ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາ​ຍຸ​ໝູນເຄນ​ເນັດ ພັດ​ເຂົ້າ​ໄປໃນ​ ໂມ​ຊຳ​ບິກ​ ມື້ວານນີ້ ພາຍ​ຫລັງ​ທີ່ໄດ້​ພັ​ດ​ຜ່ານ​ປະ​ເທດໂກ​ໂມ​ຣົ​ສ


ພາ​ຍຸ​ໝູນ ຫລື ໄຊ​ໂຄ​ລນເຄນ​ເນັດໄດ້​ພັດ​ເຂົ້າ​ໄປ​ຫາ​ຊາຍ​ຝັ່ງ​ທະ​ເລຂອງ ໂມ​ຊຳ​ບິກ ໃນ​ວັນ​ທີ 25 ເມ​ສາ, ​2019 (ພາບ​ຖ່າຍ​ຈາກ​ດາວ​ທຽມ)
ພາ​ຍຸ​ໝູນ ຫລື ໄຊ​ໂຄ​ລນເຄນ​ເນັດໄດ້​ພັດ​ເຂົ້າ​ໄປ​ຫາ​ຊາຍ​ຝັ່ງ​ທະ​ເລຂອງ ໂມ​ຊຳ​ບິກ ໃນ​ວັນ​ທີ 25 ເມ​ສາ, ​2019 (ພາບ​ຖ່າຍ​ຈາກ​ດາວ​ທຽມ)

ພາ​ຍຸ​ໝຸນ ຫລື ໄຊ​ໂຄ​ລນເຄນ​ເນັດ (Kenneth) ໄດ້​ປະ​ທະພາກ​ເໜືອ​ຂອງ ໂມ​ຊຳ​ບິກ​ໃນ​ວັນ​ພະ​ຫັດ​ວານນີ້.

ເຈົ້າ​ໜ້າ​ທີ່​ດ້ານ​ໄພ​ສຸກ​ເສີນ​ຂອງປະ​ເທດ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ແຫ່ງນັ້ນ ເວົ້າ​ວ່າ 30,000 ຄົນ​ໄດ້​ຖືກ​ຍົກ​ຍ້າຍ​ອອກ​ໄປ​ຈາ​ກ​ຂົງ​ເຂດທີ່​ຄາດ​ວ່າ ຈະ​ຖືກລົມ​ພາ​ຍຸປະ​ທະ​.

ພວກ​ນັກ​ພະ​ຍາ​ກອນ​ອາ​ກາດ​ເວົ້າ​ວ່າ ພາ​ຍຸ​ໄຊ​ໂຄ​ລນເຄນ​ເນັດ (Kenneth) ອາດ​ຈະ​ນຳ​ເອົາ​ຄື້ນຟອງ​ນ້ຳທີ່ຍວກ​ສູງ​ເຖິງ 5 ແມັດ ແລະ​ນຳ​ເອົາ​ນ້ຳ​ຝົນ​ປະ​ມານ 600 ມິ​ລິ​ແມັດ​ມາ​ເຖ​ໃສ່.

ພາ​ຍຸ​ໄຊ​ໂຄ​ລນເຄນ​ເນັດ (Kenneth) ທີ່ເຄື່ອນ​ລົ​ງ​ມາ​ຫາ​ໂມ​ຊຳ​ບິກ ພາຍ​ຫລັງ​ທີ່​ປະ​ເທດ​ດັ່ງ​ກ່າວ​ຖືກພາ​ຍຸ​ໄຊ​ໂຄ​ລນອີ​ດ້າຍທີ່​ອົງ​ການ​ສະ​ຫະ​ປະ​ຊາດ​ຂະ​ໜານ​ນາມ​ໃຫ້​ວ່າ “ເປັນພາ​ຍຸ​ທີ່​ອັນ​ຕະ​ລາຍຮ້າຍ​ແຮງທີ່​ສຸດຫົວ​ນຶ່ງ​ຢູ່​ໃນ​ສະ​ຖິ​ຕິ​ຂອງຊີກ​ໂລກ​ທາງ​ໃຕ້” ປະ​ທະ​ໃສ່​ບໍ່​ໄດ້​ພໍ​ເທົ່າ​ໃດ​ອາ​ທິດຜ່ານ​ມານີ້.


ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເຕືອນ​ວ່າ ພາ​ຍຸ​ໄຊ​ໂຄ​ລນເຄນ​ເນັດ (Kenneth) ອາດ​ຈະ​ເປັນ​ພາ​ຍຸ​ທີ່​ຮ້າຍ​ແຮງກວ່າພາ​ຍຸ​ໄຊ​ໂຄ​ລນອີ​ດ້າຍນັ້ນ​ ໃນ​ຂະ​ນະ​ທີ່​ມັນ​ມຸ້ງ​ໜ້າໄປ​ຫາ​ເຂດ​ທີ່ບໍ່​ ​ເຄີຍຊິນ​ກັບ​ພາ​ຍຸ​ແບບນັ້ນມາກ່ອນ.

ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ ​ທີ່​ໂມ​ຊຳ​ບິກ​ໄດ້​ຖືກ​ປະ​ທະ​ໂດຍ​ພາ​ຍຸ​ໄຊ​ໂຄ​ລນ ສອງ​ຫົວ​ພ້ອມ​ກັນ​ໃນ​ລະ​ດູ​ນຶ່ງ, ອີງ​ຕາມ​ໂຄ​ສົກ​ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາດ.

​ກ່ອນ​ຈະ​ໄປ​ເຖິງໂມ​ຊຳ​ບິກພາ​ຍຸເຄນ​ເນັດໄດ້​ຜັດ​ຜ່ານ​ປະ​ເທດໂກ​ໂມ​ຣົ​ສ (Comoros), ຊຶ່ງ​ເປັນປະ​ເທດ​ຢູ່​ໃນ​ເກາະ​ດອນ ແລະ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ​ໄປ.

XS
SM
MD
LG