ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊໂຄລນ Debbie ຖະຫຼົ່ມ ພາກຕາເວັນອອກ ສຽງເໜືອ ອອສເຕຣເລຍ


Australia Cyclones
please wait
Embed

No media source currently available

0:00 0:01:14 0:00

ພາຍຸໄຊໂຄລນຂະໜາດ​ແຮງ ໄດ້ພັດ​ຂຶ້ນຝັ່ງ ຢ່າງຊ້າໆ ທາງພາກຕາເວັນອອກສຽງ
ເໜືອຂອງອອສເຕຣເລຍ ໃນວັນອັງຄານມື້ນີ້ ໃນຂະນະທີ່ເຈົ້າໜ້າທີ່ໄດ້ເຕືອນ ກ່ຽວ​
ກັບລົມແຮງແລະ​ໄພນ້ຳຖ້ວມທີ່​ເປັນ​ອັນຕະລາຍ.

ໄຊໂຄລນ ທີ່ເອີ້ນວ່າ Debbie ໄດ້ພັດ​ເຂົ້າປະທະໃກ້ໆກັບ​ເຂດ​ຫາດ Airlie ໃນເວ
ລາປະມານ​ຕອນ​ທ່ຽງ​ມື້ນີ້. ມັນໄດ້ອ່ອນຕົວລົງຕະຫຼອດທັງວັນ, ແຕ່ວ່າຍັງມີລົມ​ແຮງ
ເຖິງ 155 ກິໂລແມັດ ຕໍ່ຊົ່ວໂມງ ພາຍໃນແລງວັນອັງຄານມື້ນີ້.

“ພວກເຮົາມີບ້ານເຮືອນຫຼາຍກວ່າ 45 ພັນຫຼັງທີ່ບໍ່ມີໄຟຟ້າໃຊ້, ພວກເຮົາຍັງມີ
ຕົ້ນໄມ້ໃຫຍ່ ທີ່ຖືກໂຄ່ນລົງ,”
ນັ້ນຄື​ຄຳ​ເວົ້າ ຂອງທ່ານນາງ Annastracia
Palaszczuk ນາຍົກຂອງລັດ Queensland ໄດ້ກ່າວໄວ້ ແລະທ່ານນາງຍັງກ່າວ
ຕໍ່ໄປອີກວ່າ “ນີ້ແມ່ນໄຊໂຄລນທີ່ຮ້າຍແຮງ, ພວກຜູ້ຄົນ ຕ້ອງໄດ້ຢູ່ແຕ່ໃນບ້ານ​ເຮືອນ.”

ທ່ານ Stewart ຫົວໜ້າຕຳຫຼວດ ໃນເຂດ Queensland ໄດ້ກ່າວວ່າ ຜູ້ຄົນ ຈຳເປັນທີ່
ຈະຕ້ອງຕຽມພ້ອມ ຟັງລາຍງານຕື່ມກ່ຽວກັບຜົນເສຍຫາຍ ໃນຂະນະທີ່ການບາດເຈັບລົ້ມ
ຕາຍ ແລະມີຄວາມເປັນໄປໄດ້ ອາດ​ມີການຕາຍເກີດຂຶ້ນ ຈາກລົມພາຍຸ ໄຊໂຄລນຫົວນີ້.

ບໍ່ດົນ ກ່ອນ​ທີ່​ຈຸດ​ໃຈກາງ​ຂອງ​ໄຊ​ໂຄລນ Debbie ຈະເຖິງແຜ່ນດິນໃຫຍ່ ​ກົມອຸຕຸນິຍົມ
ຂອງອອສເຕຣເລຍ ໄດ້ລາຍງານວ່າ ມີລົມແຮງ ປະມານ 262ກິໂລແມັດ ຕໍ່ຊົ່ວໂມງ
ໃກ້ໆກັບເກາະ Hamilton ບ່ອນທີ່ພວກນັກທ່ອງທ່ຽວພາກັນເຂົ້າໄປຫລົບ​ລີ້ໃນໂຮງແຮມ
ທີ່ວ່ານີ້. ປະຊາຊົນ ຈຳນວນ 10 ພັນ ຄົນ ທີ່ອາໄສຢູ່​ເຂດແຄມຝັ່ງ ໄດ້ພາກັນຍົກຍ້າຍ
ໄປສູ່ເຂດທີ່ມີ​ດິນສູງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG