ງ​ຊາ​ເບິ່ງ​ທາງ​ອາ​ກາດ​ວ່າ “ສະ
​ພາບ​ການ​ຮ້າຍ​ແຮງ. ລະ​ດັບ​ຄວາມ​ເສຍຫາຍ​ຮ້າຍ​ແຮງທີ່ສຸດ. ປາ​ກົດ​ວ່າ 90 ເປີ​ເຊັນ​
ຂອງ​ເຂດ​ດັ່ງ​ກ່າວ​ຖືກ​ທຳ​ລາຍ​ໝົດ.

ສະ​ຫະ​ປະ​ຊາດ​ຄາດ​ຄະ​ເນ​ວ່າ ຫຼາຍກວ່າ 1 ລ້ານ 5 ແສນ​ຄົນໃນ​ໂມ​ຊໍາ​ບິກ ມາ​ລາ​ວີ
ແລະ​ຊິມ​ບັບ​ເວ ໄດ້​ຖືກ​ຜົນ​ກະ​ທົບ​ຈາກ​ພາ​ຍຸ. ຫຼາຍ​ສິບ​ພັນ​ຄົນ​ໄດ້​ຖືກ​ຕັດ​ຂາດ​ຈາກ​ຖະ
​ໜົນ​ຫົນ​ທາງ ແລະ​ໂທ​ລະ​ສັບ​ ໂດຍ​ສະ​ເພາະຢູ່​ໃນ​ເຂດ​ທຸກ​ຈົນ ແລະ​ເຂດ​ຊົນ​ນະ​ບົດ.

ພ​າ​ຍຸ​ໄຊ​ໂຄ​ລນ​ໄດ້​ຜັດ​ເຂົ້າ​ໜ້າ​ດິນ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ​ໃກ້​ກັບ​ຊາຍ​ຝັ່ງ​ເມືອງ​ເບ​ຣາ
ໂມ​ຊຳ​ບິກ ດ້ວຍ​ລົມ​ແຮງ​ເກືອບ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ຫຼັງ​ຈາກ​ນັ້ນ ພາ​ຍຸໄດ້​ເຄື່ອນ​
ຍ້າຍ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ​ເຂົ້າ​ສູ່​ມາ​ລາ​ວີ ແລະ​ຊິມ​ບັບ​ເວ.

ໂຄ​ສົກ​ໂຄງ​ການ​ອາ​ຫານ​ໂລກ ທ່ານ​ຮາ​ເວ ເວີ​ຣ​ຮູ​ແຊ​ລ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ນະ​
ຄອນ​ເຈ​ນີ​ວາ​ວ່າ “ພາ​ຍຸລະ​ດູ​ຮ້ອນໄຊ​ໂຄ​ລນ​ໄອ​ດາຍ ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​
ເກີດ​ນ້ຳ​ຖ້ວມ ທີ່​ໄດ້​ມີ​ຢູ່​ແລ້ວ​ໃນ​ໜ້າ​ດິນ​ທີ່​ພາກ​ໃຕ້​ຂອງມາ​ລ​າ​ວີ ແລະ​ພາກ​ຕາ​ເວັນ​ຕາ​
ເວັນ​ອອກ​ຂອງ​ຊິມ​ບັບ​ເວ.”

ສະ​ຫະ​ປະ​ຊາ​ຊ​າດ​ກ່າວ​ວ່າ​ປະ​ມານ 122 ຄົນ​ໄດ້​ເສ​ຍ​ຊີ​ວິດ​ຢູ່​ໃນ​ຊິມ​ບັບ​ເວ ແລະ​ມາ​
ລາ​ວີ. ພວກ​ເຈົ້າ​ໜ້າ​ທີ່ຊິມ​ບັບ​ເວ ໃນ​ວັນ​ອາທີດວານ​ນີ້​ໄດ້ມີການ​ຢືນ​ຢັນວ່າ​ການ​ເສຍ​
ຊີ​ວິດມີ 65 ຄົນ.

ຢູ່​ໃນ​ເຂດ​ຈີ​ມາ​ນີ​ມາ​ນີ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຊິມ​ບັບ​ເວ ໃນ​ວັນ​ອາດ​ທິດ ພວກ​ທະ
​ຫານໄດ້​ຊ່ວຍ​ກູ້​ໄພ​ພວກ​ນັກ​ຮຽນ 200 ຄົນ ແລະ​ພະ​ນັກ​ງານ​ຈາກ​ໂຮງ​ຮຽນ​ທີ່​ໄດ້​ຖືກ​ຕັດ
​ຂາດ​ຈາກ​ນ້ຳ​ຖ້ວມ ແລະ​ຂີ້​ຕົມ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG