ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊ​ໂຄ​ລນ​ອີ​ແດ ຂົ່ມ​ຂູ່ ຄວາມ​ໝັ້ນ​ຄົງດ້ານ ​ອາຫານ ແລະ​ສຸ​ຂະ​ພາບ​ ຢູ່ພ​າກ​ໃຕ້ອາ​ຟ​ຣິ​ກາ​


​ເດັກ​ນ້ອຍ​ແມ່​ຍິງ​ຄົນ​ນຶ່ງ ກຳ​ລັງ​ໂຕ່ງ​ເອົາ​ນ້ຳ ຢູ່​ໃນ​ສູນ ພວກ​ລອດ​ຊີ​ວິດ ທີ່​ບໍ່​ມີ​ທີ່​ຢູ່​ອາ​ໄສ ທີ່​ເມືອງ​ເບ​ຣາ ໂມ​ຊໍ​າ​ບິກ ວັນ​ທີ 2 ເມ​ສາ 2019.
​ເດັກ​ນ້ອຍ​ແມ່​ຍິງ​ຄົນ​ນຶ່ງ ກຳ​ລັງ​ໂຕ່ງ​ເອົາ​ນ້ຳ ຢູ່​ໃນ​ສູນ ພວກ​ລອດ​ຊີ​ວິດ ທີ່​ບໍ່​ມີ​ທີ່​ຢູ່​ອາ​ໄສ ທີ່​ເມືອງ​ເບ​ຣາ ໂມ​ຊໍ​າ​ບິກ ວັນ​ທີ 2 ເມ​ສາ 2019.

ໃນ​ຂະ​ນະ​ທີ່​ລະ​ດັບນ້ຳ​ຖ້ວມໄດ້ຫຼົດ​ລົງ​ຢູ່​ໃນ​ເຂດ​ພາກ​ໃຕ້​ອາ​ຟ​ຣິ​ກາ ​ບ່ອນ​ພາ​ຍຸໄຊ​
ໂຄ​ລນພັດ​ເຂົ້າຖະ​ຫລົ່ມ​ ພວກ​ເຈົ້າ​ໜ້າ​ທີ່​ກຳ​ລັງ​ເລີ້ມ​ຊັ່ງ​ຊາ ເບິ່ງ​ຄວາມ​ຕ້ອງ​ການ ໃນ​ໄລ​
ຍະ​ປານ​ກາງ ແລະ​ໄລ​ຍະ​ຍາວ​ ຮວ​ມທັງ ຄວາມໝັ້ນ​ຄົງດ້ານອາ​ຫານ ຄວາມ​ຕ້ອງ​ການ
​ດ້ານ​ສຸ​ຂະ​ພາບແລະການ​ປັບ​ປຸງ​ເພື່ອ​ກະ​ກຽມ​ຮັບ​ມື​ກັບ​ໄພ​ພິ​ບັດ.

ຜູ້​ອຳ​ນວຍ​ການ ​ໂຄງການ​ອາ​ຫານ​ໂລກ ທ່ານ​ເດ​ວິດ ບິ​ສ​ລີ ກ່າວ​ຢູ່​ທີ່ກອງ​ປະ​ຊຸມ​ອົງ​
ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ພາ​ຍຸ​ໄຊ​ໂຄ​ລນ​ອີແດ ໃນ​ວັນ​ອັງ​ຄານ​ວານ​ນີ້​“ສຳ​ລັບ​ປີ
2019 ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫ​ານ ຈະ​ຮ້າຍ​ແຮງ ເປັນ​ບັນ​ຫາ​ທີ່​ຮ້າຍ​ແຮງ.”

ທ່ານ​ເບ​ສ​ລີ ຜູ້​ທີ່​ໄດ້​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ ​ຜ່ານ​ການ​ເຊື່ອມ​ຕໍ່ທາງວີ​ດີ​ໂອ ໂດຍ ໃຫ້​ຂໍ້​
ສັງ​ເກດ​ວ່າ “ຜົນ​ລະປູກ​ຢູ່​ໃນ​ບັນ​ດາເຂດເຫລົ່າ​ນີ້ ໂດຍ​ສະ​ເພາະ​ຢູ່​ໃນໂມ​ຊຳ​ບິກ ໄດ້​ຖືກ​
ທຳ​ລາຍໝົດ. ເພາະ​ສະ​ນັ້ນ ​ການ​ເກັບ​ກ່ຽວ​ສຳ​ລັບ​ລະ​ດູນີ້​ ໄດ້​ຖືກ​ທຳ​ລາຍ​ໝົດ ແລະ​
ໂອ​ກາດ​ສຳ​ລັບລະ​ດູຕໍ່​ໄປນັ້​ນ ​ມີ​ຈຳ​ກັດ​ທີ່​ສຸດ.”

ຫົວ​ໜ້າ​ຫ້ອງ​ການ​ມະ​ນຸດ​ສະ​ທຳ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ມາ​ກ ໂລ​ຄັອກ ກ່າວ​ວ່າ “ຫຼາຍ​
ຮ້ອຍ​ພັນ​ເຮັກ​ຕາ​ ຂອງ​ເນື້ອ​ທີ່​ປູກ​ຝັງ​ແມ່ນ​ໃຊ້​ການບໍ່​ໄດ້ໃນ​ໄລ​ຍະ​ສັ້ນ. ບັດ​ນີ້​ມີ​ພຽງ​ສອ​ງ
​ ຫຼືສາມ​ອາ​ທິດ ໃນ​ການ​ກະ​ກຽມ​ເກັບ​ກ່ຽວ​ເລັກ​ນ້ອຍ ແລະ ​ປູກຝັງ​ເພື່ອ​ເກັບ​ກ່ຽວ​ເລັກ​
ນ້ອຍ. ເພາະ​ສະ​ນັ້ນ ​ຈຶ່ງມີ​ຄວາ​ມຕ້ອງ​ການ​ຢ່າງ​ຮີບ​ດ່ວນ ໃນ​ການ​ຫວ່ານ​ກ້າ ແລະ​ເຄື່ອງ​
ມື​ຕ່າງໆແລະ​ປຸຍ ຢ່າງ​ໜ້ອຍ ​ກໍ​ເພື່ອ​ຊ່ວຍ​ໃຫ້​ມີໂອ​ກາດ​ສຳ​ລັບການ​ເກັບ​ກ່ຽວ​ເລັກ​ນ້ອຍ
​ໃນ​ທ້າຍ​ປີ​.”

ເຮືອນ​ທີ່​ຖືກເພ​ພັງ ຈາກ​ທາງ​ຜ່ານ​ພາ​ຍຸໄຊ​ໂຄ​ລນ ທີ່​ເມືອງ​ເບ​ຣາ ວັນ​ທີ 1 ເມ​ສາ 2019.
ເຮືອນ​ທີ່​ຖືກເພ​ພັງ ຈາກ​ທາງ​ຜ່ານ​ພາ​ຍຸໄຊ​ໂຄ​ລນ ທີ່​ເມືອງ​ເບ​ຣາ ວັນ​ທີ 1 ເມ​ສາ 2019.

ໄຊ​ໂຄ​ລນອີ​ແດ ໄດ້ພັດຖະ​ຫລົ່​ມ​ເຂົ້າ​ໂມ​ຊຳ​ບິກ ມາ​ລາ​ວີ ແລະ​ຊິມ​ບັບ​ເວ ໃນ​ກາງ​ເດືອນ
​ມີ​ນາ​ຜ່ານ​ມາ ​ໂດຍນຳ​ເອົາ​ລົມ​ແຮງ ​ຝົນ​ຕົກ​ໜັກ ແລະ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ. ເກືອບ 900
ຄົນໄດ້​ຮັບ​ການ​ຢືນ​ຢັ​ນ​ວ່າ​ ເສຍ​ຊີ​ວິດ​ຢູ່​ໃນສາມ​ປະ​ເທດ ໃນ​ຂະ​ນະ​ທີ່​ອີກ​ຫຼາຍ​ຄົນ​ໄດ້​
ຫາຍ​ສາບ​ສູນ ແລະ​ຄວາມ​ຫວັງ​ທີ່​ຈະ​ພົບ​ເຫັນ​ເຂົາ​ເຈົ້າຍັງ​ມີ​ຊີ​ວິດ​ຢູ່ແມ່ນ​ໝົດ​ໄປ​ແລ້ວ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ ​ຂອງຊິມ​ບັບ​ເວ ​ປະ​ຈຳ​ອົງ​ການສະ​ຫະ​ປະ​ຊາ​ຊາດ ທ່ານ​ເຟ​ຣ​
ເດີ​ຣິກ ຶຊາ​ວາ ກ່າວ​ເຖິງພວກ​ທີ່ຫາຍ​ສາບ​ສູນ​ວ່າ “ນ້ຳ ທີ່​ເຂົາ​ເຈົ້າ​ໄດ້​ຫາຍ​ສາບ​ສູນ​ໄປ​
ນັ້ນ ເປັນ​ນ້ຳ​ທີ່​ເຕັມ​ໄປ​ດ້ວຍ​ແຂ້. ເປັນ​ນ້ຳ​ທີ່​ເຕັມ​ໄປ​ດ້ວຍ​ຊ້າງ​ນ້ຳແລະ ​ເຂົາ​ເຈົ້າ​ຈະ​ບໍ່
ຖືກ​ພົບ​ເຫັນອີກ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG