ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີ​ 14 ຄົນແລ້ວ ເສຍຊີວິດ​​ ຍ້ອນພາຍຸ Mahasen (ສະໄລດ໌)


ຊາວມຸສລິ​ມເຜົ່າໂຣຮິງ​ຢາ ຫລາຍ​ພັນ​ຄົນ ກໍກໍາລັງອົບ​ພະ​ຍົບ​ຫລົບໜີ ລົມພາຍຸ Cyclone Mahasen
ຊາວມຸສລິ​ມເຜົ່າໂຣຮິງ​ຢາ ຫລາຍ​ພັນ​ຄົນ ກໍກໍາລັງອົບ​ພະ​ຍົບ​ຫລົບໜີ ລົມພາຍຸ Cyclone Mahasen
ພາຍຸ Cyclone Mahasen ​ໄດ້​ເລີ່​ມພັດ​ຜ່ານ​ເຂົ້າໄປ​ທາງ​
ພາກ​ຝັ່ງ​ທະ​ເລ​ພື້ນທີ່​ຕໍ່າ​ຂອງບັງ​ກລາ​ເເດັສ ​ໃນ​ວັນ​ພະຫັດ​ມື້​ນີ້
​ແລ້ວ ກະທົບ​ຕໍ່​ທ່າ​ເຮືອເມືອງ Chittagong ​ແລະ Cox’s Bazar.

​ບັນດາເຈົ້າ​ໜ້າ​ທີ່ກ່າວ​ວ່າ​ຜູ້​ຄົນ​ຫຼາຍ​ໝື່ນ​ຄົນ​ໄດ້​ພາກັນ​ອົບ​ພະຍົບ
ຫລົບ​ໜີ​ໄປ​ຢູ່​ໃນ​ສູນຫລົບ​ໄພ​ຊົ່ວຄາວ ​ແລະ​ມີລາຍ​ງານ​ວ່າ
ມີ​ຜູ້​ເສຍ​ຊີວິດແລ້ວ 14 ຄົນ.

ຄວາມ​ຢ້ານກົວ​ວ່າ​ຈະ​ມີຄວາມ​ເສຍ​ຫາຍຢ່າງ​ແຜ່​ຫລາຍນັ້ນ ​
ໄດ້​ລຸດນ້ອຍ​ລົງ​ ​ຂະນະ​ທີ່ປະກົດ​ວ່າ ພາຍຸ Mahasen ໄດ້​ອ່ອນ​
ກໍາລັງ​ລົງ ຫຼັງຈາກ​ທີ່​ໄດ້ພັດ​ຢູ່​ເໜືອ​ອ່າວ Bangal ​ເປັນ​ເວລາ
ຫຼາຍ​ວັນ​.


ພວກ​ພະຍາກອນ​ອາກາດກ່າວ​ວ່າ ຝົນ​ຕົກ​ໜັກ​ແລະ​ລົມ​ແຮງ​ນັ້ນ ກໍ​ໄດ້​ກະທົບຝັ່ງ​ທະ​ເລ​ກໍ້າ​ຕາ​
ເວັນ​ຕົກສຽງ​ເໜືອຂອງ​ມຽນມາ ປະ​ເທດ​ເພື່ອນ​ບ້ານ​ເຊັ່ນ​ກັນ ຊຶ່ງ​ເປັນ​ບ່ອນ​ຢູ່​ອາ​ໄສ​ຂອງ​ຊາວ
ອົບ​ພະ​ຍົບ​ມຸສລິ​ມເຜົ່າໂຣຮິງ​ຢາ ຫລາຍ​ພັນ​ຄົນ.

ຊາວ​ໂຣຮິງ​ຢາຫລາຍ​ຄົນ ​ບໍ່​ກ້າ​ທີ່​ຈະ​ໄປຊອກ​ຫາ​ຄວາມ​ຄຸ້ມ​ກັນ ​ຢູ່ສູນ​ຫລົບ​ໄພ ​ເພາະວ່າເຂົາ​
ເຈົ້າ ບໍ່​ໄວ້​ເນື້ອ​ເຊື່ອ​ໃຈພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ ແລະຊາວ​ພຸດ​ມຽນມາ​ໃນເຂດ​
ທ້ອງ​ຖິ່ນຫຼັງ​ຈາກ​ທີ່​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢ່າງ​ໜັກລະຫວ່າງ​ສອງ​ປະຊາ​ຄົມ ໃນ​ປີ​ກາຍ​ນີ້.

XS
SM
MD
LG