ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພາຍຸເຂດຮ້ອນ ບັງຄັບໃຫ້ໂຈະ ການຊອກຄົ້ນຫາ ເຮືອບິນ ມາເລເຊຍ


ເຮືອກອງທັບເຮືອອອສເຕຣເລຍ HMAS Perth ກຳລັງເດີນທາງ
ເຂົ້າສູ່ມະຫາສະມຸດ ອິນເດຍ
ເຮືອກອງທັບເຮືອອອສເຕຣເລຍ HMAS Perth ກຳລັງເດີນທາງ ເຂົ້າສູ່ມະຫາສະມຸດ ອິນເດຍ
ພາຍຸ​ເຂດ​ຮ້ອນ ຢູ່ພາກ​ໃຕ້​ ຂອງມະຫາ​ສະມຸດອິນ​ເດຍ ​
ໄດ້​ບັງຄັບໃຫ້​ບັນດາ​ນັກ​ບິນ ພາກັນໂຈະ​ການປະຕິບັດ
ງານຊອກຄົ້ນ​ຫາ​ ທາງ​ອາກາດ ເຮືອບິນໂດຍສານ ມາ​
ເລຍ​ເຊຍ ທີ່​ຫາຍ​ສາບສູນ​ໄປນັ້ນ​.

ອົງການ​ປະສານ​ງານ ອອສ​ເຕຣຍ​ເລຍ ທີ່​ຊ່ວຍໃນການ
ຊອກຄົ້ນ​ຫາ ລາຍ​ງານ​ວ່າ ມີ​ຄື້ນຟອງ​ທະ​ເລແຮງ ​ແລະ​ບໍ່
ສາມາດແນມເຫັນໄກໄດ້ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ຍ້ອນ​ພາຍຸ​
ລະດູ​ຮ້ອນ ທີ່​ມີ​ຊື່ວ່າ Jack.

​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ກຳ​ປັ່ນ 10 ລຳ ຍັງຈະ​ສາ
ມາ​ດດຳ​ເນີນ​ການ​ຊອກ​ຄົ້ນ​ຫາຊີ້ນ​ສ່ວນຕໍ່ໄປຂອງເຮືອບິນໂດຍສານ Boeing 777
ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ​ເຄື່ອງຈັກດຳ​ນໍ້າ ​ ໄດ້​ປະຕິບັດ​ງານ ​ກວດ​ຄົ້ນ​ຊອກຫາຕາມ​ເຂດ
ເປົ້າໝາຍ​ຕ່າງໆຢູ່​ພື້ນ​ທະ​ເລ ເກືອບ​ຈະ​ເສັດ​ສີ້​ນລົງ​ແລ້ວ.

​ເຈົ້າ​ໜ້າ​ທີ່ອອສ​ເຕຣ​ເລຍ ກ່າວ​ວ່າ ຍານ Bluefin-21 ​ໄດ້​ປະຕິບັດງານກວດ​ຄົ້ນ​ຢູ່
ໃນບໍລິເວນປະມານສອງ​ສ່ວນ​ສາມຂອງ​ພື້ນທີ່ເປົ້າໝາຍທັງໝົດ ​ແລະ​ຍັງ​ບໍ່​ທັນ​ໄດ້​
ພົບເຫັນສິ່ງທີ່ຜິດປົກກະຕິ​ໃດໆ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ໃຊ້​ສັນ​ຍານ​ຈາກເຄື່ອງ​ບັນທຶກ​ຂໍ້ມູນຂອງເຮືອບິນເພື່ອ​ຊັ່ງຊາ
ພິຈາລະນາເບິ່ງເຂດຊອກ​ຄົ້ນ​ຫາ. ​ແຕ່​ວ່າໝໍ້​ໄຟ​ຂອງ “​ເຄື່ອງບັນທຶກຂໍ້ມູນ” ​ໄດ້ໝົດ​ລົງຫລັງຈາກເກີດອຸບປະຕິເຫດ 30 ມື້ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍ ​ເຊື່ອວ່າ ມີໃຜ​ຜູ້ນຶ່ງຕັ້ງ​ໃຈ​ບັງຄັບໃຫ້​ເຮືອບິນທີ່​ບັນທຸກ ​ຜູ້​
ໂດຍ​ສານແລະພະນັກງານ 239 ຄົນ​ ປ່ຽນເສັ້ນທາງບິນ ​ຂະນະ​ທີ່​ເຮືອບິນລຳ ດັ່ງ
ກ່າວ ພວມບິນ​ແຕ່ນະ​ຄອນ​ກົວ​ລາ​ລຳ​ເປີ ​ໄປສູ່​ປັກ​ກິ່ງ ​ໃນ​ວັນ​ທີ 8 ມີນາຜ່ານມາ.

​ແຕ່ພວກເຂົາ​ເຈົ້າ​ກໍບໍ່ໄດ້​ປະຕິ​ເສດເຖິງຄວາມເປັນໄປໄດ້ທີ່ວ່າ ​ເຮືອບິນໂດຍສານ
ມາ​ເລ​ເຊຍ ອາດ​ໄດ້​ປະເຊີນກັບ​ບັນຫາທາງ​ດ້ານ​ເທັກ​ນິກຢ່າງຮ້າຍ​ແຮງ.
XS
SM
MD
LG