ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫລາຍກວ່າ 100 ລ້ານ​ຄົນ ຕົກ​ຢູ່​ໃນ​ແລວທາງ​ຂອງລົມ​ພາ​ຍຸ​ໝູນ ຟາ​ນີ ທີ່​ປະ​ທະ​ຝັ່ງ​ທະ​ເລ​ ທາງຕາ​ເວັນ​ອອກ ຂອງ​ອິນ​ເດຍ


ຕູບ​ຂາຍ​ເຄື່ອງ​ຢູ່​ຕາມ​ຫົນ​ທາງ​ພັງ​ລົງຍ້ອນ​ລົມ​ພັດ​ແຮງ​ກ່ອນ​ຈະ​ມີ ລົມ​ພາ​ຍຸໝູນ​ຟາ​ນີຈະ​ໄປ​ປະ​ທະ​ ເຂດ​ຊານ​ເມືອງປູ​ຣີ ໃນ​ລັດ Odisha ຂອງອິນ​ເດຍ, ວັນ​ທີ 3 ພຶດ​ສະ​ພາ, 2019
ຕູບ​ຂາຍ​ເຄື່ອງ​ຢູ່​ຕາມ​ຫົນ​ທາງ​ພັງ​ລົງຍ້ອນ​ລົມ​ພັດ​ແຮງ​ກ່ອນ​ຈະ​ມີ ລົມ​ພາ​ຍຸໝູນ​ຟາ​ນີຈະ​ໄປ​ປະ​ທະ​ ເຂດ​ຊານ​ເມືອງປູ​ຣີ ໃນ​ລັດ Odisha ຂອງອິນ​ເດຍ, ວັນ​ທີ 3 ພຶດ​ສະ​ພາ, 2019

ລົມ​ພາ​ຍຸ​ໝຸນ ຫລືໄຊ​ໂຄ​ລນ (Cyclone) ຟາ​ນີ (Fani) ໄດ້​ປະ​ທະ​ຝັ່ງ​ທະ​ເລ​ທາງຕາ​ເວັນ​ອອກຂອງ​ອິນ​ເດຍ, ຊຶ່ງເຕັມ​ໄປ​ດ້ວຍ​ຝົນ​ຕົກ​ໜັກ ແລະ​ລົມພັດແຮງ.

ລົມ​ພາ​ຍຸດັ່ງ​ກ່າວ​ໄດ້​ປະ​ທະຊາຍ​ຝັ່ງ​ທະ​ເລຂອງ​ລັດໂອ​ດິ​ສ​ຊາ (Odisha) ໃນ​ຕອນ​ເຊົ້າໆ ຂອງວັນ​ສຸກມື້ນີ້.

ຫລາຍກວ່າ 100 ລ້ານ​ຄົນ ​ຕົກ​ຢູ່ໃນ​ແລວ​ຂອງ​ລົມ​ພາ​ຍຸ​ໄຊ​ໂຄ​ລນຫົວ​ນີ້​ພັດຜ່ານ​ໄປ.

ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ມີ​ຫລາຍກວ່ານຶ່ງ​ລ້ານ​ຄົນທີ່ອາ​ໄສ​ຢູ່​ໃນ​ເຂດຝັ່ງ​ທະ​ເລ​ທີ່ນອນ​ຢູ່ບ່ອນຕ່ຳແຫ່ງນັ້ນ ພາ​ກັນ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ເຕືອນ​ຂອງ​ລັດ​ຖະ​ບານ ແລະພາ​ກັນ​ຍົກ​ຍ້າຍໜີ. ພວກ​ເຈົ້າ​ໜ້າ​ທີ່​ມີ​ແຜນ​ການ​ທີ່​ຈະ​ຍ້າຍ​ຄົນ​ຫລາຍ​ພັນ​ຄົນ​ອອກ​ໄປ​ຈາກ​ເຂດນັ້ນ​ອີກ.

​ຮ້ານ​ຂາຍ​ເຄື່ອງ​ນ້ອຍ​ຖືກ​ພັດ​ໃຫ້​ລົ້ມກ່ອນ​ລົມ​ພາ​ຍຸໝຸນ​ຟາ​ນີຈະ​ໄປ​ປະ​ທະ​ໃສ່ ເຂດ​ຊານ​ເມືອງປູ​ຣີ ໃນ​ລັດ Odisha ຂອງອິນ​ເດຍ, ວັນ​ທີ 3 ພຶດ​ສະ​ພາ, 2019
​ຮ້ານ​ຂາຍ​ເຄື່ອງ​ນ້ອຍ​ຖືກ​ພັດ​ໃຫ້​ລົ້ມກ່ອນ​ລົມ​ພາ​ຍຸໝຸນ​ຟາ​ນີຈະ​ໄປ​ປະ​ທະ​ໃສ່ ເຂດ​ຊານ​ເມືອງປູ​ຣີ ໃນ​ລັດ Odisha ຂອງອິນ​ເດຍ, ວັນ​ທີ 3 ພຶດ​ສະ​ພາ, 2019

ເຄື່ອງ​ຈັບ​ຄວາມ​ແຮງ​ຂອງ​ພາ​ຍຸ​ໄຊ​ໂຄ​ລນທີ່​ຊື່​ວ່າ Tropical Storm Risk ຊຶ່ງ​ແປ​ວ່າ ຄວາມ​ສ່ຽງ​ໄພ​ໃນ​ການ​ຖືກ​ລົມ​ພາ​ຍຸ​ເຂດ​ຮ້ອນ ໄດ້​ຈັດ​ໃຫ້​ລົມ​ພາ​ຍຸໄຊ​ໂຄ​ລນ ຟາ​ນີ ​ເປັນ​ປະ​ເພດ 4, ຊຶ່ງຍັງ​ອີກ​ຂັ້ນ​ນຶ່ງ​ກໍ​ຈະ​ຮອດ​ລະ​ດັບ​ທີ່​ຮ້າຍ​ແຮງ​ທີ່​ສຸດ.

"ການ​ທຳ​ລາຍ​ໃຫ້​ກ້ຽງ" ຄື​ຄວາມ​ສາ​ມາດໃນ​ການ​ສ້າງ​ຄວາມ​ເດືອດ​ຮ້ອນ​ທີ່​ລົມ​ພາ​ຍຸຟາ​ນີ (Fani) ເຮັດ​ຂຶ້ນ, ອີງ​ຕາມ​ພວກ​ພະ​ຍາ​ກອນ​ອາ​ກາດ.

​ພວກ​ນັກ​ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາ ໄດ້​ເຕືອນ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່ໃນ​ເຮືອນ​ທີ່​ມີ​ຫລັງ​ຄາ ໃຫ້​ໄປ​ຊອກ​ຫາ​ບ່ອນ​ຢູ່​ທີ່ມີ​ຄວາມ​ແຂງ​ແກ່ນ​ກ່ອນນັ້ນ. ລົ​ມພາ​ຍຸຟາ​ນີ (Fani) ຄາດ​ວ່າຈະ​ເຮັດ​ໃຫ້​ຫລັກ​ເສົາ​ໄຟ​ຟ້າ ແລະ​ຫລັກ​ໂທ​ລະ​ສັບ​ລົ້ມ​ລົງ.

ປະ​ຊາ​ຄົມ​ທັງ​ຫລາຍ​ທີ່ໜີ​ຈາກ​ຝັ່ງ​ທະ​ເລ ໄປ​ພາ​ກັນ​ຊອກຫາ​ບ່ອນ​ປອດ​ໄພ​ເພື່ອ ຫລົບ​ໜີ​ຈາກ​ນ້ຳ​ຖ້ວມ​ທີ່​ຮ້າ​ຍ​ແຮງ. ຄາດ​ວ່າ ປະ​ລິ​ມານ​ນ້ຳຝົນ ທີ່​ຕົກ​ປະ​ມານ 20 ຫາ 25 ຊັງ​ຕີ​ແມັດຈະ​ກະ​ຈາຍ​ໄປ​ທົ່ວ​ເນື້ອ​ທີ່​ອັນ​ກວ້າງໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG